ຝຶກອົົບຮົມ ສ້າງຄູຝຶກ “ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ” ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ

19/07/2024

ຝຶກອົົບຮົມ ສ້າງຄູຝຶກ “ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ” ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ພິທີເປີດຊຸດຝຶກອົບຮົມ ສ້າງຄູຝຶກ (Training of  Trainer) ໃນຫົວຂໍ້ “ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ” ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ກໍລະກົດ 2024, ທີ່ ຫ້ອງປະຊຸມຊັ້ນ 04 ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຊຶ່ງຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄູຝຶກ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ ຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງ ຈຳນວນ 50 ກວ່າທ່ານ.

ໃນທາມກາງບັນຍາກາດ ທີ່ທົ່ວພັກ-ລັດ ໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍຄືການຈັດຕັ້ງຜັນຂະຫຍາຍ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ, ເພື່ອຈັດຕັ້ງປະຕິບັດຍຸດທະສາດການຫັນເປັນດິຈິຕອນແຕ່ລະໄລຍະ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະຍຸດທະສາດທີ 7 ຄື ການຊຸກຍູ້ສົ່ງເສີມການນໍາໃຊ້ເຕັັກໂນໂລຊີດິຈິຕອນ ທົ່ວສັງຄົມ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 09 ວັນ ຊຶ່ງບັນດານັກສຳມະກອນທີ່ເຂົ້າຮ່ວມ ແມ່ນໄດ້ຮັບການຄັດເລືອກເປັນຕົວແທນຕາງໜ້າຈາກຫ້ອງການ, ກົມ, ສູນ ແລະ ສະຖາບັນພາຍໃນກະຊວງ. ໃນວາລະຝຶກອົບຮົມ ຈະໄດ້ຮັບຟັງການບັນລະຍາຍ ໂດຍນັກວິທະຍາກອນຂັ້ນ ຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ແລະ ຜູ້ຊ່ຽວຊານໃນຂະແໜງການຕ່າງໆ ລວມທັງໝົດ 15 ຫົວຂໍ້ ທີ່ປະກອບໃນເອກສານຝຶກອົບຮົມກ່ຽວກັບ ຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ຈໍານວນ 03 ເຫຼັ້ມ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຍັງຈະໄດ້ຮຽນຮູ້ກ່ຽວກັບທັກສະການນຳສະເໜີ ແລະ ການເປັນວິທະຍາກອນມືອາຊີບ ເພື່ອສ້າງບຸກຄະລາກອນໃຫ້ມີຄວາມສຳນິສຳນານໃນການເປັນຄູຝຶກ ທີມີທັກສະ ແລະ ຄວາມຊຳນິຊຳນານ ໃນການຖ່າຍທອດຄວາມຮູ້ຄວາມສາມາດ ແລະ ບົດຮຽນ ທີ່ສາມາດຂຶ້ນບັນລະຍາຍກ່ຽວກັບເອກະສານຝຶກອົບຮົມດັ່ງກ່າວໃນອະນາຄົດ.  

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ