ຮ່ວມມືສຶກສາຄວາມເປັນໄປໄດ້ໃນການພັດທະນາ ແລະ ໃຫ້ບໍລິການ ສວນອຸທິຍານດິຈິຕອນ ຂອງ ສປປ ລາວ (Lao Digital Park)

27/08/2024

ຮ່ວມມືສຶກສາຄວາມເປັນໄປໄດ້ໃນການພັດທະນາ ແລະ ໃຫ້ບໍລິການ ສວນອຸທິຍານດິຈິຕອນ ຂອງ ສປປ ລາວ (Lao Digital Park)

ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ລາວ ຟອບແລບ ຈຳກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ໃນການພັດທະນາ ແລະ ໃຫ້ບໍລິການ ສວນອຸທິຍານດິຈິຕອນ ຂອງ ສປປ ລາວ (Lao Digital Park) ເພື່ອສ້າງເປັນເຂດນິຄົມອຸດສາຫະກຳດິຈິຕອນ ແນໃສ່ດຶງດູດບັນດາບໍລິສັດເຕັກໂນໂລຊີຈາກຕ່າງປະເທດໃຫ້ເຂົ້າມາລົງທຶນໃນ ສປປ ລາວ, ເຮັດໃຫ້ ສປປ ລາວ ກາຍເປັນແຫຼ່ງຜະລິດ ຫຼື ແຫຼ່ງບໍລິການ ຂອງວຽກງານດິຈິຕອນ ຢູ່ໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນຈະສ້າງສິ່ງອຳນວຍຄວາມສະດວກ, ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນໃຫ້ມີຄວາມພ້ອມໃນການຮອງຮັບບັນດາຫົວໜ່ວຍທຸລະກິດດ້ານເຕັກໂນໂລຊີ, ພັດທະນາຊັບພະຍາກອນມະນຸດໃຫ້ມີທັກສະດ້ານເຕັກໂນໂລຊີດິຈິຕອນ, ສົ່ງເສີມການຮ່ວມມືທາງດ້ານທຸລະກິດ ໂດຍສະເພາະໃນຂົງເຂດທຸລະກິດ Star-up ພ້ອມທັງ ສ້າງສາຍສຳພັນ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນດ້ານເຕັກໂນໂລຊີ.

ໃນພິທີ, ທ່ານ ປະສິດທິເດດ ຫຼວງວິໄລ, ຫົວໜ້າສູນຂໍ້ມູນດິຈິຕອນ, ກົມເຕັກໂນໂລຊີດິຈິຕອນ ໄດ້ກ່າວວ່າ: ປັດຈຸບັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແມ່ນກໍາລັງຂຸ້ນຂ້ຽວຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ ຮອດປີ 2040, ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ ຮອດປີ 2030 ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຮອດປີ 2025 ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນ ໃຫ້ປາກົດເປັນຮູບປະທໍາເທື່ອລະກ້າວ ຊຶ່ງຕະຫຼອດໄລຍະເວລາຜ່ານມາ ກົມເຕັກໂນໂລຊີດິຈິຕອນ ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍບັນດາຍຸດທະສາດ ແລະ ແຜນງານຕ່າງໆຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດ ຍຸດທະສາດທີ 5 ວ່າດ້ວຍການພັດທະນາຜະລິດຕະພັນ ແລະ ການບໍລິການ. ໄລຍະຜ່ານມາໄດ້ມີການປະສານສົມທົບ ຄົ້ນຄວ້າຮ່ວມມືກັບຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາສົ່ງເສີມຕ່າງໆ ເພື່ອຊຸກຍູ້ ແລະ ສະໜັບສະໜູນ ການເຄື່ອນໄຫວທຸລະກິດຂອງຜູ້ປະກອບການ ໃນການພັດທະນາ ແລະ ບໍລິການ ເຕັກໂນໂລຊີ ແລະ ນະວັດຕະກໍາດິຈິຕອນພາຍໃນປະເທດ ໂດຍໜຶ່ງໃນໂຄງການຈຸດສຸມທີ່ພວກເຮົາກໍາລັງສຸມໃສ່ ແມ່ນໂຄງການສ້າງສວນອຸທິຍານດິຈິຕອນ ຂອງ ສປປ ລາວ ຫຼື ເອີ້ນວ່າ Lao Digital Park ຊຶ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສ. ເກົາຫຼີ. ທ່ານໃຫ້ຮູ້ຕື່ມວ່າ: ໂຄງການດັ່ງກ່າວ ໄດ້ລິເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2022 ຈົນມາຮອດປັດຈຸບັນ ແມ່ນໄດ້ສຳເລັດການຈັດຝຶກອົບຮົມຍົກລະດັບດ້ານດິຈິຕອນ ໃຫ້ແກ່ບຸກຄະລາກອນຝ່າຍລັດ, ຜູ້ປະກອບດານ ແລະ ນັກຮຽນນັກສຶກສາ ຢູ່ພາຍໃນປະເທດ 08 ຄັ້ງ, ໄດ້ສຳເລັດການຈັດກອງປະຊຸມສຳມະນາວິຊາການ ຈຳນວນ 05 ຄັ້ງ, ທັດສະນະສຶກສາທອດຖອນບົດຮຽນຢູ່ຕ່າງປະເທດ 03 ຄັ້ງ, ນຳພາຫົວໜ່ວຍທຸລະກິດຂອງລາວ ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ຢູ່ຕ່າງປະເທດ ຈຳນວນ 70 ບໍລິສັດ ແລະ ກິດຈະກຳຕ່າງໆຂອງໂຄງການດັ່ງກ່າວຈະສິ້ນສຸດໃນປີ 2025.

ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ກໍແມ່ນເພື່ອສ້າງເງື່ອນໄຂໃຫ້ທັງສອງຝ່າຍໄດ້ຮ່ວມມືກັນສຶກສາທ່າແຮງຄວາມເປັນໄປໄດ້ໃນການພັດທະນາ ແລະ ໃຫ້ບໍລິການສວນອຸທິຍານດິຈິຕອນຂອງ ສປປ ລາວ ໂດຍທັງສອງຝ່າຍຈະໃຫ້ການສະໜັບສະໜູນ ແລະ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດ ຄື: ຮ່ວມກັນສຶກສາຄວາມເປັນໄປໄດ້ ແລະ ທ່າແຮງໃນການສ້າງ ແລະ ພັດທະນາ ສວນອຸທິຍານດິຈິຕອນ; ສຶກສາຄວາມເປັນໄປໄດ້ ໃນການສ້າງສູນທົດລອງກ່ຽວກັບ ລະບົບເຕັກໂນໂລຊີດິຈິຕອນ ຢູ່ໃນສວນອຸທິຍານດິຈິຕອນ; ຄົ້ນຄວ້າສ້າງຮ່າງນິຕິກຳ, ລະບຽບການ, ແຜນຍຸດທະສາດ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການຄຸ້ມຄອງວຽກງານເຕັກໂນໂລຊີດິຈິຕ໋ອນ ແລະ ຊັບສິນດິຈິຕອນ; ສຶກສາຄວາມເປັນໄປໄດ້, ວິເຄາະຄວາມຕ້ອງການ, ກຳນົດການບໍລິການທີ່ສຳຄັນ ແລະ ທ່າແຮງໃນການສ້າງຕັ້ງສູນບໍລິການໃຫ້ຄຳປຶກສາດ້ານຊັບສິນດິຈິຕອນ (Digital Asset Consultant Service Center); ສຶກສາຄວາມເໝາະສົມໃນການສ້າງເຂດທົດລອງດໍາເນີນທຸລະກິດຊັບສິນດິຈິຕອນ (Digital Asset Sandbox) ເພື່ອສົ່ງເສີມ ແລະ ສະໜັບສະໜູນການສ້າງນະວັດຕະກໍາດິຈິຕອນ; ຄົ້ນຄວ້າສ້າງກົນໄກ, ລະບຽບການ ແລະ ລະບົບເຕັກນິກທີ່ກ່ຽວຂ້ອງໃນການຢັ້ງຢືນຄວາມຖືກຕ້ອງຂອງ ລະບົບເຕັກໂນໂລຊີດິຈິຕອນ ແລະ ຊັບສິນດິຈິຕອນ; ສຶກສາຄວາມເໝາະສົມໃນການສ້າງຕັ້ງ ບໍລິສັດຮ່ວມທຶນ ໃນຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (Public Private Partnership) ເພື່ອຈັດຕັ້ງຜັນຂະຫຍາຍ ແລະ ດໍາເນີນບັນດາໂຄງການຮ່ວມມື.

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 23 ສິງຫາ 2024, ທີ່ໂຮງແຮມ ລາດສະວົງ, ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕອນ, ທ່ານ ພວງປະເສີດ ແກ້ວສຸວັນ, ຮັກສາການຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ SANGYONG MA, ປະທານບໍລິສັດ ລາວ ຟອບແລບ ຈຳກັດ ແລະ ທ່ານ ແກ້ວອຸດອນ ແກ້ວງວົງສາ, ປະທານ ບໍລິສັດ REALWORLD ASSET INC. ໃຫ້ກຽດເຂົ້້າຮ່ວມເປັນສັກຂີພິຍານຂອງ  ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າຈາກ ກົມ, ສູນ, ສະຖາບັນ, ອົງການ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ  ແຂກທີ່ຖືກເຊີນທີ່ກ່ຽວຂ້ອງ.

ພາບ ແລະ ຂ່າວ:​ ກົມເຕັກໂນໂລຊີດິຈິຕອນ

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ