ລາວ-ຫວຽດນາມ ສືບຕໍ່ຜັນຂະຫຍາຍການຮ່ວມມືຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

05/08/2024

ລາວ-ຫວຽດນາມ ສືບຕໍ່ຜັນຂະຫຍາຍການຮ່ວມມືຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ

ໂດຍຕອບສະໜອງຄຳເຊີນຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ທ່ານ ບັນດິດ ສຈ.​ ເຈົາ ວັນ ມິງ, ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 05 – 09 ສິງຫາ 2024 ນີ້.

ໃນວັນທີ 05 ສິງຫາ 2024, ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະສອງຝ່າຍ ໂດຍການເປັນປະທານຮ່ວມຂອງທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານປະທານ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຈາກທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານສະພາບການຜັນຂະຫຍາຍການຮ່ວມມືໃນໄລຍະຜ່ານມາຂອງສອງຝ່າຍ ພ້ອມທັງປຶກສາຫາລືການຮ່ວມມືໃນອະນາຄົດ ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ, ບົນຈິດໃຈຮັບຜິດຊອບສູງ ແລະ ຮ່ວມກັນພັດທະນາໃນຍຸກດິຈິຕອນ ໂດຍໄດ້ເປັນເອກະພາບ ຄື: ສອງຝ່າຍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນການຮ່ວມມືລະຫວ່າງ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ; ເຫັນດີຊຸກຍູ້ໃຫ້ສໍາເລັດໂຄງການ “ກໍ່ສ້າງສູນຂໍ້ມູນ ແລະ ການສື່ສານ ທາງໄພພິບັດ (ແຜ່ນດິນໄຫວ) ໃຫ້ແກ່ ສປປ ລາວ” ບົນພື້ນຖານຫ້ອງທົດລອງຮ່ວມ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ສອງຝ່າຍຈະປະສານສົມທົບກັນຢ່າງແໜ້ນແຟ້ນ ຄົ້ນຄວ້າຢ່າງມີປະສິດທິພາບ ຕໍ່ບັນດາອຸປະກອນຫ້ອງທົດລອງ, ຜັນຂະຫຍາຍວຽກງານກໍ່ສ້າງ, ຄົ້ນຄວ້າທີ່ກ່ຽວຂ້ອງ; ສ້າງປະຖົມປັດໄຈ ເພື່ອຊຸກຍູ້ປັບປຸງໃຫ້ສົມບູນ ພື່ອນໍາເຂົ້າບັນຊີໂຄງການທີ່ໄດ້ຮັບອະນຸມັດງົບປະມານຈັດຕັ້ງປະຕິບັດ ໄລຍະ 2026 - 2027 ໃນກອງປະຊຸມ ຄັ້ງທີ 47 ຄະນະຮ່ວມມືທະວິພາຄີລະຫວ່າງສອງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍ ລາວ - ຫວຽດນາມ ປີ 2025; ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຊ່ວຍເຫຼືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ປະກອບດ້ວຍ: (1) ການຮ່ວມມືສ້າງຫລັກສູດຝຶກອົບຮົມໃຫ້ແກ່ພະນັກງານ ໃນຂົງເຂດວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ, (2) ຈັດຝຶກອົບຮົມໃນຫົວຂໍ້ຕ່າງໆ ແລະ (3) ແລກປ່ຽນປະສົບການຊ່ຽວຊານ, ນັກວິທະຍາສາດ ແລະ ພະນັກງານຄົ້ນຄວ້າໃນການພັດທະນາເຕັກໂນໂລຊີດິຈິຕອນ; ແລກປ່ຽນຮ່ວມມືດ້ານການຈັດເກັບຂໍ້ມູນ ແລະ ຄຣາວຄອມພິວຕິງ, ກ້າວໄປເຖິງ ປະສານສົມທົບກັນສ້າງໂຄງການສູນແຫ່ງຊາດດ້ານການຈັດເກັບຂໍ້ມູນຂ່າວສານ ແລະ ຄຣາວຄອມພິວຕິງ; ໃຫ້ການຊ່ວຍເຫລືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງບັນດານິຕິກຳ, ບັນດາມາດຖານເຕັກນິກ, ພັດທະນາຊັບພະຍາກອນມະນຸດ ກ່ຽວກັບການຄຸ້ມຄອງ Big Data ແລະ ບັນດາການເຄື່ອນໄຫວຮ່ວມມືອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈ.

ຕອນທ້າຍຂອງກອງປະຊຸມ, ຄະນະປະທານຍັງໄດ້ຮ່ວມກັນລົງນາມໃນບົດບັນທຶກກອງປະຊຸມພົບປະຄັ້ງທີ 3 ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ  ແລະ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ  ໂດຍແມ່ນທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ແລະ ທ່ານ ບັນດິດ ສຈ.​ ເຈົາ ວັນ ມິງ ແລະ ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໂດຍການລົງນາມຮ່ວມກັນຂອງ ທ່ານ ປະລິຕະ ແສງຈັນທຣ໌, ຮອງຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ   ແລະ ທ່ານ ທ່ານ ຮສ. ປອ. ຫງວ້ຽນ ເຈື່ອງ ທັງ, ຫົວໜ້າສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍມີຄະນະຜູ້ແທນທັງສອງຝ່າຍຮ່ວມເປັນສັກຂີພິຍານ.

ຮູບພາບ ແລະ ບົດຂ່າວ: ພະແນກປະຊາສໍາພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ