ສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ(Blockchain) ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນສິນຄ້າກະສິກຳ ຢູ່ ສປປ ລາວ

23/07/2024

ສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ(Blockchain) ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນສິນຄ້າກະສິກຳ ຢູ່ ສປປ ລາວ

ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ SettleMint ແລະ ບໍລິສັດ GDMS ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນສິນຄ້າກະສິກຳ ຢູ່ ສປປ ລາວ ໂດຍຈະຮ່ວມກັນສຸມໃສ່ການພັດທະນາລະບົບການເຂົ້າເຖິງຂໍ້ມູນລາຍລະອຽດຜະລິດຕະພັນສິນຄ້າ ເພື່ອໃຫ້ຜູ້ບໍລິໂພກສາມາດເຂົ້າເຖິງຂໍ້ມູນລາຍລະອຽດຕ່າງໆໃນຂະບວນການຂອງການຜະລິດສິນຄ້າ ນັບຕັ້ງແຕ່ຂັ້ນຕອນການຜະລິດຜົນລະປູກຈົນໄປເຖິງຂັ້ນຕອນການຜະລິດອອກມາເປັນຜະລິດຕະພັນສິນຄ້າໃຫ້ຜູ້ບໍລິໂພກໄດ້ຊົມໃຊ້. ດ້ວຍລະບົບເຕັກໂນໂລຊີດັ່ງກ່າວ, ຈະເຮັດໃຫ້ສາມາດສ້າງຄວາມໄວ້ວາງໃຈ, ຄວາມໂປ່ງໃສ, ກວດສອບໄດ້ ແລະ ຢັ້ງຢືນຖິ່ນກໍາເນີດຂອງຜະລິດຕະພັນ. ພ້ອມນັ້ນ, ຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ກັບຜູ້ບໍລິໂພກໃນການຕັດສິນໃຈຊື້ຜະລິດຕະພັນສິນຄ້າຂອງຄົນລາວ, ເປັນການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ເປັນການສະໜັບສະໜູນການສົ່ງອອກຂອງຜະລິດຕະພັນສິນຄ້າຂອງ ສປປ ລາວ ໄດ້ອີກດ້ວຍ.

ທ່ານ ປະສິດທິເດດ ຫຼວງວິໄລ, ຫົວໜ້າສູນຂໍ້ມູນດິຈິຕອນ, ກົມເຕັກໂນໂລຊີດິຈິຕອນ ກ່າວວ່າ:  ໃນປັດຈຸບັນ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງເຂົ້າໃນວຽກງານຕົວຈິງໃນຫຼາຍຂົງເຂດຂະແໜງການ ຊຶ່ງບໍ່ພຽງແຕ່ນໍາໃຊ້ເຂົ້າໃນຂະແໜງການການເງິນເທົ່ານັ້ນ, ແຕ່ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນຍັງນໍາໃຊ້ເຂົ້າໃນຂົງເຂດວຽກງານກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ (Agriculture and Food Security) ໂດຍສະເພາະການນຳໃຊ້ເຂົ້າໃນການພັດທະນາລະບົບການຄຸ້ມຄອງຕ່ອງໂສ້ຂອງການສະໜອງອາຫານ (Food Supply Chain Management System) ທີ່ມີແນວໂນ້ມການນຳໃຊ້ທີ່ສູງຂຶ້ນໃນທົ່ວໂລກ ແລະ ໄດ້ຮັບການສົ່ງເສີມຈາກບັນດາອົງການຈັດຕັ້ງສາກົນ ເຊັ່ນ: ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO), ອົງການສະຫະປະຊາຊາດ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ແລະ ສະຫະພາບເອີຣົບ (EU) ຊຶ່ງເປັນຕົວກາງທີ່ຊ່ວຍໃຫ້ຊາວກະສິກອນເຂົ້າເຖິງການບໍລິການດ້ານການເງິນທີ່ໂປ່ງໃສ, ຊ່ວຍອຳນວຍຄວາມສະດວກໃນເລື່ອງຂອງການຕິດຕາມ ແລະ ແລກປ່ຽນສິນຄ້າ.

ສະນັ້ນ, ເພື່ອເປັນການຜັນຂະຫຍາຍນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນເຂົ້າໃນຂົງເຂດວຽກງານການຜະລິດກະສິກໍາຂອງ ສປປ ລາວ ຕາມທ່າອ່ຽງຂອງໂລກ ແລະ ໂດຍສະເພາະເພື່ອຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ຫ້ອງວ່າການແຂວງຈໍາປາສັກ, ທາງກົມເຕັກໂນໂລຊີດິຈິຕອນ ແລະ ບໍລິສັດ SettleMint ຮ່ວມກັບ ບໍລິສັດ GDMS ຈຶ່ງໄດ້ຕົກລົງເຫັນດີຮ່ວມມືກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນສິນຄ້າຂອງ ສປປ ລາວ ໃນຄັ້ງນີ້, ຊຶ່ງບໍລິສັດ SettleMint, ປະເທດແບນຊິກ ແມ່ນມີທ່າແຮງສູງ, ມີຊ່ຽວຊານທີ່ມີປະສົບການ ແລະ ມີຜົນສໍາເລັດໃນການຂົນຂວາຍຫາແຫຼ່ງທຶນຊ່ວຍລັດຖະບານຂອງ ສສ ຫວຽດນາມ ມາກ່ອນແລ້ວ. ດັ່ງນັ້ນ, ບໍລິສັດດັ່ງກ່າວຈະເຂົ້າມາຊ່ວຍໃນການຫາແຫຼ່ງທຶນ ແລະ ພັດທະນາລະບົບການເຂົ້າເຖິງຂໍ້ມູນ ລາຍລະອຽດຜະລິດຕະພັນສິນຄ້າຂອງ ສປປ ລາວ ໂດຍສະເພາະແມ່ນ ສິນຄ້າສົ່ງອອກ ເຊັ່ນ: ກາເຟ ແລະ ຊາ. 

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ກໍລະກົດ 2024 ຜ່ານມານີ້ ໂດຍການລົງນາມຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ທ່ານ Mathieu Ploton, ຜູ້ອໍານວຍການ ບໍລິສັດ GDMS ພ້ອມທັງເປັນຜູ້ຕາງໜ້າບໍລິສັດ SettleMint, ຊຶ່ງມີຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ, ບັນດາຄະນະພະແນກ, ສູນ ແລະ ພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ