06/11/2023

ເມື່ອບໍ່ດົນມານີ້, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງນຳທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ມີການພົບປະແລກປ່ຽນບົດຮຽນຄະນະຄູອາຈານ ແລະ ນັກສຶກສາ ຮຸ່ນທີ XIII, ສາຂາການປົກຄອງ ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງນຳພາໂດຍ ທ່ານ ປອ ນ. ພອນມະນີ ບຸນຄໍ້າ, ຫົວໜ້າພາກວິຊາວິທະຍາສາດການປົກຄອງ, ຄະນະບໍລິຫານສາດ ທີ່ຫ້ອງປະຊຸມຊັ້ນ 04 ກະຊວງ (ເຂດສນຍ) ໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາພະແນກພາຍໃນ ສູນບໍລິຫານລັດດິຈິຕອນ, ຄະນະຮັບຜິດຊອບ, ມີຄະນະຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມທັງໝົດ ຈຳນວນ 40 ທ່ານ.
ຈຸດປະສົງຂອງກອງປະຊຸມພົບປະຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນວຽກງານການຄຸ້ມຄອງບໍລິຫານລັດດິຈິຕອນ ໂດຍສະເພາະແມ່ນ ແຜນຍຸດທະສາດການພັດທະນາບໍລິຫານລັດດິຈິຕອນ, ພາບລວມວຽກງານຂອງສູນບໍລິຫານລັດດິຈິຕອນ ແລະ ນະໂຍບາຍຂອງລັດຖະບານຕໍ່ກັບການຫັນເປັນທັນສະໄໝຂອງ ສປປ ລາວ ຊຶ່ງນຳສະເໜີໂດຍທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າ ສູນບໍລິຫານລັດດິຈິຕອນ. ພ້ອມນັ້ນ, ຕາງໜ້າຈາກ ພະແນກລະບົບຫ້ອງການລັດດິຈິຕອນ, ພະແນກບະບົບບໍລິການລັດດິຈິຕອນ ແລະ ພະແນກເຄືອຂ່າຍ ແລະ ເຊື່ອມໂຍງ ກໍໄດ້ນໍາສະເໜີໃຫ້ຮັບຮູ້ກ່ຽວກັບ ບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ. ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຫັນໄດ້ເຖິງພາບລວມຂອງການຄຸ້ມຄອງວຽກງານການບໍລິຫານລັດດິຈິຕອນ. ພ້ອມນັ້ນ, ຍັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມ, ແລກປ່ຽນບົດຮຽນ ແລະ ມີຄຳຖາມໂດຍກົງ ໂດຍມີຄະນະຮັບຜິດຊອບຈາກ ສູນບໍລິຫານລັດດິຈິຕອນ ໃຫ້ຄຳອະທິບາຍ ແລະ ຍົກໃຫ້ເຫັນບາງຕົວຢ່າງທີ່ເປັນບົດຮຽນທີ່ມີປະໂຫຍດ.
ຕະຫຼອດໄລຍະຂອງກອງປະຊຸມ ເຫັນໄດ້ວ່າຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ມີຫຼາຍຄຳຖາມເຈາະຈິ່ມ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ການແລກປ່ຽນບົດຮຽນ ໂດຍສະເພາະແມ່ນພື້ນຖານຂອງການນຳໃຊ້ໃນການພັດທະນາບັນດາລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານຕ່າງໆ ເພື່ອເປັນການສ້າງຄວາມອາດສາມາດໃນການບໍລິຫານ ແລະ ບໍລິການລັດດິຈິຕອນ.