ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 16 ແລະ ກອງປະຊຸມຂອງຄະນະກຳມະການບໍລິຫານງານຄັ້ງທີ 47 ຂອງອົງການໂທລະຄົມມະນາຄົມອາຊີ - ປາຊີຟິກ

23/11/2023

ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 16 ແລະ ກອງປະຊຸມຂອງຄະນະກຳມະການບໍລິຫານງານຄັ້ງທີ  47 ຂອງອົງການໂທລະຄົມມະນາຄົມອາຊີ - ປາຊີຟິກ

ໃນລະຫວ່າງວັນທີ 05-11 ພະຈິກ 2023 ທີ່ຜ່ານມານີ້, ທ່ານນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ ກຕສ, ຮອງປະທານຄະນະກຳມະການບໍລິຫານງານອົງ​ການໂທລະຄົມມະນາຄົມອາຊີ-ປາຊີຟິກ (APT), ປະທານຄະນະຄົ້ນຄວ້າສ້າງແຜນຍຸດທະສາດວຽກງານ ອົງການ APT 2024-2026 ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 16 (The 16th Session of the General Assembly) ແລະ ກອງປະຊຸມຂອງຄະນະກຳມະການບໍລິຫານງານ ຄັ້ງທີ 47 (47th Session of the Management Committee (MC-47)) ຂອງ ອົງການ APT, ທີ່ນະຄອນຫຼວງ ບາງກອກ, ຣາຊະອານາຈັກໄທ ຊຶ່ງມີ​ຜູ້​ເຂົ້າ​ຮ່ວມຕາງໜ້າຈາກ 30 ປະ​ເທດ​ສະ​ມາ​ຊິກ APT ເຂົ້າຮ່ວມ.

ກອງ​ປະ​ຊຸມຂອງຄະນະກຳມະການບໍລິຫານງານ ຄັ້ງທີ 47​ (MC-47) ໄດ້ຈັດ​ຂຶ້ນທຸກໆປີ ແລະ ກອງປະຊຸມ​ສະມັດຊາໃຫຍ່​ຄັ້ງ​ທີ 16 (GA-16) ທີ່ຈັດຂຶ້ນທຸກໆ 3 ປີ, ໂດຍມີວາລະສຳຄັນ ເຊັ່ນ: ການເລືອກຕັ້ງເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ຂອງ ອົງການ APT ສຳລັບສົກປີ 2024-2026, ທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດ 03 ປີ (2021-2023) ແລະ ຮັບຮອງຮ່າງແຜນຍຸດທະສາດ ສະບັບໃໝ່ (2024-2026) ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແລະ ຂັບເຄື່ອນວຽກ​ງານ​ຂອງ APT ພ້ອມກັບເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ APT (APT Ministerial Meeting) ໃນປີ 2025 ທີ່ປະເທດຍິປຸ່ນ ໂດຍຕາງໜ້າລາຍງານໂດຍ ທ່ານ ນາງ ພາວັນນາ ດວງບຸບຜາ, ຫົວໜ້າຄະນະຮ່າງແຜນດັ່ງກ່າວທີ່ປະກອບດ້ວຍຮອງປະທານ ຈາກປະເທດ ບັງກລາເທດ ແລະ ສປ ຈີນ, ພ້ອມກັບຄະນະຂອງບັນດາປະເທດສະມາຊິກ, ກອງເລຂາ APT ແລະ ຄະນະເຮັດວຽກກອງເລຂາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນນາມຜູ້ຊ່ວຍວຽກປະທານ. ແຜນຍຸດທະສາດດັ່ງກ່າວແມ່ນໄດ້ຜ່ານການຮ່າງໃນໄລຍະ 01 ປີ ປະກອບດ້ວຍ 05 ເສົາຄໍ້າຄື: 1.ຂົງເຂດການເຊື່ອມຕໍ່ດິຈິຕອນ; 2.ຂົງເຂດການຫັນເປັນດິຈິຕອນ; 3. ຂົງເຂດຄວາມປອດໄພ ແລະ ໜ້າເຊື່ອຖື; 4. ຂົງເຂດຄວາມເທົ່າທຽມທາງດິຈິຕອນ ແລະ 5. ຂົງເຂດຄວາມຍືນຍົງ.

ກອງປະຊຸມຍັງໄດ້ປຶກສາຫາລືຄວາມຄືບໜ້າຂອງບັນດາແຜນງານ, ບັນດາໂຄງການ/ກິດຈະກໍາ, ແລະ ຝຶກອົບຮົມໃນປີ 2023 ແລະ ຮັບຮອງແຜນໃນປີຕໍ່ໜ້າ ທີ່ຈະອີງຕາມເສົາຄໍ້າຍຸດທະສາດດັ່ງກ່າວ, ພິຈາລະນາບັນດາໂຄງການ/ກິດຈະກຳ ທີ່ສະເໜີໃໝ່ພາຍໃຕ້ກອງທຶນ APT, ທຶນສະໜັບສະໜູນພິເສດຈາກບັນດາປະເທດເຊັ່ນ: ສປ ຈີນ (EBC-C), ສ. ເກົາຫຼີ (EBC-K), ຍີ່ປຸ່ນ (EBC-J) ແລະ ອົດສະຕຣາລີ ທີ່ລວມມີບັນດາໂຄງການ/ກິດຈະກຳຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ປຶກສາຫາລືການຈັດສັນງົບປະມານໃຫ້ແກ່ແຜນງານປີ 2024-2026 ຊຶ່ງໄດ້ຮັບຮອງຄາດຄະເນງົບປະມານຄ່າໃຊ້ຈ່າຍຂອງອົງການ ສຳລັບປີ 2024 ເປັນຈໍານວນເງິນ 3,265,856 ໂດລາ. ນອກນີ້, ກອງປະຊຸມກໍໄດ້ມີການຊົມເຊີຍຕໍ່ການປະກອບສ່ວນຂອງຜູ້ໃຫ້ທຶນສະໜັບສະໜູນ, ການເປັນເຈົ້າພາບຈັດກອງປະຊຸມ ການປະຕິບັດໜ້າທີ່ຂອງບຸກຄົນໃນສະໄໝຜ່ານມາ, ມີການມອບລາງວັນໃຫ້ບຸກຄົນດີເດັ່ນທີ່ປະກອບສ່ວນວຽກງານຂອງ APT ແລະ ໃນ 2024 ກໍແມ່ນປີສຳຄັນທີ່ອົງການ APT ຄົບຮອບ 45 ປີ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ