ລາວ-ຈີນ ສືບຕໍ່ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

22/11/2023

ລາວ-ຈີນ ສືບຕໍ່ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ໃນໂອກາດເຂົ້າຮ່ວມກອງປະຊຸມ "ໜຶ່ງແລວໜຶ່ງເສັ້ນທາງ" ການແລກປ່ຽນທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຢູ່ທີ່ ນະຄອນຊົງຊິ້ງ ສປ. ຈີນ. ໃນວັນທີ 05 ພະຈິກ 2023 ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ. ຈີນ ໂດຍພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ ອິນ ເຫີຈຸນ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ. ຈີນ.

ທ່ານລັດຖະມົນຕີ ອິນ ເຫີຈຸນ ໄດ້ມີຄຳເຫັນໃນກອງປະຊຸມພົບປະຄັ້ງນີ້ວ່າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ. ຈີນ ຈະສືບຕໍ່ໃຫ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແກ່ ສປປ ລາວ ໂດຍສະເໜີສ້າງຕັ້ງຄະນະກຳມະການຮ່ວມມື ແລະ ຖືເອົາການລົງນາມເອກະສານຮ່ວມມືທັງສອງສະບັບ ທີ່ໄດ້ລົງນາມຄັ້ງນີ້ ເປັນໂອກາດ ເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມື ລະຫວ່າງສອງກະຊວງ.

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ກໍໄດ້ມີຄຳເຫັນໃນກອງປະຊຸມຄັ້ງນີ້ ສະແດງຄວາມສະໜັບສະໜູນການເສີມຂະຫຍາຍການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຈັດກອງປະຊຸມຄົ້ນຄວ້ານະໂຍບາຍແນວທາງຍຸດທະສາດ, ການແລກປ່ຽນນັກຄົ້ນຄວ້າ, ສົ່ງນັກຄົ້ນຄວ້າດຳເນີນການຄົ້ນຄວ້າຢູ່ ສປ. ຈີນ, ສ້າງຫ້ອງທົດລອງຄົ້ນຄວ້າເຕັກໂນໂລຊີໃນຍຸກ 4.0, ເຕັກໂນໂລຊີປັນຍາປະດິດ, ກຸ່ມຂໍ້ມູນຂະໜາດໃຫຍ່, ລະບົບກຸ່ມຂໍ້ມູນຜູກພັນ, ສະໜັບສະໜູນແນວຄວາມຄວາມຄິດ ແລະ ຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອລຶບລ້າງຄວາມທຸກຍາກ.

ໃນກອງປະຊຸມພົບປະດັ່ງກ່າວນີ້ ໄດ້ມີພິທີລົງນາມເອກະສານຮ່ວມມື 02 ສະບັບຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; 2) ໜັງສືສະແດງເຈດຈຳນົງ ຮ່ວມກັນດຳເນີນກິດຈະກຳຮ່ວມມືສະເພາະ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຊຶ່ງເປັນການຢັ້ງຢືນເຖິງການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຈີນ ກໍ່ຄື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ບົນພື້ນຖານຄູ່ຮ່ວມຊາຕາກໍາ ລາວ-ຈີນ.

ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນສົງຊິ້ງ ສປ. ຈີນ ຄັ້ງນີ້, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ຢ້ຽມຢາມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຮ່ວມກັບ ມະຫາວິທະຍາໄລການສຶກສາສົງຊິ້ງ ອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ