ເວທີສົນທະນາການຄົ້ນຄວ້ານະໂຍບາຍ ລາວ-ຍີ່ປຸ່ນ ໃນການເພີ່ມທະວີການເຊື່ອມໂຍງແບບຍືນຍົງ ແລະ ການຫັນປ່ຽນຂອງປະຊາຄົມອາຊຽນ

28/08/2024

ເວທີສົນທະນາການຄົ້ນຄວ້ານະໂຍບາຍ ລາວ-ຍີ່ປຸ່ນ ໃນການເພີ່ມທະວີການເຊື່ອມໂຍງແບບຍືນຍົງ ແລະ ການຫັນປ່ຽນຂອງປະຊາຄົມອາຊຽນ

ໃນວັນທີ 26 ສິງຫາ 2024 ຜ່ານມາ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາຄະນະຈາກກະຊວງ ເຂົ້າຮ່ວມ ເວທີສົນທະນາການຄົ້ນຄວ້ານະໂຍບາຍ ລາວ-ຍີ່ປຸ່ນ ໃນການເພີ່ມທະວີການເຊື່ອມໂຍງແບບຍືນຍົງ ແລະ ການຫັນປ່ຽນຂອງປະຊາຄົມອາຊຽນ (LaosJapan Policy Research Forum on Enhancing Sustainable Connectivity and Resilience for the ASEAN Community) ຊຶ່ງໄດ້ຈັດຂຶ້ນ ທີ່ ໂຮງແຮມລາວພຣາຊາ, ໂດຍ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດິດວິທະຍາໄລນະໂຍບາຍສາທາລະນະ, ມະຫາວິທະຍາໄລໂຕກຽວ ປະເທດຍີ່ປຸ່ນ (Graduate School of Public Policy (GraSPP), The University of Tokyo), ນະຄອນຫຼວງວຽງຈັນ. ໂດຍມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັ່ນ: ທ່ານ ຮສ. ເດຊານຸລາດ ແສນດວງເດດ, ຮັກສາການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ Prof. Toshiro Nishizawa, ຜູ້ອໍານວຍການບັນດິດວິທະຍາໄລນະໂຍບາຍສາທາລະນະ, ມະຫາວິທະຍາໄລໂຕກຽວ ແລະ ມີຮອງລັດຖະມົນຕີຈາກບັນດາກະຊວງອ້ອມຂ້າງ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນ. ເວທີດັ່ງກ່າວຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບຍຸດທະສາດໃນການເພີ່ມທະວີການເຊື່ອມໂຍງພື້ນຖານໂຄງລ່າງແບບຍືນຍົງ ແລະ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ເປັນຕົ້ນ ການ​ເຊື່ອມໂຍງດ້ານ​ພື້ນຖານ​ໂຄງ​ລ່າງ, ການຫຼຸດຜ່ອນ​ຊ່ອງ​ວ່າງ​ການ​ພັດທະນາ, ການຊຸກຍູ້​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ ​ແລະ ການ​ແລກປ່ຽນລະຫວ່າງ​ປະຊາຊົນທີ່ຫຼາຍຂຶ້ນ.

​ເວທີ​ສົນທະນາກ່າວ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ສິ່ງ​ທ້າ​ທາຍ​ເພື່ອ​ບັນລຸ​ຜົນ​ປະ​ໂຫຍ​ດທີ່​ຍືນ​ຍົງ ​ແລະ ​ເທົ່າ​ທຽມ​ກັນ​ຈາກ​ການ​ເຊື່ອມ​ໂຍງ​ເສດຖະກິດ, ຊຶ່ງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນໃນການກໍານົດ​ບັນດາ​ນະ​ໂຍບາຍ​ທີ່​ໄດ້​ຮັບ​ການ​ຄົ້ນຄວ້າຢ່າງລົງເລິກ ​ເພື່ອ​ແກ້​ໄຂ​ຊ່ອງ​ວ່າງ​ການພັດທະນາທີ່ຍັງຄົງມີຢູ່ອັນເນື່ອງມາຈາກຈຸດອ່ອນທາງດ້ານໂຄງລ່າງ ​ແລະ ເພື່ອຮັບປະກັນ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ ແລະ ການນໍາໃຊ້ດິຈິຕອນເຂົ້າໃນການຂັບເຄື່ອນວຽກງານພັດທະນາເສດຖະກິດ ຂອງ ສປປ ລາວ​.

ໃນວາລະໜຶ່ງຂອງເວທີສົນທະນາ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນນໍາສະເໜີ ແລະ ມີຄໍາເຫັນໃນຫົວຂໍ້: ການຫັນເປັນດິຈິຕອນ ຂອງ ສປປ ລາວ ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ການພັດທະນາແບບຢືນຢົງ (Lao Digital Transformation for Connectivity and sustainable Development). ພ້ອມນີ້, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ກຕສ ກໍໄດ້ຂຶ້ນນໍາສະເໜີ ໃນຫົວຂໍ້: ລັດຖະບານດິຈິຕອນ ແລະ ການພັດທະນາເສດຖະກິດ ຂອງ ສປປ ລາວ (Digital Government and Economic development in Laos).

​ໃນຕອນທ້າຍ, ໄດ້ມີການຕົກລົງເຫັນດີເອກະພາບກັນ​ ໃນການຮ່ວມມືຊຸກຍູ້ສົ່ງເສີມໃຫ້ມີການຮ່ວມ​ມື​ກັນຢ່າງຕໍ່ເນື່ອງລະຫວ່າງ ສປປ ​ລາວ, ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ​ເພື່ອ​ພັດທະນາ ​ແລະ ຈັດຕັ້ງປະຕິບັດ​ບັນດາ​ນະ​ໂຍບາຍ​ໃຫ້ມີ​ປະສິດທິພາບ ແລະ ປະສິດທິ​ຜົນ ​ໃນການຂັບເຄື່ອນວຽກງານ​ພັດທະນາ​ແບບ​ຍືນ​ຍົງບົນພື້ນຖານຄວາມສະ​ເໝີ​ພາບກັນ​ໃນພາກ​ພື້ນ.

 

ບົດຂ່າວໂດຍ: ສູນບໍລິຫານລັດດິຈິຕອນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ