ຍົກລະດັບການຂຽນບົດສະເໜີໂຄງການໃນຂອບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ພະນັກງານພາຍໃນ

06/11/2023

ຍົກລະດັບການຂຽນບົດສະເໜີໂຄງການໃນຂອບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ພະນັກງານພາຍໃນ

        ເມື່ອບໍ່ດົນມານີ້, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດພິທີຝຶກອົບຮົມການຂຽນບົດສະເໜີໂຄງການ ໃນຂອບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະນັກງານ ພາຍໃນກະຊວງ ທີ່ຫ້ອງປະຊຸມຊັ້ນ 04 ກະຊວງ (ເຂດ ສນຍ) ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າ ສູນບໍລິຫານລັດດິຈິຕອນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາກົມ/ສູນທຽບເທົ່າ ພາຍໃນກະຊວງ ເຂົ້າຮ່ວມທັງໝົດ 30 ທ່ານ.      

     

     ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອນຳສະເໜີ ແລະ ແລກປ່ຽນຄວາມຮູ້ດ້ານການຂຽນບົດສະເໜີໂຄງການເບື້ອງຕົ້ນ (Project Concept Paper, Project Proposal) ໃນກອບການບໍລິຫານລັດດິຈິຕອນສາກົນຊຶ່ງຈະຊ່ວຍເພິ່ມຄວາມເຂົ້າໃຈ ແລະ ລົງເລີກກ່ຽວກັບເນື້ອໃນບົດສະເໜີໂຄງການ, ຂັ້ນຕອນການດຳເນີນງານຕ່າງໆ ແລະ ຂັ້ນຕອນການຍື່ນສະເໜີໂຄງການສາກົນ. ການຝຶກອົບຮົມຄັ້ງນີ້ໄດ້ຮັບຟັງການນຳສະເໜີກ່ຽວກັບບັນດາຂອບການຮ່ວມມື ຫຼື ປະເທດຄູ່ຮ່ວມພັດທະນາ ກັບ ກະຊວງ, ການນຳສະເໜີກ່ຽວກັບຂັ້ນຕອນຂອງການຍື່ນສະເໜີໂຄງການ ພາກພື້ນ ແລະ ສາກົນ ຈາກນັກວິທະຍາກອນ ຫ້ອງການ; ນຳສະເໜີກ່ຽວກັບພາບລວມ ແລະ ວິທີການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ (ODA) ໂດຍວິທະຍາກອນຕາງໜ້າຈາກກົມແຜນການ ແລະ ການເງິນ. ນອກຈາກນັ້ນ, ວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ ໄດ້ນຳສະເໜີ ສາທິດວິທີການຂຽນ ຫຼື ການປະກອບຂໍ້ມູນໃນບົດສະເໜີໂຄງການ (Project proposal foundation template) ແລະ ໄດ້ມີຊ່ຽວຊານທີ່ປຶກສາ ຈາກອົງການ National  IT Industry Promotion Agency (NIPA) ຂອງ ສ. ເກົາຫຼີ ນຳສະເໜີ ຮູບແບບການຊ່ວຍເຫຼືອ, ວິທີການຂຽນບົດໂຄງການ ຂອງ ເກົາຫຼີ.  

        ການຝຶກອົບຮົມ ແມ່ນເນັ້ນໃຫ້ຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈກ່ຽວກັບ ຂັ້ນຕອນການຂຽນ ແລະ ການຍື່ນບົດສະເໜີໂຄງການ ເພື່ອນຳສະເໜີໃຫ້ແກ່ບັນດາປະເທດສາກົນ, ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມ, ແລກປ່ຽນບົດຮຽນ  ທີ່ວິທະຍາກອນຈາກຫ້ອງການ, ກົມແຜນການ ແລະ ການເງິນ, ​ສູນບໍລິຫານລັດດິຈິຕອນ ແລະ ຊ່ຽວຊານ ຈາກ ສ.ເກົາຫຼີ ເປັນຜູ້ໃຫ້ຂໍ້ມູນ ແລະ ໃຫ້ຄຳແນະນຳຕະຫຼອດໄລຍະການຝຶກ ເພື່ອເປັນການສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ການຂຽນບົດສະເໜີໂຄງການ ໃນຂອບການບໍລິຫານ ແລະ ບໍລິການລັດດິຈິຕອນ ເພື່ອຍາດແຍ່ງການຊ່ວຍເຫຼືອ ໃນຂອບພາກພື້ນ ແລະ ສາກົນໃຫ້ສອດຄ່ອງ ສາມາດຜັນຂະຫຍາຍ ແຜນພັດທະນາ 5 ປີຄັ້ງທີ 3 ຂອງຂະແໜງການ ແລະ ແຜນແມ່ບົດເສດຖະກິດດິຈິຕອນ 2025 ໃຫ້ເພີ່ມຂຶ້ນຫຼາຍກວ່າເກົ່າ.

     

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ