ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມອິນເຕີເນັດໂລກ ຄັ້ງທີ X (The 10th World Internet Conference Wuzhen Summit)

22/11/2023

ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມອິນເຕີເນັດໂລກ ຄັ້ງທີ X (The 10th World Internet Conference Wuzhen Summit)

ໃນລະຫວ່າງວັນທີ 08-11 ພະຈິກ 2023 ຜ່ານມານີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມອິນເຕີເນັດໂລກຄັ້ງທີ X (The 10th World Internet Conference Wuzhen Summit) ທີ່ເມືອງ ອູເຈີນ, ສປ. ຈີນ ຊຶ່ງກອງປະຊຸມດັ່ງກ່າວ ເປັນປະທານກອງປະຊຸມໂດຍ ທ່ານ ຈ້ວງ ຫຼວງເວິນ, ລັດຖະມົນຕີ ອົງການຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານ ແຫ່ງ ສປ. ຈີນ ແລະ ໄດ້ຮັບກຽດກ່າວເປີດກອງປະຊຸມ ໂດຍ ພະນະທ່ານ ສີ ຈີ້ນຜິງ, ປະທານປະເທດ ແຫ່ງ ສປ.ຈີນ (ຜ່ານລະບົບກອງປະຊຸມທາງໄກ), ມີບັນດາການນຳ ແລະ ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 90 ປະເທດ.

ກອງປະຊຸມໃນຄັ້ງນີ້ ເປັນເຈົ້າພາບຈັດງານໂດຍ ລັດຖະບານ ແຫ່ງ ສປ.ຈີນ ແລະ ສູນແລກປ່ຽນຂໍ້ມູນຂ່າວສານ ອາຊຽນ-ຈີນ (China-ASEAN Information Harbor Co,.Ltd - CAIH) ເປັນກິດຈະກຳໜຶ່ງ ທີ່ນອນໃນແຜນຍຸດທະສາດເສັ້ນທາງສາຍໄໝ (ໜຶ່ງແລວ ໜຶ່ງເສັ້ນທາງ) ຂອງ ສປ. ຈີນ ທີ່ໄດ້ເຊື້ອເຊີນບັນດາການນຳພາກລັດ ຂອງທົ່ວໂລກເຂົ້າຮ່ວມ. ຈຸດປະສົງ ເພື່ອເປັນເວທີໃນການແລກປ່ຽນບົດຮຽນທາງດ້ານການພັດທະນາວຽກງານເຕັກໂນໂລຊີດິຈິຕອນ ໂດຍສະເພາະ ການນຳໃຊ້ ໃນວຽກງານພາກລັດ, ເສດຖະກິດ ແລະ ສັງຄົມ ເພື່ອຫັນເປັນທັນສະໄໝ, ຊຶ່ງປະກອບມີຫຼາຍວາລະທີ່ສຳຄັນ ເປັນຕົ້ນແມ່ນ ກອງປະຊຸມແລກປ່ຽນບົດຮຽນຂອງການນຳພາກລັດ, ການຈັດສຳມະນາ ແລະ ຈັດງານວາງສະແດງ (Expo) ທີ່ກ່ຽວຂ້ອງກັບເຕັກໂນໂລຊີດິຈິຕອນ ຂອງພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມຫຼາຍກວ່າ 200 ບູດວາງສະແດງ.

ໃນໂອກາດດັ່ງກ່າວ, ທ່ານໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນກ່າວມີຄຳເຫັນ ໃນກອງປະຊຸມ the 2nd Dialogue on China-ASEAN Information Harbor ໂດຍໄດ້ເວົ້າເຖິງ ສະພາບການພັດທະນາວຽກງານດິຈິຕອນ ຂອງ ສປປ ລາວ ແລະ ໂອກາດໃນການລົງທຶນດ້ານດິຈິຕອນ ຢູ່ ສປປ ລາວ, ຊຶ່ງເຫັນໄດ້ວ່າ ວາລະດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍ ແລະ ສອດຄ່ອງກັບແນວທາງການພັດທະນາ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ. ຈີນ ທີ່ ສປປ ລາວ ສາມາດ ເຂົ້າຮ່ວມເປັນສ່ວນໜຶ່ງຂອງໂຄງການດັ່ງກ່າວ ເພື່ອຍາດແຍ່ງການລົງທຶນ ຫັນເປັນດິຈິຕອນ ແລະ ໃຫ້ກາຍເປັນຈຸດເຊື່ອມ Landlink ລະຫວ່າງປະເທດດ້ານດິຈິຕອນ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ເປັນໂອກາດອັນດີໃຫ້ແກ່ ສປປ ລາວ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ. ຈີນ ທາງດ້ານວຽກງານການພັດທະນາລະບົບເຕັກໂນໂລຊີດິຈິຕອນ ແລະ ໄອຊີທີ, ທັງເປັນການຮັບຮູ້ ບັນດາທິດທາງ, ແຜນນະໂຍບາຍ ຂອງບັນດາຜູ້ນຳຈາກບັນດາປະເທດທີ່ເຂົ້າຮ່ວມ ທີ່ມີການພັດທະນາທາງດ້ານເຕັກໂນໂລຊີດິຈິຕອນໃນລະດັບສູງ ເພື່ອນຳມາຜັນຂະຫຍາຍ ແລະ ໝູນໃຊ້ໃນວຽກງານການພັດທະນາດິຈິຕອນຢູ່ ສປປ ລາວ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ