ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ

23/11/2023

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ

ໃນຕອນບ່າຍຂອງວັນທີ 22 ພະຈິກ 2023 ທີ່ຜ່ານມາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ມາຊາຮິໂກະ ເມໂຕກິ, ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ  21-23 ພະຈິກ 2023.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ທີ່ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ ສະຫະພາບໄປສະນີສາກົນ ໃນກອງປະຊຸມໃຫຍ່ຄັ້ງທີ 27 ທີ່ຈັດຂຶ້ນ ນະຄອນຫຼວງ ອາບິດຈ້ານ, ສາທາລະນະລັດ ຄູດິວົວ (the Republic of Côte d' Ivoire) ໃນເດືອນ ສິງຫາ ປີ 2020 ທີ່ຜ່ານມາ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ໃນຄັ້ງນີ້. ພ້ອມທັງສະແດງຄວາມເຊື່ອໝັ້ນພາຍໃຕ້ການຊີ້ນໍາຂອງທ່ານເລຂາທິການໃຫຍ່ຈະຊ່ວຍໃຫ້ຂະແຫນງການໄປສະນີຂອງບັນດາປະເທດສະມາຊິກ UPU ໃນທົ່ວໂລກ ລວມທັງວຽກງານໄປສະນີຂອງ ສປປ ລາວ ຈະນັບມື້ນັບມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ ຊຶ່ງວຽກງານໄປສະນີ ລັດຖະບານ ແຫ່ງ ສປປ ລາວ ໄດ້ຊຸກຍູ້ ສົ່ງເສີມໃຫ້ມີການລົງທຶນໃສ່ການສ້າງ, ການພັດທະນາ, ການຂະຫຍາຍຕາໜ່າງໄປສະນີ ຕາມປະເພດ ແລະ ຂອບເຂດ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການໄປສະນີ, ສົ່ງເສີມຜູ້ປະກອບການໄປສະນີ ໃຫ້ມີການແຂ່ງຂັນການດໍາເນີນທຸລະກິດ ຢ່າງສະເຫມີພາບ, ເປັນທໍາ.

ພ້ອມດຽວກັນນັ້ນ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານຕໍ່ທ່ານຮອງນາຍົກເພີ່ມຕື້່ມໃນໂອກາດທີ່ທ່ານເລຂາທິການໃຫຍ່ສະຫະພາບໄປສະນີສາກົນ ມາຢ້ຽມຢາມເຮັດວຽກຄັ້ງນີ້, ຊຶ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫະພາບໄປສະນີສາກົນ  ໄດ້ມີການພົບປະສອງຝ່າຍ ເພື່ອແລກປ່ຽນຄໍາຄິດເຫັນຮ່ວມກັນໃນຫຼາຍບັນຫາ ແລະ ໄດ້ສະແດງເຈດຈໍານົງໃນການຂະຫຍາຍການຮ່ວມມື ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ. ຊຶ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານໃຫ້ເຫັນເຖິງສະຖານະພາບຂອງການບໍລິການຂອງໄປສະນີລາວ ເພື່ອຈະຄົ້ນຄວ້າໃຫ້ການຊ່ວຍເຫຼືອໃນການພັດທະນາຂະແໜງ ໄປສະນີ ສປປ ລາວ ໃນຕໍ່ຫນ້າ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດໃນຂະແໜງໄປສະນີລາວ ຊຶ່ງໄດ້ຂໍໃຫ້ UPU ຈົ່ງຊ່ວຍສະຫນັບສະຫນູນ, ຄົ້ນຄວ້າສົ່ງຊ່ຽວຊານມາປະຈໍາຮ່ວມເຮັດວຽກ, ສະໜອງທຶນຝຶກອົບຮົມຍົກລະດັບວິຊາການ ແລະ ການສ້າງປັບປຸງກົດໝາຍ, ນິຕິກໍາລຸ່ມກົດໝາຍ ເພື່ອຄຸ້ມຄອງຂະແໜງໄປສະນີໃຫ້ດີຂຶ້ນ.

ໃນຕອນທ້າຍ, ທ່ານ ມາຊາຮິໂກະ ເມໂຕກິ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ຮອງ ນາຍົກລັດຖະມົນຕີ ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາວຽກງານໄປສະນີໃຫ້ນັ້ບມື້ນັບມີຄວາມເຂັ້ມແຂງ ແລະ ສືບຕໍ່ກັບຊ່ວຍເຫຼືອໃນການ ພັດທະນາລະບົບ IPS.Post ເພື່ອໃຫ້ສາມາດຕິດຕາມເຄື່ອງຝາກໄປສະນີ (Tracking System) ໃນ ສປປ ລາວ ໄດ້ຢ່າງມີປະສິດທິພາບ ເພື່ອຫັນວຽກງານໄປສະນີດ້ວຍລະບົບດິຈິຕອນເທື່ອລະກ້າວ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ