ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຊ່ຽວຊານຈາກ ອົງການ KDDI foundation ປະເທດຍີ່ປຸ່ນ

08/11/2023

ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຊ່ຽວຊານຈາກ ອົງການ KDDI foundation ປະເທດຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 30 ຕຸລາ 2023 ຜ່ານມານີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Yukinobu Miyatake, ຮອງຫົວໜ້າກົມຮ່ວມມືສາກົນ ພ້ອມດ້ວຍຄະນະ ຈາກອົງການ KDDI Foundation ປະເທດຍິປຸ່ນ ເນື່ອງໃນໂອກາດ ທີ່ໄດ້ເດີນທາງມາຈັດກອງປະຊຸມປຶກສາຫາລືສືບຕໍ່ການຈັດຕັ້ງປະຕິບັດ ໂຄງການ APT ໃນຫົວຂໍ້: “Enhancing the development of telecommunications and internet network dimension and testing system in service of quality assurance and security” ແລະ ການຈັດຝຶກອົບຮົມໃນຫົວຂໍ້: “Internet Routing for Beginners” ໂດຍການຊ່ວຍເຫຼືອທາງດ້ານວິຊາການຈາກ ອົງການ KDDI foundation ຂອງ ປະເທດຍີ່ປຸ່ນ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊ່ຽວຊານຈາກ ອົງການ KDDI Foundation ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ປະເທດ ໃຫ້ມີຄວາມແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ສະໜັບສະໜູນ ຂອງລັດຖະບານປະເທດຍີ່ປຸ່ນ ໃນການພັດທະນາທາງດ້ານບຸກຄະລາກອນ ໃນຫົວຂໍ້ກ່ຽວກັບຄຸນນະພາບ ໂທລະຄົມ ມະນາຄົມ ໃຫ້ແກ່ ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານໄດ້ລາຍງານໃຫ້ຊາບກ່ຽວກັບເນື້ອໃນສຳຄັນ ແລະ ບູລິມະສິດ ໃນການພັດທະນາ ເສດຖະກິດດິຈິຕອນ ຊຶ່ງເປັນສ່ວນສຳຄັນໜຶ່ງ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ເປັນຕົ້ນແມ່ນ: ວຽກງານ ພັດທະນາ ແລະ ປັບປຸງ ພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ກໍຄື ດິຈິຕອນ ເປັນອົງປະກອບສຳຄັນທີ່ຕ້ອງໄດ້ສຸມໃສ່, ວຽກງານລັດຖະບານດິຈິຕອນ ກໍຕ້ອງໄດ້ຮັບການຍົກລະດັບທັງລະບົບເຕັກນິກ, ອຸປະກອນ ແລະ ທາງດ້ານການນຳໃຊ້ ເພື່ອເຮັດໃຫ້ພາກລັດມີຄວາມເຂັ້ມແຂງທາງດ້ານຂໍ້ມູນຂ່າວສານ ແລະ ການຄຸ້ມຄອງ ບໍລິການສັງຄົມ, ການສ້າງເນື້ອໃນຂໍ້ມູນຂ່າວສານ (Digital Content) ສຳລັບຊົມໃຊ້ພາຍໃນປະເທດ. ພ້ອມນີ້, ຕາງໜ້າອົງການດັດສົມ ໂທລະຄົມມະນາຄົມ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການ APT ແລະ ການຈັດຝຶກອົບຮົມໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍການຊ່ວຍເຫຼືອ ທາງດ້ານວິຊາການຈາກ ອົງການ KDDI foundation ຂອງ ປະເທດຍີ່ປຸ່ນ ໃນໄລຍະຜ່ານມາ.

ໃນຕ້ອນທ້າຍ ທ່ານ Yukinobu Miyatake ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້ ຢ່າງອົບອຸ່ນ. ພ້ອມນີ້, ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ກຕສ ໃນໄລຍະຜ່ານມາ ແລະ ຈະນຳເອົາເນື້ອໃນການສົນທະນາ, ແລກປ່ຽນຄັ້ງນີ້ກັບໄປຄົ້ນຄວ້າ ແລະ ສະເໜີໄປຍັງອົງການ KDDI foundation ແລະ ລັດຖະບານປະເທດຍີ່ປຸ່ນ ເພື່ອຊອກຫາຊ່ອງທາງ ທີ່ຈະຮ່ວມມືກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການພັດທະນາວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມ ຂຶ້ນເລື້ອຍໆ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ