06/11/2023

ວັນທີ 02 ພະຈິກ 2023 ຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ຮ່ວມກັບ ກະຊວງ ເສດຖະກິດ ແລະ ການເງິນ, ສ.ເກົາຫຼີ ຈັດສຳມະນາເປີດໂຄງການທີ່ປຶກສາເພື່ອຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ເຊ ຊູຮອນ, ທີ່ປຶກສາອາວຸໂສຈາກສະຖາບັນການພັດທະນາເກົາຫຼີ (KDI), ມີຊ່ຽວຊານຈາກ ສ.ເກົາຫຼີ, ມີຕາງໜ້າຈາກບັນດາກົມພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກກະຊວງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງໃນການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອເປີດໂຕໂຄງການທີ່ປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ຊຶ່ງເປັນໂຄງການຊ່ວຍເຫຼືອຫຼ້າ (ODA) ໃນນາມຂອງລັດຖະບານ ສ.ເກົາຫຼີ (2023/24 Knowledge Sharing Program (KSP)) ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນແຜນໂຄງການສະເໜີຂໍການຊ່ວຍເຫຼືອໄປ ໃນປີ 2021, ປັດຈຸບັນ ໄດ້ຖືກອະນຸມັດ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນສົກປີ 2023-2024. ໃນນີ້, ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແມ່ນເປັນຜູ້ຄຸ້ມຄອງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການຝ່າຍ ສປປ ລາວ ແລະ ສະຖາບັນພັດທະນາເກົາຫຼີ (KDI), ກະຊວງເສດຖະກິດ ແລະ ການເງິນ, ສ. ເກົາຫຼີ ແມ່ນເປັນຜູ້ຮັບຜິດຊອບໂຄງການ ຊຶ່ງຝ່າຍ ສ.ເກົາຫຼີ ຮ່ວມກັບ ບໍລິສັດ IGB&Company ແລະ ສູນຮັບຮອງຂໍ້ມູນຂ່າວສານເກົາຫຼີ (KICA) ຈະເປັນຜູ້ຄົ້ນຄວ້າສ້າງແຜນໃນການຍົກລະດັບລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ.
ສຳມະນາດັ່ງກ່າວ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ເຊ ຊູຮອນ ທີ່ປຶກສາອາວຸໂສ ຈາກ ສະຖາບັນການພັດທະນາເກົາຫຼີ (KDI) ໄດ້ຂຶ້ນມີຄຳເຫັນ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບທີ່ມາ, ຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນຂອງໂຄງການ ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ສູນຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ຈາກ ສູນອິນເຕີເນັດ ແຫ່ງຊາດ ພ້ອມທັງຮັບຟັງ ແນວທາງແຜນການຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 01ປີ (2023-2024) ຈາກຊ່ຽວຊານເກົາຫຼີ.
ໂດຍອີງໃສ່ ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 5 ປີ (2021-2025), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ສະແດງອອກໃນການຄົ້ນຄວ້າສ້າງນິຕິກຳຄຸ້ມຄອງ, ສ້າງພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາລະບົບເອເລັກໂຕຣນິກ ທັງພາກລັດ ແລະ ເອກະຊົນ. ການສ້າງສູນອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ແຫ່ງຊາດ ຊຶ່ງຄຸ້ມຄອງໂດຍສູນອິນເຕີເນັດ ແຫ່ງຊາດ ຖືເປັນອີກວຽກງານໜຶ່ງທີ່ຕິດພັນ ແລະ ນອນຢູ່ໃນແຜນການຫັນເປັນດິຈິຕອນ ທີ່ຈະສົ່ງເສີມໃຫ້ສັງຄົມລາວ ມີຄວາມຮັບຮູ້ກ່ຽວກັບໜ້າທີ່ ແລະ ຄວາມສຳຄັນ ຂອງລາຍເຊັນດິຈິຕອນ ໃນຍຸກເສດຖະກິດດິຈິຕອນ, ການນຳໃຊ້ ການຢັ້ງຢືນຕົວຕົນທາງເລັກໂຕຣນິກ ເຂົ້າໃນການເຮັດທຸລະກຳທາງເອເລັກໂຕຣນິກ ໃນຂົງເຂດຕ່າງໆປີ່ນອ້ອມ ລວມໄປເຖິງຮັບຮູ້ເຖິງຄວາມສຳຄັນ ແລະ ຄວາມປອດໄພຂອງການຢັ້ງຢືນຂໍ້ມູນຜ່ານອິນເຕີເນັດ.
ໂຄງການປຶກສາເພື່ອຍົກລະດັບ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ຂອງ ສປປ ລາວ ນີ້ ຈິ່ງປຽບສະເໝືອນເປັນໂຕປະເມີນຄືນຄວາມອາດສາມາດຂອງລະບົບຂອງເຮົາທີ່ມີໃນປັດຈຸບັນ, ວິເຄາະຫາຄວາມຕ້ອງການໃນການປັບປຸງລະບົບ ປຽບທຽບໃສ່ແນວທາງການພັດທະນາເສດຖະກິດໃນປັດຈຸບັນ ສ້າງເປັນແຜນເພີ່ມຄວາມອາດສາມາດ ທັງໃນດ້ານເຕັກນິກ ແລະ ດ້ານບຸກລະຄາກອນ ເພື່ອໃຫ້ຮັບປະກັນການຮັບໃຊ້ແກ່ສັງຄົມ.