ເປີດຊຸດຝຶກອົບຮົມໃຫ້ເປັນຊ່ຽວຊານໄອທີ ປະຈຳປີ 2024

25/07/2024

ເປີດຊຸດຝຶກອົບຮົມໃຫ້ເປັນຊ່ຽວຊານໄອທີ ປະຈຳປີ 2024

ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ຮ່ວມກັບ ສະມາຄົມ ສວນອຸທິຍານເຕັກໂນໂລຊີ, ກະຊວງທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່, ສ. ເກົາຫຼີ ພາຍໃຕ້ໂຄງການສະໜັບສະໜູນສ້າງສວນອຸດທິຍານດິຈິຕ໋ອນຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ ຈັດພິທີເປີດຊຸດຝຶກອົບຮົມໃຫ້ເປັນຊ່ຽວຊານໄອທີ ປະຈຳປີ 2024 ຂຶ້ນໃນຕອນບ່າຍຂອງວັນທີ 23 ກໍລະກົດ 2024, ທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ມີບັນດາຕາງໜ້າຫ້ອງການ, ກົມ, ອົງການ, ສູນ, ສະຖາບັນ ພາຍໃນກະຊວງ, ຄະນະຄຸ້ມຄອງໂຄງການ, ຊ່ຽວຊານຈາກ ສ.ເກົາຫຼີ ແລະ ຫ້ອງການປະສານງານໂຄງການ, ຄູອາຈານ-ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 80 ກວ່າທ່ານ.

ຈຸດປະສົງຂອງການເປີດຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອຈັດຕັ້ງປະຕິບັດຕາມແຜນກິດຈະກຳຂອງໂຄງການ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ສ້າງໃຫ້ເປັນຊ່ຽວຊານດ້ານໄອທີ ໃຫ້ແກ່ບັນດານັກຮຽນ, ນັກສຶກສາ, ພະນັກງານ ແລະ ບຸກຄົນທົ່ວໄປ ເພື່ອເສີມສ້າງ ແລະ ສະໜັບສະໜູນການພັດທະນາບຸກຄະລາກອນໄອທີ ແນໃສ່ໃນການກຽມຄວາມພ້ອມ ເພື່ອເຂົ້າສູ່ການຫັນເປັນດິຈິຕ໋ອນ ແລະ ການພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ.

ໂຄງການສະໜັບສະໜູນສ້າງສວນອຸທິຍານດິຈິຕ໋ອນຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ ແມ່ນການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສ. ເກົາຫຼີ ຖືວ່າ​ເປັນໂຄງການບູລິມະສິດສຳຄັນຂອງລັດຖະບານ ເພື່ອການສົ່ງເສີມ ແລະ ສະໜັບສະໜູນການພັດທະນາບຸກຄະລາກອນໄອທີ ແນໃສ່ໃນການກຽມຄວາມພ້ອມ ເພື່ອເຂົ້າສູ່ການຫັນເປັນດິຈິຕ໋ອນ ແລະ ການພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ. ຜ່ານການຈັດຕັ້ງປະຕິບັດນັບແຕ່ເລີ່ມໂຄງການໃນປີ 2022 ໂຄງການທີ່ຜ່ານມາໄດ້ສຳເລັດການຝຶກອົບຮົມ ແລະ ສຳມະນາ ລວມທັງໝົດ ຈໍານວນ 10 ຄັ້ງ ຄື: ໄດ້ສຳເລັດການຝຶກອົບຮົມທາງດ້ານໄອທີ ແລະ ຝຶກໃຫ້ເປັນຊຽ່ວຊານ ຈໍານວນ 06 ຄັ້ງ, ຈັດກອງປະຊຸມສຳມະນາຫົວຂໍ້ເຕັກໂນໂລຊີບ໋ອກເຊນ ແລະ ສະກຸນເງີນດິຈິຕ໋ອນ (Blockchain and Crypto Currency) ຈຳນວນ 1 ຄັ້ງ ແລະ ຝຶກອົບຮົມຜູ້ບໍລິຫານຈັດການ (LVTP Manager Competency training) ຈໍານວນ 3 ຄັ້ງ.

ພາບ ແລະ ຂ່າວ: ກົມເຕັກໂນໂລຊີດິຈິຕ໋ອນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ