ຝຶກອົບຮົມ ການຮ່ວມມືດ້ານອຸດສາຫະກໍາເຕັກໂນໂລຊີການສື່ສານ ໃຫ້ແກ່ພະນັກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ

15/07/2024

ຝຶກອົບຮົມ ການຮ່ວມມືດ້ານອຸດສາຫະກໍາເຕັກໂນໂລຊີການສື່ສານ ໃຫ້ແກ່ພະນັກງານໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ

ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ຫົວຂໍ້: ການຮ່ວມມືອຸດສາຫະກໍາເຕັກໂນໂລຊີການສື່ສານ ຂຶ້ນໃນວັນທີ 09 ກໍລະກົດ 2024 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 02 ຂອງສູນອິນເຕີເນັດແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈັນທະວີພອນ ເຄືອບຄຳວອນ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ/ນະຄອນຫຼວງ ຈໍານວນ 96 ທ່ານ ໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.

ການຈັດຝຶກອົບຮົມຄັ້ງນີ້ ເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບພາບລວມ, ການຂະຫຍາຍຕົວ ແລະ ການພົວພັນຂອງອຸດສາຫະກໍາເຕັກໂນໂລຊີການສື່ສານ ໃນອາອີດ, ປັດຈຸບັນ ແລະ ອະນາຄົດ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວໄດ້ຢ່າງເປັນລະບົບ, ກົມກຽວ, ເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ຊຶ່ງໃນຊຸດຝຶກອົບຮົມໄດ້ນໍາສະເໜີ 03 ຫົວຂໍ້ໃຫຍ່ ຄື: ອຸດສາຫະກໍາເຕັກໂນໂລຊີການສື່ສານ, ອຸດສາຫະກໍາການສື່ສານ ແລະ ເສດຖະກິດດິຈິຕອນ ຊຶ່ງນໍາສະເໜີໂດຍນັກວິທະຍາກອນຈາກບັນດາກົມເຕັກນິກພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການຖາມ-ຕອບ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຮັດໃຫ້ມີຄວາມເຂົ້າໃຈແຈ້ງຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງ ໂດຍສະເພາະການຂະຫຍາຍຕົວ ແລະ ການພົວພັນອຸດສາຫະກໍາເຕັກໂນໂລຊີການສື່ສານ ຂອງ ສປປ ລາວ ແລະ ຂອງໂລກ ທັງໃນປັດຈຸບັນ ແລະ ອະນາຄົດ.

ຂ່າວ ແລະ ພາບ: ກົມຈັດຕັ້ງ ແລະ ພະນັກງານ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ