ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຫ້ອງວ່າການສູນກາງພັກ

30/11/2023

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຫ້ອງວ່າການສູນກາງພັກ

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2023, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງຫ້ອງວ່າການສຸນກາງພັກ ໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາວຽກງານຫັນເປັນທັນສະໄໝ (ຫັນເປັນດິຈິຕອນ) ຂອງຫ້ອງວ່າການສຸນກາງພັກ ລະຫວ່າງ ຫ້ອງວ່າການສູນກາງພັກ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ). ໃຫ້ກຽດເຂົ້າຮ່ວມ ແລະ ລົງນາມໃນພິທີຄັ້ງນີ້ໂດຍ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ແລະທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ທ່ານ ບັນດິດ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາການນໍາຈາກຫ້ອງການ, ບັນດາກົມ, ສະຖາບັນ, ສູນ ຈາກທັງສອງພາກສ່ວນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ ຈໍານວນ 50 ກວ່າທ່ານ.

ໃນພິທີດັ່ງກ່າວ, ທ່ານ ຄໍາພອນ ສອນທະວົງ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ, ຫ້ອງວ່າການສູນກາງພັກ ໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ ການນໍາໃຊ້ ແລະ ການພັດທະນາວຽກງານໄອຊີທີ ຂອງຫ້ອງວ່າການສູນກາງພັກ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມ ແຫ່ງຍຸກສະໄໝ ອຸດສາຫະກໍາໃໝ່ (4.0) ການຂະຫຍາຍຕົວຢ່າງໄວວາຂອງເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາ ມີບົດບາດສໍາຄັນທີ່ສຸດໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ: ດ້ານເສດຖະກິດ, ດ້ານຄວາມໝັ້ນຄົງ, ດ້ານການບໍລິຫານຄຸ້ມຄອງ, ດ້ານວິທະຍາສາດເຕັກນິກ ແລະ ອື່ນໆ. ທ່ານກ່າວຕື່ມວ່າ: ບັນດາປະເທດຕ່າງໆ ຢູ່ໃນພາກພື້ນ ແລະ ສາກົນໄດ້ມີການແຂ່ງຂັນພັດທະນາວຽກງານດັ່ງກ່າວ ຢ່າງແຂງແຮງ  ແລະ ຂະຫຍາຍຕົວຢ່າງວ່ອງໄວ, ພັກ ແລະ ລັດຖະບານພວກເຮົາ ຈຶ່ງໄດ້ກໍານົດນະໂຍບາຍ ເພື່ອສຸມໃສ່ການພັດທະນາວຽກງານເຕັກໂນໂລຊີດິຈິຕອນ ຢ່າງຈະແຈ້ງ ໃນມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ.      

 

ພ້ອມດຽວກັນນັ້ນ, ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ກໍໄດ້ຂຶ້ນກ່າວເຖິງສະພາບການທີ່ພົ້ນເດັ່ນໃນການພັດທະນາວຽກງານເພື່ອຫັນເປັນທັນສະໄໝຂອງ ສປປ ລາວ ໂດຍໄດ້ເນັ້ນເຖິງບູລິມະສິດສຳຄັນຂອງລັດຖະບານກັບການຫັນເປັນ ດິຈິຕອນ ທີ່ຈະຕ້ອງດຳເນີນໄປ 3 ດ້ານພ້ອມກັນ ຈຶ່ງກາຍເປັນ 3 ເສົາຄ້ຳ ດິຈິຕອນ ຄື: 1) ລັດຖະບານດິຈິຕອນ, 2) ເສດຖະກິດດິຈິຕອນ, ແລະ 3) ສັງຄົມດິຈິຕອນ. ໄລຍະຜ່າມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຊ່ວຍຊຸກຍູ້ການຫັນເປັນທັນສະໄໝ ຂອງຫ້ອງວ່າການສູນກາງພັກ ແລະ ໄດ້ເລີ່ມການຮ່ວມມື ໂດຍສະໜອງ ລະບົບກອງປະຊຸມທາງໄກ 1 ຊຸດ, ລະບົບຫ້ອງການທັນສະໄໝ (e-Office) ຈໍານວນ 278 ຜູ້ນໍາໃຊ້, ຈົດໝາຍເອເລັກໂຕຣນິກ (Email) ຈໍານວນ 170 ຜູ້ນໍາໃຊ້, ລະບົບສົນທະນາພາກລັດ (G-Chat) ຈໍານວນ 341 ຜູ້ນໍາໃຊ້, ລະບົບແບ່ງປັນຂໍ້ມູນພາກລັດ (G-Share) ຈໍານວນ 133 ຜູ້ນໍາໃຊ້ ພ້ອມທັງຈັດຝຶກອົບຮົມການນຳໃຊ້ ແລະ ເຜີຍແຜ່ວຽກງານການຫັນເປັນທັນສະໄໝ ຫຼາຍຄັ້ງ ເພື່ອຫັນວຽກງານບໍລິຫານພາຍໃນ ແລະ ສົ່ງເສີມວຽກງານພັກໃຫ້ກວ້າງຂວາງທົ່ວປະເທດ.

ຈຸດປະສົງຂອງການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້  ແມ່ນເພື່ອເປັນບ່ອນອີງໃນການຮ່ວມມືຄົ້ນຄວ້າ,​ ແລກປ່ຽນບົດຮຽນ, ພັດທະນາ ແລະ ນໍາໃຊ້ເຄື່ອງມືດິຈິຕອນ ເພື່ອຫັນວຽກງານຫ້ອງວ່າການໃຫ້ເປັນທັນສະໄໝ ເທື່ອລະກ້າວ, ຊຶິ່ງບັນດາຂອບເຂດການຮ່ວມມື ປະກອບມີ: 1)         ຮ່ວມມືໃນການຄົ້ນຄວ້າສ້າງທ່າແຮງ ເພື່ອປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ລະບົບເຄືອຂ່າຍ ແລະ ລະບົບສູນຂໍ້ມູນ ເພື່ອເກັບຮັກສາຂໍ້ມູນ ຂອງວຽກງານຫ້ອງວ່າການສູນກາງພັກ; 2) ຮ່ວມມືໃນການພັດທະນາ ແລະ ສົ່ງເສີມການນຳໃຊ້ ລະບົບບໍລິຫານລັດດິຈິຕອນ ເຂົ້າໃນວຽກງານຂອງຫ້ອງວ່າການສູນກາງພັກໃຫ້ມີປະສິດທິພາບ, ຮັບປະກັນຄວາມປອດໄພ ແລະ ມີຄວາມຍືນຍົງ; 3) ຮ່ວມມືກັນຄົ້ນຄວ້າ ພັດທະນາລະບົບເຊື່ອມໂຍງຂໍ້ມູນຂ່າວສານ ລະຫວ່າງ ຫ້ອງວ່າການສູນກາງພັກ ກັບພາກສ່ວນຕ່າງໆ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ແລະ 4) ຮ່ວມມືກັນພັດທະນາ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນ, ແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ກອງປະຊຸມປຶກສາຫາລື, ສຳມະນາ, ຝຶກອົບຮົມ ແລະ ອື່ນໆ.

ໂອກາດທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຄະນະເລຂາທີການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສໍາເລັດໃນການພັດທະນາວຽກງານເພື່ອຫັນເປັນທັນສະໄໝ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີແຜນຈັດຕັ້ງປະຕິບັດຢ່າງຕັ້ງໜ້າເພື່ອກ້າວໄປສູ່ການຫັນເປັນທັນສະໄໝ ຂອງ ສປປ ລາວ ໂດຍສະເພາະແມ່ນບົດບາດຄວາມສຳຄັນຢ່າງພາວະວິໄສຂອງວຽກງານໄອຊີທີ ຕໍ່ກັບວຽກງານຂອງຫ້ອງວ່າການສູນກາງພັກໃນໄລຍະຜ່ານມາ ແລະ ການຜັນຂະຫຍາຍວຽກງານໄອຊີທີເຂົ້າສູ່ລວງເລີກໃນຕໍ່ໜ້າ, ການພັດທະນາ ແລະ ການຄຸ້ມຄອງລະບົບເຄືອຂ່າຍ ແລະ ເຄື່ອງມືເອເລັກໂຕຣນິກ ແນໃສ່ເພື່ອເຮັດໃຫ້ການນຳໃຊ້ບັນດາຂໍ້ມູນໃຫ້ມີຄວາມສະດວກວ່ອງໄວ, ​ສ້າງບາດກ້າວການຫັນປ່ຽນໃໝ່ດ້ານວຽກງານບໍລິຫານຫ້ອງການ, ຕາມທິດຍົກສູງຄຸນນະພາບ ເຮັດໃຫ້ວຽກງານຂອງຫ້ອງວ່າການສູນກາງພັກມີຄວາມວ່ອງໄວທັນສະໄໝ, ສ້າງປະຖົມປັດໄຈໃນການກ້າວເຂົ້າສູ່​ການ​ປະ​ຕິ​ວັດອຸດສາຫະກຳ 4.0 ຢ່າງຕັ້ງໜ້າ.

ພ້ອມດຽວກັນນັ້ນ, ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສູງ ທີ່ຫ້ອງວ່າການສູນກາງພັກເລັງເຫັນໄດ້ເຖິງຄວາມສຳຄັນຂອງວຽກງານພັດທະນາເຕັກໂນໂລຊີດິຈິຕອນຊຶ່ງຖືເປັນຂີດໝາຍອັນສຳຄັນໃນການເພີ່ມທະວີການພົວພັນຮ່ວມມື ຍົກສູງຄຸນນະພາບຂອງວຽກງານໄອຊີທີ ລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຫ້ອງວ່າການສູນກາງພັກໃນຕໍ່ໜ້າ.

  ໃນຕອນທ້າຍຂອງພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານຍັງໄດ້ມອບບັນດາລະບົບທີ່ເປັນພື້ນຖານໃນການຮັບໃຊ້ວຽກງານການບໍລິຫານ-ບໍລິການລັດດິຈິຕອນ ແລະ ອຸປະກອນໄອຊີທີ ຈຳນວນໜຶ່ງໃຫ້ແກ່ ຫ້ອງວ່າການສູນກາງພັກ ເພື່ອປະກອບສ່ວນເຂົ້າໃນການດໍາເນີນວຽກງານຂອງຫ້ອງວ່າການສູນກາງພັກ ຊຶ່ງເປັນກຽດກ່າວມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ເປັນກຽດກ່າວຮັບໂດຍ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ,​ ຫົວໜ້າຫ້ອງວ່າການສູນກາງພັກ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ