ພິທີເປີດຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານທັກສະ ໃຫ້ແກ່ພະນັກງານເພດຍິງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນຍຸກດິຈິຕອນ ຊຸດທີ II

27/08/2024

ພິທີເປີດຊຸດຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານທັກສະ ໃຫ້ແກ່ພະນັກງານເພດຍິງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນຍຸກດິຈິຕອນ ຊຸດທີ II

ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດພິທີເປີດຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານທັກສະ ໃຫ້ແກ່ພະນັກງານເພດຍິງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃນຍຸກດິຈິຕອນ ຊຸດທີ II ຂຶ້ນທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ, ປະທານ ຄກມດ ກຕສ, ມີບັນດາທ່ານຄະນະກົມ/ທຽບເທົ່າ, ຄະນະອຳນວຍການບັນດາບໍລິສັດໂທລະຄົມ ແລະ ໄປສະນີ ທັງເປັນຄະນະກຳມະທິການເພື່່ອກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຫຼາຍກວ່າ 50 ທ່ານ.

ຈຸດປະສົງຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັນດາແຜນວຽກບູລິມະສິດ 03 ແຜນດຳເນີນງານແຫ່ງຊາດ ຂອງວຽກງານ ສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະປີ 20212025 ໃນການສ້າງຄວາມເຂັ້ມແຂງ ໃຫ້ພະນັກງານເພດຍິງ ບັນດາຫ້ອງການ, ກົມ, ອົງການ, ສູນ, ສະຖາບັນ ແລະ ບໍລິສັດ ດ້ານໂທລະຄົມ, ໄປສະນີ ອ້ອມຂ້າງ ກຕສ ໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການປະຕິບັດວຽກງານໃຫ້ເກີດປະໂຫຍດສູງສຸດ ທັງເປັນການສົ່ງເສີມ ແລະ ສ້າງໃຫ້ມີຫົວຄິດປະດິດສ້າງທີ່ທັນສະໄໝ ແລະ ມີຄວາມພ້ອມໃນຍຸກສະໄໝໃໝ່ ທີ່ເປັນສິ່ງທ້າທາຍຫຼາຍຢ່າງໃນສັງຄົມ, ມີສ່ວນຮ່ວມໃນປະກອບສ່ວນພັດທະນາເສດຖະກິດສັງຄົມຫຼາຍຂຶ້ນ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ: ປັດຈຸບັນໃນໂລກແຫ່ງຄວາມເປັນຈິງເຕັກໂນໂລຊີດິຈິຕອນ ແມ່ນມີບົດບາດສໍາຄັນໃນການດຳລົງຊີວິດປະຈໍາວັນຂອງສັງຄົມ ທັງເປັນພື້ນຖານໃນການການຂັບເຄື່ອນເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ຊຶ່ງມັນກາຍເປັນສິ່ງທີ່ເສີມສ້າງສະຕິປັນຍາ ແລະ ມັນສະໝອງຂອງມະນຸດ ໃນການເຮັດໃຫ້ວຽກງານຕ່າງໆມີປະສິດທິພາບ, ມີຄວາມຊັດເຈນ ແລະ ວ່ອງໄວຂຶ້ນ ບໍ່ວ່າຈະເປັນການຄົ້ນຄວ້າ, ການຄຸ້ມຄອງກົນຈັກອັດຕະໂນມັດ, ຄຸ້ມຄອງບໍລິຫານ, ການຄ້າ, ການເງິນ, ການບໍລິການ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດໍາເນີນເປັນເວລາ 03 ວັນ (ລະຫວ່າງວັນທີ 2729 ສິງຫາ 2024) ໂດຍບັນດານັກສຳມະນາກອນຈະໄດ້ຮຽນຮູ້ໃນຫົວຂໍ້ທີ່ສໍາຄັນຕ່າງໆ ເຊັ່ນ: 1) ການພັດທະນາທັກສະການແກ້ໄຂບັນຫາ ແລະ ການຕັດສິນໃຈໃນຍຸກດິຈິຕອນ; 2) ການເສີມສ້າງຄວາມໝັ້ນໃຈ ແລະ ຄວາມເປັນຜູ້ນຳໃນຍຸກດິຈິຕອນ ແລະ 3) ສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານວຽກງານດິຈິຕອນ, ຊຶ່ງນໍາສະເໜີໂດຍ ທ່ານ ນ. ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ຮອງປະທານຄະນະກຳມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນຄົ້ນຄວ້າເປັນກຸ່ມ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ  ເພື່ອຈະໄດ້ນຳເອົາບົດຮຽນຕ່າງໆນຳໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຂ່າວ: ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ຫ້ອງການກະຊວງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ