ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າວາງພວງມາລາ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງ

26/07/2024

ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າວາງພວງມາລາ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງ

ໃນຕອນເຊົ້າທີ 25 ກໍລະກົດ 2024, ທີ່ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຊຶ່ງນຳໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະ.

ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ເຊັນປຶ້ມໄວ້ອາໄລ ໂດຍມີເນື້ອໃນວ່າ: ຄະນະພັກ, ຄະນະນໍາ ແລະ ພະນັກງານ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍສະແດງຄວາມເສົ້າເສຍໃຈ ແລະ ອາໄລອາວອນເປັນຢ່າງຍິ່ງຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ການຈາກໄປຂອງສະຫາຍ ຫງວຽນຟຸຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດອົງອາດກ້າແກ່ນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ຕະຫຼອດຊີວິດຂອງສະຫາຍ ຫງວຽນຟູຈ້ອງ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປະຕິວັດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະລາດ ແລະ ພາລະກິດປ່ຽນແປງໃໝ່, ໂດຍສະເພາະແມ່ນວຽກງານປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ ແລະ ປ້ອງກັນສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ປາກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ ຈຶ່ງໄດ້ເຮັດໃຫ້ພາລະບົດບາດ ແລະ ຊື່ສຽງຂອງພັກ-ລັດ ຫວຽດນາມ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ ກໍຄືໃນພາກພື້ນ ແລະ ສາກົນ.

ສະຫາຍ ຫງວຽນຟູຈ້ອງ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ລາວ-ຫວຽດນາມ ຕະຫຼອດມາ. ສະຫາຍໄດ້ກາຍເປັນວິລະບູລຸດທີ່ໂດດເດັ່ນໃນຍຸກໃໝ່ຂອງ ສສ ຫວຽດນາມ.

ການຈາກໄປຂອງສະຫາຍ ຫງວຽນຟູຈ້ອງ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອສະຫາຍທີ່ຮັກແພງ, ໃກ້ສິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວອີກດ້ວຍ.

ໃນເວລາອັນເສົ້າໂສກເສຍໃຈອັນໃຫຍ່ຫຼວງນີ້, ຄະນະພັກ, ຄະນະນໍາ ແລະ ພະນັກງານ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແບ່ງເບົາຄວາມທຸກໂສກມາຍັງ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສປປ ລາວ ແລະ ຜ່ານສະຫາຍໄປຍັງພັກ, ລັດ, ປະຊາຊົນ, ພ້ອມດ້ວຍຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອມິດສະຫາຍ ຂອງ ສະຫາຍ ຫງວຽນຝູຈ້ອງມານະໂອກາດນີ້ດ້ວຍ.

ຂໍອາໄລຮັກຢ່າງຊຸດຊຶ້ງ ແລະ ຂໍໃຫ້ດວງວິນຍານ ຂອງສະຫາຍ ຫງວຽນຝູຈ້ອງ ຈົ່ງໄປສູ່ສຸຄະຕິດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ