ເຕັກໂນໂລຊີດີຈິຕອນຊ່ວຍໃຫ້ເສດຖະກິດໃນຊົນນະບົດແຂວງຢູນນານຂະຫຍາຍຕົວບໍ່ຢຸດຢັ້ງ
23/11/2023

ປັດຈຸບັນ, ສປ ຈີນ ກຳລັງຍູ້ແຮງການຈັດຕັ້ງປະຕິບັດ ກໍ່ສ້າງພື້ນຖານໂຄງລ່າງດີຈິຕອນ ໃນເຂດຊົນນະບົດ ໂດຍສະເພາະການກໍ່ສ້າງໃນແຂວງຢູນນານ ໃນຮູບແບບດີຈິຕອນໄດ້ຮັບຜົນສຳເລັດຢ່າງເພິງພໍ່ໃຈ ຊື່ງບັນດາພື້ນຖານໂຄງລ່າງດີຈິຕອນ ໄດ້ເຮັດໃຫ້ບ້ານໝູ່ຕ່າງໆໄດ້ເຊື່ອມໂຍງເຂົ້າກັນ ແລະ ນຳເອົາໂອກາດການພັດທະນາອັນໃໝ່ ເພື່ອຟື້ນຟູຊົນນະບົດ. ສະນັ້ນ, ເຕັກໂນໂລຊີດີຈິຕອນ ຈຶ່ງໄດ້ມີບົດບາດສຳຄັນໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ທ່ານ ເຫລີຍເຫລີຍ (Lei Lei), ຫົວໜ້າພະແນກດຳເນີນການ ແລະ ທຸລະກິດຂອງບໍລິສັດຫົວເຫວີຍ ສາຂາຢູນນານ ໄດ້ກ່າວສຳມະນາການສື່ສານຊົນນະບົດດິຈິຕອນ ພົບປະກັບສື່ມວນຊົນ ໃນວັນທີ 21 ພະຈິກ 2023 ວ່າ: ບໍລິສັດ ຫົວເຫວີຍ ຮ່ວມກັບຜູ້ໃຫ້ບໍລິການ ດ້ານໂທລະຄົມມະນາຄົມໃນທ້ອງຖິ່ນ ເພື່ອປະດິດສ້າງ ແລະ ນຳໃຊ້ເຕັກໂນໂລຊີອັນໃໝ່ ເປັນຕົ້ນແມ່ນເຕັກໂນໂລຊີການແຍກໂຊນສື່ສານ ແລະ ເຄື່ອງກະຈາຍ ແລະ ແຜນງານກໍ່ສ້າງເຄືອຂ່າຍ ໃນຊົນນະບົດແບບ RuralStar, ເຮັດໃຫ້ສັນຍານອິນເຕີເນັດ ໄດ້ປົກຄຸມບັນດາບ້ານ ເພີ່ມອັດຕາການປົກຄຸມອິນເຕີເນັດໃນຊົນນະບົດ ແລະ ເປັນການປະຕິບັດພັນທະໃນສັງຄົມ. ນອກຈາກນີ້, ກໍເພື່ອຕັ້ງໜ້າຊຸກຍູ້ເຕັກໂນໂລຊີ ເຂົ້າໃນບັນດາຂົງເຂດທີ່ສຳຄັນ ເຊັ່ນ: ຂະແໜງກະສິກຳ ແລະ ການທ່ອງທ່ຽວ ຊຶ່ງເປັນສອງຂະແໜງການທີ່ພົ້ນເດັ່ນ ແລະ ມີທ່າແຮງຂອງແຂວງຢູນນານ, ເຕັກໂນໂລຊີທີ່ທັນສະໄໝດັ່ງກ່າວ ໄດ້ເຮັດໃຫ້ການພັດທະນາ ໃນສອງຂະແໜງການດັ່ງກ່າວ ເກີດການປ່ຽນແປງຢ່າງຫຼວງຫຼາຍ.


ໃນໂອກາດດຽວກັນ, ທ່ານ ນາງ ສາງ ຈ້າຍເຟີຍ(Chang Zaifei), ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ທ່ອງທ່ຽວ ນະຄອນເຖິງຊົ່ງ ໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວຂອງ ນະຄອນເຖິງຊົ່ງ ເປັນຂະແໜງການທີ່ມີທ່າແຮງ ໃນ 9 ເດືອນຂອງປີ 2023, ທົ່ວນະຄອນເຖິງຊົ່ງ ມີນັກທ່ອງທ່ຽວເຂົ້າມາທ່ຽວ ທັງໝົດ 13.370.000 ເທື່ອຄົນ, ສ້າງລາຍຮັບໄດ້ 17.100 ລ້ານຢວນ, ທຽບໃສ່ໄລຍະດຽວກັນໄດ້ເພີ່ມຂຶ້ນ 22% ແລະ 38% ຕາມລຳດັບ. ການພັດທະນາຂອງ ຂະແໜງການທ່ອງທ່ຽວ ໄດ້ນຳເອົາໂອກາດໃໝ່ໃນການພັດທະນາເສດຖະກິດ, ເຮັດໃຫ້ປະຊາຊົນທ້ອງຖິ່ນຈຳນວນ 4.000 ກວ່າຄົນ ມີລາຍຮັບເພີ່ມຂຶ້ນ. ການພັດທະນາຂະແໜງການທ່ອງທ່ຽວ ແມ່ນໄດ້ຕິດພັນຢ່າງແໜ້ນແຟ້ນ ກັບການກໍ່ສ້າງພື້ນຖານໂຄງລ່າງດີຈິຕອນ ແລະ ເຕັກໂນໂລຊີດີຈິຕອນ ຈະຊ່ວຍໃຫ້ຂະແໜງການວັດທະນະທຳ ແລະ ທ່ອງທ່ຽວຂອງນະຄອນເຖິງຊົ່ງ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ພວກເຮົາຈະສືບຕໍ່ຍົກລະດັບ ການທ່ອງທ່ຽວແບບອັດສະລິຍະ ເພື່ອມອບປະສົບການທີ່ດີ ດ້ານການທ່ອງທ່ຽວ ແບບເຊື່ອມຕໍ່ກັບດີຈິຕອນ ໃຫ້ແກ່ນັກທ່ອງທ່ຽວ ທັງຫຼາຍ ແລະ ສ້າງກຳລັງຂັບເຄືື່ອນອັນໃໝ່ ເພື່ອຊຸກຍູ້ການພັດທະນາຂະແໜງການ ວັດທະນະທຳ ແລະ ທ່ອງທ່ຽວຂອງນະຄອນເຖິງຊົ່ງ.

ທ່ານ ນາງ ຊູ ຢຸ້ຍຜີງ(Su Ruiping) ຫົວໜ້າຂະແໜງ ພັດທະນາການສື່ສານ ແລະ ຂໍ້ມູນຂ່າວສານ ຫ້ອງການຄຸ້ມຄອງການສື່ສານ ແຂວງຢູນນານ ເຜີຍໃຫ້ຮູ້ກ່ຽວກັບຈຸດສຸມ ແລະ ວິໄສທັດໃນການພັດທະນາຊົນນະບົດແບບດີຈິຕອນ, ເຕັກໂນໂລຊີຕ່າງໆ ເປັນຕົ້ນ ແມ່ນ: ລະບົບ 5G, ຄລາວ, ປັນຍາປະດິດ ຫລື AI ແມ່ນທິດທາງໃນການຍົກລະດັບ ຄຸນນະພາບຂອງພື້ນຖານໂຄງລ່າງດີຈິຕອນ ໃນຊົນນະບົດ. ໃນອະນາຄົດແຂວງຢູນນານ ຈະສຸມໃສ່ ໃນການຍົກລະດັບພື້ນຖານໂຄງລ່າງດີຈິຕອນ ໃນຊົນນະບົດ ເຮັດໃຫ້ຄວາມແຕກໂຕນກັນດ້ານດີຈິຕອນລະຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ໜ້ອຍລົງ, ສືບຕໍ່ຊຸກຍູ້ການກໍ່ສ້າງທົ່ວແຂວງໃຫ້ຫັນເປັນດີຈິຕອນອັນໄດ້ກວມເອົາບ້ານຊິ່ນຈ້າຍ ແລະ ນະຄອນປາວຊານ; ນຳໃຊ້ດິຈິຕອນ ແລະ ເຕັກໂນໂລຊີອັດສະລິຍະ ເພື່ອໜູນຊ່ວຍໃຫ້ກະສິກຳ, ອຸດສາຫະກຳ ແລະ ການບໍລິການ ໃນຊົນນະບົດ ໄດ້ພັດທະນາແບບປະສົມປະສານກັນ, ປັບປຸງການບໍລິການສາທາລະນະ ໃນຂັ້ນພື້ນຖານຂອງຊົນນະບົດ ໃຫ້ສົມບູນຂຶ້ນ, ຍົກລະດັບການບໍລິຫານ ແລະ ປົວແປງຊົນນະບົດ ເພື່ອນຳເອົາບົດຮຽນຂອງແຂວງຢູນນານປະກອບສ່ວນເຂົ້າໃນການກໍ່ສ້າງປະເທດຈີນ ໃຫ້ຫັນເປັນປະເທດດິຈິຕອນ.