ຄະນະສະຫະພັນແມ່ຍິງ ກຕສ ເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ທີ່ແຂວງວຽງຈັນ

25/07/2024

ຄະນະສະຫະພັນແມ່ຍິງ ກຕສ ເຂົ້າຮ່ວມງານສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ທີ່ແຂວງວຽງຈັນ

ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2024 ຜ່ານມານີ້, ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນໍາໂດຍ ສະຫາຍ ນາງ ເກສອນ ສຸລິວົງ, ປະທານສະຫະພັນແມ່ຍິງ ກຕສ ພ້ອມດ້ວຍເອື້ອຍນ້ອງແມ່ຍິງອ້ອມຂ້າງ ກຕສ ຈໍານວນ 50 ກວ່າສະຫາຍ ໄດ້ເດີນທາງໄປເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ພາຍໃຕ້ຄໍາຂວັນ “ຄົ້ນຫາຕໍານານສືບສານລໍາວົງລາວ 5 ຈັງຫວະ” ຊຶ່ງຈັດຂຶ້ນທີ່ຫ້ອງວ່າການປົກຄອງ ແຂວງ ວຽງຈັນ. ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ຄຳພັນ ສິດທິດຳພາ, ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄອບຄົວການນໍາ, ອະດີດການນໍາຂອງສະຫະພັນແມ່ຍິງແຂວງວຽງຈັນ, ບັນດາຄະນະບໍລິຫານງານແມ່ຍິງແຂວງ ແລະ ແມ່ຍິງອ້ອມຂ້າງແຂວງເຂົ້າຮ່ວມຫຼາຍກວ່າ 250 ສະຫາຍ.

ໃນພິທີ, ສະຫາຍ ຄຳພັນ ສິດທິດຳພາ ໄດ້ຍົກໃຫ້ເຫັນເຖິງຄວາມເປັນມາ ແລະ ການເຄື່ອນໄຫວນໍາພາ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ ແຂວງວຽງຈັນ ທີ່ມີຜົນງານພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ການປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ 03 ດີ, ການສ້າງຄອບຄົວ ແລະ ບ້ານແມ່ຍິງສາມດີ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ. ພ້ອມນີ້, ທ່ານຍັງໄດ້ຍົກເຫັນເຖິງຕົ້ນກໍາເນີດຂອງການຟ້ອນລໍາວົງລາວ ຊຶ່ງໄດ້ເກີດຈາການອອກແຮງ, ສິ່ງແວດລ້ອມທໍາມະຊາດ, ຄວາມເຊື່ອ, ພິທີກໍາ ແລະ ຕິດພັນກັບວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ເຊັ່ນ: ສາຍນໍ້າໄຫຼ, ລົມພັດຮວງເຂົ້າ, ພັດໃບໄມ້, ນົກບິນ ແລະ ຄວາມອ່ອນຊ້ອຍຂອງທໍາມະຊາດ. ຈາກນັ້ນ, ຈຶ່ງໄດ້ນໍາມາເປັນພື້ນຂອງສິລະປະທີ່ນິ້ມນວນ, ອ່ອນຊ້ອຍ ສະແດງອອກນໍາຮ່າງກາຍ, ມື ແລະ ຕີນ ທີ່ປະສົມປະສານກັນເປັນທ່ວງທ່າແລ້ວການມາເປັນທ່າຟ້ອນລໍາວົງລາວ. 

ໂອກາດນີ້, ສະຫາຍ ນາງ ເກສອນ ສຸລິວົງ, ປະທານສະຫະພັນແມ່ຍິງ ກຕສ ໄດ້ຂຶ້ນນໍາສະເໜີກ່ຽວກັບ ວຽກງານການຫັນເປັນດິຈິຕອນ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ທີ່ຕິດພັນກັບ ວຽກງານສະຫະພັນແມ່ຍິງ ກຕສ. ພ້ອມທັງໄດ້ຊຸກຍູ້ສົ່ງເສີມໃຫ້ອ້າຍເອື້ອຍນ້ອງແມ່ຍິງທີ່ເຂົ້າຮ່ວມ ພ້ອມກັນຫັນມານໍາໃຊ້ດິຈິຕອນຢ່າງມີສະຕິ ແລະ ນໍາໃຊ້ເຂົ້າໃນວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ.

ຕອນທ້າຍພິທີ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ ເຊັ່ນ: ບົດຟ້ອນສະຫຼັບພັນປາ, ບົດຟ້ອນລໍາຕັ່ງຫວາຍ, ບົດຟ້ອນລໍາສາລະວັນ, ບົດຟ້ອນຖ້ອຍເພື່ອກ້າວ ແລະ ບົດຟ້ອນເຊີນຊວນ. ພາຍຫຼັງສໍາເລັດການເຂົ້າຮ່ວມພິທີດັ່ງກ່າວ ຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ກໍໄດ້ເດີນທາງກັບສູ່ນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ