ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີ

30/08/2024

ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 79 ປີ

ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ (02/09/1945-02/09/2024) ທີ່ຈະມາເຖິງນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຟານ ມິງ ຈ໋ຽນ ອຸປະທູດຊົ່ວຄາວ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນຕອນແລງຂອງວັນທີ 29 ສິງຫາ 2024, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.

ໂອກາດດັ່ງກ່າວ, ສະຫາຍ ລັດຖະມົນຕີ ບໍ່ວຽງຄໍາ ວົງດາລາ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນ ສະຫາຍ ຟາມ ມິງ ຈ໋ຽນ ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 79 ປີ. ສະຫາຍ ໄດ້ກ່າວວ່າ: ສອງຊາດ ລາວ-ຫວຽດນາມ ມີມູນເຊື້ອການຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຈິງໃຈ ຊຶ່ງເຫັນໄດ້ເຖິງຄວາມສຳຄັນຄວາມສາມັກຄີພິເສດອ້າຍນ້ອງ ລາວ-ຫວຽດນາມ ທີ່ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມື ໂດຍສະແດງອອກໃນການຈັດກິດຈະກໍາໃນວັນສໍາຄັນຕ່າງໆ. ພ້ອມນັ້ນ, ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງໃນທຸກດ້ານ ທີ່ ສສ.ຫວຽດນາມ ຍາດມາໄດ້ໃນຕະຫຼອດໄລຍະ 79 ປີທີ່ຜ່ານມາ ແລະ ສະແດງຄວາມພາກພູມໃຈ ຕໍ່ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍຜ່ານ ສະຫາຍ ຟານ ມິງ ຈ໋ຽນ ໄປຍັງບັນດາທ່ານການນໍາພັກ-ລັດຖະບານຫວຽດນາມ, ພະນັກງານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງຍາດໄດ້ໄຊຊະນະຍິ່ງໃຫຍ່ກວ່າເກົ່າ.

ໃນໂອກາດນີ້, ສະຫາຍ ຟານ ມິງ ຈ໋ຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ຂອງ ສະຫາຍ ລັດຖະມົນຕີ ທີ່ມາອວຍພອນໃນຄັ້ງນີ້, ພອມທັງສະແດງຄວາມຢືນຢັນວ່າ ສະຖານທູດຫວຽດນາມ ຈະສືບຕໍ່ເປັນຂົວຕໍ່ສະໜັບສະໜູນການເສີມຂະຫຍາຍສາຍພົວພັນຂອງສອງປະເທດ ກໍຄືການພົວພັນຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮ່ວມມືສາຍພົວພັນພິເສດເລິກເຊິ່ງຈິງໃຈບໍລິສຸດ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຂ່າວ ແລະ ພາບ: ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ