06/11/2023

ກົມຈັດຕັ້ງ-ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມຫວນຄືນມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດ ຄົບຮອບ 78 ປີ, ປະກາດການຈັດຕັ້ງ ແລະ ມອບ-ຮັບບັດສະມາຊິກພັກ ໃນຕອນເຊົ້າວັນທີ 3 ພະຈິກ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 (ເຂດສີສະເກດ) ພາຍໃຕ້ການເປັນປະທານຂອງສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະພັກ-ຄະນະນຳກະຊວງ, ກົມ/ທຽບເທົ່າ, ບໍລິສັດໂທລະຄົມ ພ້ອມທັງສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 150 ກວ່າທ່ານ.
ໃນພິທີດັ່ງກ່າວ ສະຫາຍ ຄຳພູ ດວງຖະໜອມ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານອອກບັດ-ມອບບັດ ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈາກນັ້ນ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ໃຫ້ກຽດຂຶ້ນມອບບັດ ໃຫ້ສະມາຊິກພັກສົມບູນຊຸດທີ V ຂອງກະຊວງ. ຈາກນັ້ນ, ສະຫາຍ ເຄນທອງ ແພງວົງສາ, ຮອງຫົວໜ້າກົມຈັດຕັ້ງ ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໄປສະນີ ຊຶ່ງໄດ້ແຕ່ງຕັ້ງ ທ່ານ ບຸນດາໄລ ເຄນນະວົງ ເປັນຮອງຫົວໜ້າກົມໄປສະນີ ແລະ ຜ່ານຂໍ້ຕົກລົງຂັ້ນຫົວໜ້າພະແນກ ແລະ ຮອງພະແນກຈຳນວນໜຶ່ງ.
ຈາກນັ້ນ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ກໍໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອ ການທູດ ແລະ ວັນປະກາດເອກະລາດ ຊຶ່ງເປັນວັນທີ່ສຳຄັນທີ່ສຸດໃນປະຫວັດສາດລາວ ເຮັດໃຫ້ໂລກຮັບຮູ້ເຖິງຄວາມເປັນເອກະລາດ, ບັນດາປັດໃຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945, ປະເທດລາວໄດ້ສູນເສຍເອກະລາດ-ປະຊາຊົນລາວໄດ້ຂາດອິດສະຫຼະພາບກາຍເປັນຂ້ອຍຂ້າ ຂອງຕ່າງຊາດ ແຕ່ດ້ວຍມູນເຊື້ອບໍ່ຍອມຈຳນົນ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ພວກລ່າເມືອງຂຶ້ນ ໃນການຕໍ່ສູ້ໄລຍະນັ້ນບໍ່ມີພັກນຳພາ-ຂາດອາວຸດຍຸດໂທປະກອນອັນຈຳເປັນ ແຕ່ກໍ່ສາມາດເຮັດໃຫ້ ພວກລ່າເມືອງຂຶ້ນຕ້ອງສະທ້ານຢ້ານກົວ ແລະ ສູນເສຍບໍ່ໜ້ອຍ ສະແດງໃຫ້ເຫັນວ່າ ຄົນລາວມີນ້ຳໃຈ ຮັກຊາດອັນສູງສົ່ງ ແລະ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ.
ພາບ-ຂ່າວ: ພຸດດາວອນ ພາສຸວັນ