ສຳມະນາການສົ່ງເສີມທຸລະກິດໄອທີ ອາຊຽນ-ເກົາຫຼີ

23/07/2024

ສຳມະນາການສົ່ງເສີມທຸລະກິດໄອທີ ອາຊຽນ-ເກົາຫຼີ

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2024, ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ສະມາຄົມ ສວນອຸທິຍານເຕັກໂນໂລຊີ, ກະຊວງທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສ. ເກົາຫຼີ ພາຍໃຕ້ໂຄງການສະໜັບສະໜູນສ້າງສວນອຸດທິຍານດິຈິຕອນຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ ຈັດສຳມະນາການສົ່ງເສີມທຸລະກິດໄອທີ ອາຊຽນ-ເກົາຫຼີ ທີ່ໂຮງແຮມ ເມືອງແທ໋ງ, ນະຄອນຫຼວງວຽງຈັນ  ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ວິຊາການພາຍໃນກະຊວງ, ຊ່ຽວຊານຈາກ ສ.ເກົາຫຼີ, ບໍລິສັດ, ຜູ້ປະກອບການ ແລະ ນັກສຶກສາ ເຂົ້າຮ່ວມຈຳນວນ 80 ກວ່າທ່ານ.

ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ກໍເພື່ອເຜີຍແຜ່ວຽກງານຂອງການສົ່ງເສີມບັນດາຫົວໜ່ວຍທຸລະກິດດ້ານໄອທີ ໃນປີ 2024 ແລະ ແລກປ່ຽນຄວາມຮູ້, ທັກສະ ແລະ ແນວຄວາມຄິດ ກັບນັກບັນລະຍາຍທີ່ເປັນຊ່ຽວຊານທາງດ້ານທຸລະກິດໄອທີຈາກຕ່າງປະເທດ. ພ້ອມດຽວກັນນັ້ນ, ເປັນໂອກາດດີທີ່ບັນດາທ່ານຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ໄດ້ເຂົ້າໃຈຕື່ມອີກກ່ຽວກັບການຫັນເປັນດິຈິຕອນ, ເສດຖະກິດດິຈິຕອນ, ການສົ່ງເສີມ ແລະ ພັດທະນາທຸລະກິດໄອທີຈາກຕ່າງປະເທດ ເພື່ອເປັນແນວທາງໃນການສົ່ງເສີມທຸລະກິດໄອທີ ແລະ ວຽກງານເຕັກໂນໂລຊີດິຈິຕອນ ຢູ່ ສປປ ລາວ. 

ພາຍໃນງານສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍ ຫົວຂໍ້: ເສັ້ນທາງສູ່ທຸລະກິດແບບສະຕາດອັບ (The way to startup) ນໍາສະເໜີໂດຍ ທ່ານ ວັນນະພາ ສຸທິວົງ, ປະທານບໍລິສັດ ລາຍລາວເເລັບ ໄອທີ ໂຊລູເຊີນ; ໂອກາດການເຂົ້າຮ່ວມງານວາງສະແດງຂອງນະວັດຕະກໍາ ແລະ ການພົບປະຂອງທຸລະກິດແບບສະຕາດອັບ(Innoex 2024 and startup meetup opportunities) ນໍາສະເໜີໂດຍ ທ່ານ ນາງ Bui Thi Thanh Tu ຈາກສູນສະໜັບສະໜູນທຸລະກິດ ສສ ຫວຽດນາມ; ການເຕີບໂຕຢ່າງວ່ອງໄວຂອງທຸລະກິດໃນ ສ. ເກົາຫຼີ (Accelerating Program in ROK) ນໍາສະເໜີໂດຍ ທ່ານ Minsoo Chung Y&Archer, ROK, ພະແນກຍຸດທະສາດສາກົນ ສ. ເກົາຫຼີ. 

ໃນໂອກາດກ່າວເປີດພິທີ, ທ່ານຮອງລັດຖະມົນຕີ ກຕສ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ປັດຈຸບັນນີ້ ໂລກຂອງພວກເຮົາພວມກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ຫຼື ພວກເຮົາເຄີຍເອີ້ນຫຍໍ້ນຳກັນວ່າຍຸກອຸດສາຫະກຳ 4.0. ການປະຕິວັດອຸດສາຫະກຳຄັ້ງນີ້ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ ຊຶ່ງບໍ່ມີປະເທດໃດຈະສາມາດຫຼີກລ່ຽງໄດ້, ໃນນັ້ນ ນັບທັງ ສປປ ລາວ ຂອງພວກເຮົາ ກໍພວມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຂອງຍຸກອຸດສາຫະກຳ 4.0 ດັ່ງກ່າວ ຊຶ່ງເປັນຍຸກແຫ່ງການນໍາໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການເຄື່ອນໄຫວວຽກງານ, ການຄ້າຂາຍ ແລະ ການດຳລົງຊີວິດປະຈຳວັນ ເປັນຕົ້ນແມ່ນ: ການຄ້າທາງເອເລັກໂຕຣນິກ (E-Commerce), ການຮຽນຜ່ານລະບົບເອເລັກໂຕຣນິກ (E-Learning), ການປະຊຸມທາງໄກ (Online meeting), ລະບົບການຂົນສົ່ງໂລຊີສຕິກ (Logistics),… ເປັນຍຸກແຫ່ງການເຊື່ອມໂຍງສັບພະສິ່ງຕ່າງໆດ້ວຍເຕັກໂນໂລຊີດິຈິຕອນ ແລະ ອິນເຕີເນັດ ຫຼື ເອີ້ນວ່າ ອິນເຕີເນັດແຫ່ງສັບພະສິ່ງ, ໂລກແຫ່ງຂໍ້ມູນມະຫາສານ (Big Data), ກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (AI), ຫຸ່ນຍົນ ແລະ ອື່ນໆອີກດ້ວຍ. ຍ້ອນເຫັນໄດ້ບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລຊີດິຈິຕອນ ພັກ-ລັດຈຶ່ງມີມະຕິເຫັນດີຮັບຮອງເອົາ ແຜນພັດທະນາເສດຖະກິດດິຈິຕອນ 5 ປີ ຂອງ ສປປ ລາວ (2021-2025) ເພື່ອເປັນທິດທາງໃນການຫັນປະເທດເປັນທັນສະໄໝ ແລະ ສ້າງເສດຖະກິດດິຈິຕອນ ຂອງ ສປປ ລາວ.

ສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນສົນທະນາຄວາມຮູ້ກ່ຽວກັບທຸລະກິດໄອທີ ພ້ອມທັງຮັບຟັງຄຳແນະນຳ-ປຶກສາຫາລືກັບຜູ້ຊ່ຽວຊານ ກ່ຽວກັບເຕັກນິກ ຫຼື ປະສົບການຂອງ ສ.ເກົາຫຼີ ແລະ ສສ ຫວຽດນາມ ໃນຂົງເຂດວຽກງານນີ້ ເພື່ອເປັນແນວທາງ ຫຼື ແນວຄວາມຄິດໃນການພັດທະນາອົງກອນ. 

ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ