ລົງນາມເຊັນສັນຍາການພັດທະນາລະບົບຄຸ້ມຄອງການອອກອະນຸຍາດດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ ທີ່ທັນສະໄໝ (E-Filing)

25/07/2024

ລົງນາມເຊັນສັນຍາການພັດທະນາລະບົບຄຸ້ມຄອງການອອກອະນຸຍາດດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ ທີ່ທັນສະໄໝ (E-Filing)

ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ໄຊຍະສິດໄອທີ ທີ່ປຶກສາ ຈຳກັດຜູ້ດຽວ ລົງນາມເຊັນສັນຍາວ່າດ້ວຍການພັດທະນາລະບົບອອກອະນຸຍາດດຳເນີນທຸລະກິດດ້ານເຕັກໂນໂລຊີດິຈິຕ໋ອນທີ່ທັນສະໄໝ(E-Filing) ເພື່ອຮ່ວມກັນ ພັດທະນາ ແລະ ຜັນຂະຫຍາຍການນຳໃຊ້ລະບົບດັ່ງກ່າວຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ ແລະ ການບໍລິການຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ພາກສ່ວນຕ່າງໆໃນສັງຄົມ ແນໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂອງລັດຖະບານ ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ໂດຍສະເພາະແມ່ນການຜັນຂະຫຍາຍຍຸດທະສາດການພັດທະນາຖານລະບົບ ພລັດຟອມ ແລະ ການຫັນເປັນດິຈິຕ໋ອນຂອງສັງຄົມ.

ໂອກາດດັ່ງກ່າວ, ທ່ານ ນາງ ສິຣິລັກ ໄຊຍະບຸນຊູ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ໄດ້ກ່າວວ່າ: ການລົງນາມເຊັນສັນຍາກັນໃນຄັ້ງນີ້ ເພື່ອສ້າງເງື່ອນໄຂໃຫ້ທັງສອງຝ່າຍໄດ້ຮ່ວມມືກັນ ການພັດທະນາ ແລະ ຜັນຂະຫຍາຍການນຳໃຊ້ລະບົບອອກອະນຸຍາດດຳເນີນທຸລະກິດດ້ານເຕັກໂນໂລຊີດິຈິຕ໋ອນທີ່ທັນສະໄໝ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຊຶ່ງການຈັດຕັ້ງປະຕິບັດແມ່ນໄດ້ແບ່ງອອກເປັນ 02 ໄລຍະ ຄື: ໄລຍະທໍາອິດ ແມ່ນຈະສຸມໃສ່ການພັດທະນາລະບົບຄຸ້ມຄອງການອອກອະນຸຍາດດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕ໋ອນທີ່ທັນສະໄໝ ຫຼື ເອີ້ນວ່າ ລະບົບ E-Filing, ຊຶ່ງປະກອບມີທັງໝົດ 03 ໂມດູນ ທີ່ຕ້ອງໄດ້ພັດທະນາເປັນລະບົບຄົບຊຸດ ແລະ ມີການເຊື່ອມຕໍ່ກັບລະບົບ TaxRIS ຂອງກົມສ່ວຍສາອາກອນ, ກະຊວງການເງິນ ເພື່ອລວມສູນຖານຂໍ້ມູນ ແລະ ລະບົບຄຸ້ມຄອງຕິດຕາມການຈັດເກັບລາຍຮັບຄ່າທໍານຽມ-ຄ່າບໍລິການ ຂອງຂະແໜງການເງິນພາກລັດ ໃນຮູບແບບ Real-Time, ພ້ອມທັງໃຫ້ສາມາດຊໍາລະຜ່ານລະບົບທະນາຄານ ໂດຍນຳໃຊ້ລະບົບ E-Wallet ແລະ ລະບົບ Blockchain ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ນຳໃຊ້ລະບົບລາຍເຊັນດິຈິຕ໋ອນ ຫຼື ລະບົບ E-Sign ໃນການຢັ້ງຢືນເຊັນເອກະສານທາງເອເລັກໂຕນິກ. ສຳລັບລະບົບຄັງເງິນ ແມ່ນເປີດກວ້າງໃຫ້ທຸກທະນາຄານ ແລະ ລະບົບ E-Wallet ທີ່ມີຄວາມພ້ອມສາມາດເຊື່ອມຕໍ່ເຂົ້າສູ່ລະບົບໄດ້, ໂດຍ 03 ໂມດູນຫຼັກ ປະກອບມີ: 1) ໂມດູນຄຸ້ມຄອງການສົ່ງໃບຄໍາຮ້ອງເພື່ອຂໍອອກອະນຸຍາດ ສໍາລັບຜູ້ປະກອບການ; 2) ໂມດູນຄຸ້ມຄອງການອອກອະນຸຍາດ ສໍາລັບພາກລັດ; ແລະ 3) ໂມດູນຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ. ສ່ວນໄລຍະທີ 2 ແມ່ນຈະສືບຕໍ່ດໍາເນີນການສຶກສາຄົ້ນຄວ້າ ແລະ ພັດທະນາລະບົບອອກອະນຸຍາດແບບອອນລາຍ ໃຫ້ແກ່ບັນດາກົມກອງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ສາມາດນໍາໃຊ້ໄດ້ໃນຂອບເຂດທົ່ວປະເທດ(ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ) ຊຶ່ງຈະເປັນບົດຮຽນຜັນຂະຫຍາຍໃຫ້ຂະແໜງການອື່ນສາມາດມີການພັດທະນາ ແລະ ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງຂອງພາກລັດ ໃຫ້ມີປະສິດທິຜົນສູງ ແລະ ຍືນຍົງ.

ພິທີລົງນາມເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 23 ກໍລະກົດ 2024 ນີ້, ທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ທ່ານ ພວງປະເສີດ ແກ້ວສຸວັນ, ຮັກສາການຫົວໜ້າຫ້ອງການ, ທ່ານ ອາລຸນຍະເດດ ສະຣິດທິລາດ, ຜູ້ອຳນວຍການ ບໍລິສັດ ໄຊຍະສິດ ໄອທີ ທີື່ປຶກສາ ຈຳກັດຜູ້ດຽວ, ທ່ານ SUNGYONG MA, ປະທານບໍລິສັດ Seoul Labs inc ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາແຂກທີ່ຖືກເຊີນທີ່ກ່ຽວຂ້ອງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ