ປຶກສາຫາລືສຶກສາຄວາມເປັນໄປໄດ້ໃນການສະເໜີໂຄງການ ສ້າງສູນຝືກອົບຮົມບໍລິຫານລັດດິຈິຕອນ ໂດຍການຮ່ວມມື ລາວ-ເກົາຫຼີ

23/11/2023

ປຶກສາຫາລືສຶກສາຄວາມເປັນໄປໄດ້ໃນການສະເໜີໂຄງການ ສ້າງສູນຝືກອົບຮົມບໍລິຫານລັດດິຈິຕອນ ໂດຍການຮ່ວມມື ລາວ-ເກົາຫຼີ

ໃນວັນທີ 20 ພະຈິກ 2023 ຜ່ານມານີ້, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ອົງການ KOICA ຈັດກອງປະຊຸມພົບປະປຶກສາຫາລືເພື່ອສຶກສາຄວາມເປັນໄປໄດ້ໃນການສະເໜີໂຄງການ ສ້າງສູນຝືກອົບຮົມບໍລິຫານລັດດິຈິຕອນ ໂດຍການຮ່ວມມື ລາວ-ເກົາຫຼີ ພາຍໃຕ້ໂຄງການ “Digital Government Training center - Capacity building for digital government in Laos” ທີ່ຫ້ອງປະຊຸມໃຫຍ່ ກຕສ​ (ເຂດ ສນຍ) ພາຍໃຕ້ການເປັນປະທານຂອງທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ແລະ ທ່ານນາງ Myungjin KIM, ຜູ້ອໍານວຍການອົງການ KOICA ປະຈໍາ ສປປ ລາວ, ມີຫົວໜ້າສູນບໍລິຫານລັດດິຈິຕອນ, ຮອງຫົວໜ້າສູນ, ຮອງຫົວໜ້າຫ້ອງການກະຊວງ ພ້ອມດ້ວຍພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສູນບໍລິຫານລັດດິຈິຕອນ ໃນນາມເຈົ້າຂອງຂອບແນວຄວາມຄິດໄດ້ນໍາສະເໜີ ຮ່າງບົດສະເໜີໂຄງການໂດຍ ຫຍໍ້ ແລະ ສະພາບລວມການພັດທະນາ, ຄວາມຈໍາເປັນ ແລະ ຄວາມຕ້ອງການ ໃຫ້ກອງປະຊຸມ ຮັບຊາບ, ໂດຍສະເພາະ ຄວາມມຸ້ງຫວັງວ່າຈະໄດ້ຮັບໝາກຜົນ ທີ່ເປັນການຊຸກຍູ້ ແລະ ສົ່ງເສີມໃຫ້ແກ່ບຸກຄະລາກອນ ຢູ່ ສປປ ລາວ ຊື່ງຄາດຄະເນຜົນໄດ້ຮັບ ຈະປະກອບສ່ວນໃນການພັດທະນາທາງດ້ານການອຳນວຍຄວາມສະດວກ ແລະ ປັບປຸງປະສິດທິພາບການໃຊ້ເຄື່ອງມືໃນການຫັນເປັນ​ລັດຖະບານ​ດິ​ຈິ​ຕອນ ເຮັດໃຫ້ອັດຕາດັດສະນີຂອງລັດຖະບານດິຈິຕອນ ເພີ່ມຂຶ້ນ ແລະ ດີຂຶ້ນກວ່າເກົ່າ. ກຕສ ເຫັນໄດ້ເຖີງຄວາມສໍາຄັນ ແລະ ໄດ້ຖືເປັນວຽກບູລິມະສິດ  ໃນການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນພາກລັດ ກໍຄືວຽກງານການພັດທະນາຊັບພະຍາກອນມະນຸດ ທີ່ນອນຢູ່ໃນທິດທາງແຜນການໃນແຜນພັດທະນາເສດຖະກິດສັງຄົມ ຫ້າປີ ຄັ້ງທີ 9 ຂອງ ສປປ ລາວ ແລະ ແຜນແມ່ບົດເສດຖະກິດດິຈິຕອນ 2025. ສະນັ້ນ, ຈຶ່ງໄດ້ສະເໜີແນວຄວາມຄິດໂຄງການດັ່ງກ່າວ ເພື່ອຊ່ວຍໃນການເພີມທັກສະ ແລະ ຄວາມອາດສາມາດໃນການນໍາໃຊ້ເຄື່ອງມືເຕັກໂນໂລຊີທັນສະໄໝ ແລະ ບັນດາແພລັດຟອມດິຈິຕອນ ໃຫ້ບຸກຄະລາກອນພາກລັດ ເພື່ອຍົກລະດັບຄວາມສາມາດ, ທັກສະ ແລະ ຄວາມຮູ້ ໃນການປະກອບສ່ວນ ການຫັນເປັນດິຈິຕອນຂອງ ສປປລາວ ພາຍໃຕ້ 3 ເສົາຄໍ້າຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ. ຊຶ່ງໃນການປຶກສາຫາລື ກ່ຽວກັບ ຄວາມເປັນໄປໄດ້ໃນການຮ່ວມມື ແລະ ການສໍາຫຼວດສຶກສາ ເຊິ່ງບັນດາກິດຈະກຳຫຼັກໆຂອງແນວຄວາມຄິດໂຄງການ ປະກອບດ້ວຍ: 1) ສ້າງຕັ້ງສູນການຝຶກອົບຮົມລັດຖະບານດິຈິຕອນເພື່ອດຳເນີນການ ແລະ ບໍລິຫານຈັດການໃນການສ້າງຂີດຄວາມສາມາດ ທາງດ້ານເຕັກໂນໂລຊີ; 2) ຊຸກຍູ້ການສ້າງຄວາມອາດສາມາດ ທີ່ຍືນຍົງໃຫ້ແກ່ການຫັນເປັນລັດຖະບານດີຈີຕອນ; 3) ເພື່ອເປັນສູນກາງສົ່ງເສີມ ແລະ ແລກປ່ຽນການປະຕິບັດງານທີ່ດີທີ່ສຸດທາງດ້ານເຕັກໂນໂລຊີ ທີ່ພົ້ນເດັ່ນຂື້ນໃຫ້ແກ່ລັດຖະບານດີຈີຕອນ ລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ. 4) ປັບປຸງຄຸນນະພາບຂອງລັດຖະບານດິຈິຕອນ ແລະ ການຝຶກອົບຮົມໂດຍການຮັບປະກັນໂຄງສ້າງພື້ນຖານທີ່ມີຄຸນນະພາບສູງ ທີ່ເຫມາະສົມສໍາລັບການສົ່ງເສີມຄວາມປອດໄພທາງອິນເຕີເນັດຂອງລັດຖະບານດິຈິຕອນ. ແລະ 5)ເພື່ອສ້າງໂອກາດໃຫ້ບັນດາແຂວງໂດຍສະເພາະເຂດຫ່າງໄກສອກຫຼີກເຂົ້າຮ່ວມໂຄງການຝຶກອົບຮົມໂດຍການຂະຫຍາຍເວທີການຝຶກອົບຮົມອອນລາຍ.

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ