ກຕສ ປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງ ແລະ ປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານ ນໍາພາ-ຄຸ້ມຄອງ

18/07/2024

ກຕສ ປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງ ແລະ ປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານ ນໍາພາ-ຄຸ້ມຄອງ

ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນໍາທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນໍ້າໃຈຕໍ່ສູ້ກູ້ຊາດບໍ່ຍອມຈໍານົນອັນພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນໍາພັກ-ລັດ ທີ່ມີຕໍ່ປະເທດຊາດ ແລະ ເປັນການໂຄສະນາປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກໍາລັງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກາງສະໄໝ ໃຫ້ປາກົດຜົນເປັນຈິງ.

ໃນວັນທີ 11 ກໍລະກົດ 2024 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປາຖະກະຖາຫວນຄືນຊີວິດ ແລະ ການເຄື່ອນໄຫວຂອງ ທ່ານປະທານ ສຸພານຸວົງ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 115 ປີ (13/7/1909-13/7/2024) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາຄະນະພັກ-ຄະນະນໍາກະຊວງ, ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 360 ກວ່າສະຫາຍ.

ໃນພິທີປາຖະກະຖາ, ຜູ້ເຂົ້າຮ່ວມໄດ້ຮັບຊົມຮູບເງົາຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ທ່ານປະທານ ສຸພານຸວົງ. ຊຶ່ງໃນຮູບເງົາໄດ້ສະແດງໃຫ້ເຫັນຕັ້ງແຕ່ເຍົາໄວ ທ່ານໄດ້ເຂົ້າສຶກສາຊັ້ນປະຖົມຢູ່ຫຼວງພະບາງ, ຊັ້ນມັດທະຍົມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ໄດ້ເຂົ້າຮ່ວມບັນດາຂະບວນການຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ທ່ານ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຍາມໃດກໍໄດ້ຍົກສູງສະຕິເປັນເຈົ້າຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ; ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດເພື່ອປະຊາຊົນ; ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.

ໂອກາດດຽວກັນນີ້, ກໍໄດ້ມີພິທີປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານ ນໍາພາ-ຄຸ້ມຄອງ ຂັ້ນຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສູນ ແລະ ສະຖາບັນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງໃນພິທີ ສະຫາຍ ຄຳພູ ດວງຖະໜອມ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການສັບຊ້ອນ ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການກະຊວງ ເປັນ ຫົວໜ້າຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ; ແຕ່ງຕັ້ງ ສະຫາຍ ພວງປະເສີດ ແກ້ວສຸວັນ, ກໍາມະການຄະນະບໍລິຫານງານພັກກະຊວງ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ ເປັນຜູ້ຮັກສາການ ຫົວໜ້າຫ້ອງການກະຊວງ; ແຕ່ງຕັ້ງ ສະຫາຍ ໄຊສົງຄາມ ພານຸວົງ, ຮອງຫົວໜ້າສະຖາບັນ ຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີອັດສະລິຍະ ເປັນຜູ້ຮັກສາການ ຫົວໜ້າສະຖາບັນ ຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ແຕ່ງຕັ້ງ ສະຫາຍ ນ. ພາວັນນາ ດວງບຸບຜາ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານເຈົ້າໜ້າທີອາວຸໂສດັດສົມໂທລະຄົມອາຊຽນ ຄັ້ງທີ 30. ພ້ອມນັ້ນ, ກໍໄດ້ມີການສັບຊ້ອນ ພະນັກງານ ນໍາພາ-ຄຸ້ມຄອງ ຂັ້ນກົມ ຢູ່ພາຍໃນກະຊວງອີກຈໍານວນໜຶ່ງ ເພື່ອໃຫ້ສອດຄ່ອງ ແລະ ຮັບປະກັນໃຫ້ແກ່ການນໍາພາ-ຊີ້ນໍາ ແຕ່ລະຂົງເຂດວຽກງານໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.

ໃນໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງ ພ້ອມນັ້ນ, ທ່ານໄດ້ກ່າວເນັ້ນໜັກ ໃຫ້ຜູ້ຮັບໜ້າທີ່ໃໝ່ ແລະ ສະມາຊິກພັກ-ພະນັກງານ ຈົ່ງເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງາຂອງຕົນດ້ວຍຄວາມຮັບຜິດຊອບສູງ, ນຳໃຊ້ຄວາມຮູ້ປະສົບການທີ່ມີ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສຸມໃສ່ພັດທະນາວຽກງານໃນຂົງເຂດທີ່ຮັບຜິດຊອບໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ຂ່າວໂດຍ: ສິນທະນູ ພະຜົນໄຊ

ພາບໂດຍ: ເອດາວັນ ແກ້ວເຮືອງສີ, ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ