ທ່ານນາຍົກລັດຖະມົນຕີ ຕ້ອຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ

07/08/2024

ທ່ານນາຍົກລັດຖະມົນຕີ ຕ້ອຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ

ໃນບ່າຍຂອງວັນທີ 07 ສິງຫາ 2024, ເວລາ 14:00 ໂມງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບັນດິດ ສຈ ເຈົາ ວັນ ມິງ, ກຳມະການສູນກາງພັກ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ. ເນື່ອງໃສໂອກາດທີ່ເດີນທາງມາເຮັດວຽກຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນລະຫວ່າງວັນທີ 05 – 09 ສິງຫາ 2024.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈົາ ວັນ ມິງ, ກຳມະການສູນກາງພັກ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ. ຊຶ່ງການມາຢ້ຽມຢາມເຮັດວຽກຂອງສະຫາຍ ແລະ ຄະນະ ໃນຄັ້ງນີ້ ແມ່ນຢູ່ໃນທ່າມກາງບັນຍາກາດ ທີ່ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວ ແລະ ຫວຽດນາມ ທົ່ວປະເທດ ຍັງຄົງຮູ້ສຶກໂສກເສົ້າເສຍໃຈ ແລະ ອາໄລອາວອນເປັນຢ່າງຍິ່ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຟູຈ້ອງ ຜູ້ນຳທີ່ເຄົາລົບຮັກ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ແລະ ເປັນການສູນເສຍເພື່ອນສະຫາຍທີ່ຮັກແພງ, ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວ.

ໃນໄລຍະຜ່ານມາ, ເຫັນໄດ້ວ່າສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດອັນໃຫຍ່ຫລວງ, ໄດ້ກາຍເປັນອົງການຈັດຕັ້ງທີ່ນຳໜ້າ ໃນການສ້າງນັກຄົ້ນຄວ້າ, ນັກວິທະຍາສາດ, ໄດ້ຮັບຜົນສຳເລັດໃໝ່ໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສືບຕໍ່ປະກອບສ່ວນນັບມື້ນັບຫລາຍຂຶ້ນ ເຂົ້າໃນຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຂອງ ສສ ຫວຽດນາມ. ສະນັ້ນ, ການສ້າງສູນລະດັບຊາດ ເພື່ອເກັບຮັກສາຂໍ້ມູນ, ບໍລິຫານຂໍ້ມູນ ແລະ ເຜີຍແຜ່ຂໍ້ມູນ, ສູນເເຈ້ງເຕືອນເຫດສຸກເສີນ ແລະ ໄພພິບັດຕ່າງໆ ຂອງ ສປປ ລາວ ໂດຍການດັດສົມນຳໃຊ້ເຕັກໂນໂລຊີໃໝ່ໆໃຫ້ເໝາະສົມ ເປັນຕົ້ນ: ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ເຕັກໂນໂລຊີອັດສະລິຍະ ແລະ ອື່ນໆ ຈຶ່ງມີຄວາມສຳຄັນທີ່ສຸດ. ຄຽງຄູ່ກັນນັ້ນ, ການພັດທະນາຊັບພະຍາກອນມະນຸດ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ກໍ່ມີຄວາມສຳຄັນທີ່ສຸດເຊັ່ນກັນ ໂດຍສະເພາະບຸກຄະລາກອນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ສຳລັບພະນັກງານລັດ ທັງສູນກາງ ແລະ ທ້ອງຖິ່ນ. ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍ ແລະ ຄະນະ ໃນຄັ້ງນີ້ ກໍ່ແມ່ນໂອກາດດີໜຶ່ງ ໃນການສືືບຕໍ່ແລກປ່ຽນບົດຮຽນຂອງສອງປະເທດ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ແລະ ຊ່ວຍກັນພັດທະນາດ້ານບຸກຄະລາກອນ ກໍ່ຄືເຕັກໂນໂລຊີ ແລະ ນະວັດຕະກຳ ຂອງສອງປະເທດ.

  ຕອນທ້າຍ ທ່ານ ບັນດິດ ສຈ ເຈົາ ວັນ ມິງ ໄດ້ກ່າວສະແດງຄວາມຂອຍໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ເສຍສະຫຼະຕອນຮັບໃນຄັ້ງນີ້ ຢ່າງອົບອຸ່ນ ແລະ ເປັນກັນເອງ. ພ້ອມທັງຈະເສີມຂະຫຍາຍສາຍພົວພັນກັນຮ່ວມມືລະຫວ່າງສອງປະເທດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ