ຝຶກອົບຮົມການນຳໃຊ້ໂປຼແກຼມຄຸ້ມຄອງຂໍ້ມູນສະມາຊິກພັກ ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

25/07/2024

ຝຶກອົບຮົມການນຳໃຊ້ໂປຼແກຼມຄຸ້ມຄອງຂໍ້ມູນສະມາຊິກພັກ ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມການນໍາໃຊ້ໂປຼແກຼມຄຸ້ມຄອງຂໍ້ມູນສະມາຊິກພັກ ຂອງອົງຄະນະພັກກະຊວງ ຂຶ້ນໃນວັນທີ 24 ກໍລະກົດ 2024 ທີ່ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 02 ຂອງ ສູນອິນເຕີເນັດແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ມະໂນທອງ ວົງລໍຄຳ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງ ແລະ ບັນດາບໍລິສັດໂທລະຄົມມະນາຄົມ ຈຳນວນ 70 ທ່ານ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃນການຂຽນຊີວະປະຫວັດສະມາຊິກພັກ ປ້ອນເຂົ້າໂປຼແກຼມຄຸ້ມຄອງຂໍ້ມູນສະມາຊິກພັກໃຫ້ຖືກຕ້ອງ, ຊັດເຈນ, ຈະແຈ້ງ ແລະ ຄົບຖ້ວນ ເພື່ອເປັນຂໍ້ມູນໃຫ້ການຈັດຕັ້ງແຕ່ລະຂັ້ນໃນການສ້າງແຜນກຳນົດ, ແຜນບຳລຸງ, ກໍ່ສ້າງ, ແຕ່ງຕັ້ງ, ຍົກຍ້າຍ, ຈັດວາງ, ສັບຊ້ອນ, ປະຕິບັດນະໂຍບາຍ ແລະ ອື່ນໆ ຕໍ່ສາມະຊິກພັກໃຫ້ສອດຄ່ອງກັບນະໂຍບາຍທີ່ກຳນົດໄວ້, ທັງເປັນການເກັບກໍາ ແລະ ຮັກສາຂໍ້ມູນໄວ້ໃນລະບົບຄອມພິວເຕີແບບຍາວນານ, ສ້າງຄວາມສະດວກໃຫ້ຄະນະພັກແຕ່ລະຂັ້ນໃນການຄົ້ນຫາຂໍ້ມູນກ່ຽວກັບສະມາຊິກພັກ, ການຈັດຕັ້ງຮາກຖານພັກໄດ້ງ່າຍ, ວ່ອງໄວ, ຊັດເຈນຂຶ້ນກວ່າເກົ່າ. ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ໄດ້​ຄົ້ນຄວ້າ​ຮ່ຳຮຽນ ຄື: ທົດສອບລະບົບການເຊື່ອມຕໍ່ເຄືອຂ່າຍພາຍໃນ ແລະ ການຕິດຕັ້ງລະບົບໂປຼແກຼມ; ປ້ອນການຈັດຕັ້ງຮາກຖານພັກທັງໝົດຂອງອົງຄະນະພັກເຂົ້າໂປຼແກຼມ; ທົດລອງປ້ອນຂໍ້ມູນສະມາຊິກພັກຕາມຊີວະປະຫວັດສະມາຊິກພັກ 5 ໜ້າເຂົ້າໂປຼແກຼມ 2 ສະຫາຍ; ກວດເບິ່ງລາຍງານຈໍານວນໜຶ່ງຕາມຮ່າງສະຖິຕິ, ທົດລອງຍົກຍ້າຍສະມາຊິກພັກໄປຢູ່ໜ່ວຍພັກອື່ນພາຍໃນອົງຄະນະພັກ, ຍົກຍ້າຍໄປຍົກລະດັບ; ແນະນໍາການສໍາຮອງຂໍ້ມູນໄວ້ ແລະ ວິທີດຶງຂໍ້ມູນມາໃຊ້ງານຄືນ; ແນະນຳຊີວະປະຫວັດຄືນບາງຈຸດທີ່ຄວນລະວັງກ່ອນຈະປ້ອນຂໍ້ມູນ; ທົດສອບລະບົບການເຊື່ອມຕໍ່ຫາເຄື່ອງ server ໃນແຕ່ລະຈຸດ, ຂອງແຕ່ລະກົມພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ; ແກ້ໄຂຂໍ້ມູນ, ຍົກຍ້າຍຂໍ້ມູນ, ລາຍງານຂໍ້ມູນ, ສໍາຮອງຂໍ້ມູນໃສ່ເຄື່ອງເກັບຂໍ້ມູນ (USB Flash drive); ທົດລອງໂປຼແກຼມຢູ່ຫ້ອງຝຶກອົບຮົມ, ກວດລະບົບການເຊື່ອມຕໍ່ພາຍໃນຫ້ອງຝຶກອົບຮົມ; ແນະນໍາທິດສະດີການການຈັດຕັ້ງຮາກຖານພັກ; ແນະນໍາວິທີເຂົ້າໂປຼແກຼມຕົວຈິງ, ອະທິບາຍໂຄງສ້າງຂອງໂປຼແກຼມ; ແນະນໍາຮ່າງປະຫວັດ 5 ໜ້າຂອງສະມາຊິກພັກ ຂໍ້ທີ່ຄວນລະວັງໃນການເວລາປ້ອນຂໍ້ມູນຕົວຈິງ; ນໍາພານັກສໍາມະນາກອນປ້ອນຂໍ້ມູນຕົວຈິງ, ວິທີເອົາຮູບພາບເຂົ້າໂປຼແກຼມຕົວຈິງ ແລະ ວິທີຍົກຍ້າຍໄປຮຽນ ແລະ ດຶງຂໍ້ມູນກັບຄືນສູ່ກົມກອງເກົ່າ. ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການຖາມ-ຕອບ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ເຮັດໃຫ້ເຂົ້າໃຈແຈ້ງຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງອີກດ້ວຍ.

ບົດຂ່າວ: ກົມຈັດຕັ້ງ ແລະ ພະນັກງານ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ