ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ການແລກປ່ຽນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

22/11/2023

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ການແລກປ່ຽນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ນຳໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ການແລກປ່ຽນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ທີ່ ນະຄອນສົງຊິ້ງ ສປ. ຈີນ ໃນລະຫວ່າງວັນທີ 04~07 ພະຈິກ 2023. ກອງປະຊຸມດັ່ງກ່າວມີ ລັດຖະມົນຕີຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເຂົ້້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ, ກຳນົດທິດທາງ, ນະໂຍບາຍການພັດທະນາການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ການຊຸກຍູ້ວຽກງານທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນໜຶ່ງໃນ 8 ແຜນວຽກ ຊຶ່ງ ພະນະທ່ານ ປະທານ ສີ ຈິ້ນຜິງ ໄດ້ປະກາດແຜນປະຕິບັດງານຮ່ວມມືກັບປະເທດຕ່າງໆໃນຕໍ່ໜ້າ ຢູ່ ໃນກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນຄັ້ງທີ 03 ເພື່ອຊຸກຍູ້ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄຸນະພາບສູງຂຶ້ນ ຢູ່ ນະຄອນປັກກິ່ງ ໃນເດືອນຕຸລາ 2023 ຜ່ານມາ. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້້ງນີ້, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ພາຍໃຕ້ 2 ຫົວຂໍ້ຄື: ຫົວຂໍ້ 01: ສ້າງການຮ່ວມມືໃຫ້ຕິດພັນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ (Building Closer Partnerships on Science, Technology and Innovation Cooperation;) ຫົວຂໍ້ 02: ເສັ້ນທາງສູ່ການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກໍາ (A Path Toward Innovation-Driven Development.)

ປີ 2023 ແມ່ນປີຄົບຮອບ 10 ປີ ແຫ່ງການສະເໜີແນວຄວາມຄິດລິເລີ່ມໂຄງການ “ໜຶ່ງແລວໜຶ່ງເສັ້ນ ທາງ,” ໃນໜຶ່ງທົດສະວັດທີ່ຜ່ານມາ ສປປ ລາວ ກໍ່ເປັນໜຶ່ງໃນຫຼາຍປະເທດທີ່ເຂົ້າຮ່ວມໂຄງການ ແລະ ໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ໄດ້ເປັນການຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນລະຫວ່າງສອງຊາດ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນເລິກເຊິ່ງຍິ່ງຂຶ້ນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ