ກອງປະຊຸມສຳມະນາ ກ່ຽວກັບ ວິທີການຄິດໄລ່ ແລະ ແລະ ປະເມີນຕົວຊີ້ວັດຂອງ UN E-Goverment Index

06/11/2023

ກອງປະຊຸມສຳມະນາ ກ່ຽວກັບ ວິທີການຄິດໄລ່ ແລະ ແລະ ປະເມີນຕົວຊີ້ວັດຂອງ UN E-Goverment Index

 ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ  ຂອງ ສ. ເກົາຫຼີ ແລະ ອົງການ National Information Society Ancengy (NIA) ໄດ້ຈັດກອງປະຊຸມສຳມະນາ ວິທີການຄິດໄລ່ ແລະ ແລະ ປະເມີນຕົວຊີ້ວັດການພັດທະນາ ການບໍລິຫານເອເລັກໂຕຮນິກຂອງອົງການສະຫະປະຊາຊາດ(ລົງເລິກການວິເຄາະສະຖິຕິ) “Workshop On the simulation and analysis of United Nation E-Government Development Index (EGDI)” ກິດຈະກໍາ ພາຍໃຕ້ໂຄງການສ້າງສູນຮ່ວມມືລັດຖະບານດິຈິຕອນ,  ໃນຕອນເຊົ້າ ຂອງວັນທີ 27 ຕຸລາ 2023 ຜ່ານມານີ, ທີ່ຫ້ອງປະຊຸມຊັ້ນ 04 ກະຊວງ (ເຂດ ສນຍ) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນ. ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ມີຄະນະສູນ, ຄະນະພະແນກ ແລະ ວິຊາການ ຈາກກະຊວງສຶກສາທິການ ແລະ ກິລາ,​ ຈາກບັນດາກົມ/ສູນທຽບເທົ່າ ກ່ຽວຂ້ອງ ພາຍໃນກະຊວງ, ຊ່ຽວຊານທີ່ປຶກສາໂຄງການຈາກ ສ. ເກົາຫຼີ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ຈຸດປະສົງຂອງງານສໍາມະນາຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈເຖິງຄວາມສຳຄັນ ແລະ ວິທີການສໍາຫຼວດລັດຖະບານອີເລັກໂຕຣນິກ ຂອງອົງການສະຫະປະຊາຊາດ ພ້ອມທັງກວດກາວິທີການຄິດໄລ່ດັດຊະນີຍ່ອຍ - ເປັນຕົ້ນ ດັດຊະນີການໃຫ້ບໍລິການອອນລາຍຂອງບັນດາຂະແໜງການ (OSI), ດັດຊະນີພື້ນຖານໂຄງລ່າງໂທລະຄົມມະນາຄົມ (TII) ແລະ ດັດຊະນີຂີດຄວາມສາມາດຂອງບຸກຄະລາກອນ (HCI) ຂອງ EGDI ພ້ອມທັງສາທິດການຄິດໄລ່ຄະແນນໃນລະບົບຕົວຈິງ ຊື່ງຕົວຊີ້ວັດທັງສອງ ແມ່ນອີງໃສ່ຖານຂໍ້ມູນຂອງ ອົງການສາກົນເປັນຕົ້ນ ITU  ແລະ  UNESCO.

ກອງປະຊຸມຄັ້ງນີ້ ຄະນະຊ່ຽວຊານທີ່ປຶກສາ ຈາກ ສ.ເກົາຫຼີ ໄດ້ລາຍງານຄວາມ​ຄືບ​ໜ້າ ​ແລະ ​ແຜນການ​ຂອງ​ໂຄງການ EGDI ​ແມ່ນ​ເພື່ອ​ປະ​ເມີນ​ລະດັບ​ຄວາມ​ພ້ອມ​ຂອງ​ລັດຖະບານ ​ເອ​ເລັກ​ໂຕຣນິກ ຂອງ ສປປ ລາວ ​ໂດຍ​ອີງ​ໃສ່​ຮູບແບບການ​ປະ​ເມີນ​ຜົນ​ຂອງ​ດັດ​ຊະ​ນີ​ຕົວຊີ້ວັດ ໃນການ​ພັດທະນາ​ລັດຖະບານ​ເອເລັກໂຕຣນິກ (EGDI) ຂອງ ສປຊ (UN) ​ແລະ ເພີ່ມຄວາມເຂົ້າໃຈວິທີ​ການ​ຕອບ​ແບບສອບດັ່ງກ່າວໃຫ້ມີເນື້ອໃນຄົບ​ຖ້ວນ ແລະ ​ຍົກລະດັບໃນການຕອບແບບສອບຖາມໃຫ້ມີລາຍລະອຽດຫຼາຍຂຶ້ນ ແລະ ປັບປຸງຫັນການບໍລິການເປັນອອນລາຍເພື່ອ ເພື່ອເພີ່ມ​ທະ​ວີ​ ຄະແນນ ຂອງ ດັດຊະນີຕົວຊີ້ວັດ ຂອງການພັດທະນາລັດຖະບານເອເລັກໂຕຣນິກ (EGDI) ແລະ ​ມາດ​ຕະ​ການ​ຕອບ​ສະ​ໜອງ ຕໍ່ກັບແບບສອບຖາມ​ຂອງ​ ສປຊ (UN) ໃນ​ການ​ປະ​ເມີນ​ຜົນ​ລັດ​ຖະ​ບານ​ໂອເລັກໂຕຣນິກ ຂອງ​ ສປປ​.ລາວ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ