ໜ່ວຍພັກ ກົມເຕັກໂນໂລຊີດິຈິຕອນ ແລະ ສູນບໍລິຫານລັດດິຈິຕອນ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ

30/08/2024

ໜ່ວຍພັກ ກົມເຕັກໂນໂລຊີດິຈິຕອນ ແລະ ສູນບໍລິຫານລັດດິຈິຕອນ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ

ໜ່ວຍພັກກົມເຕັກໂນໂລຊີດິຈິຕອນ ແລະ ໜ່ວຍພັກສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຂຶ້ນໃນຕອນບ່າຍຂອງວັນທີ 29 ສິງຫາ 2024 ນີ້, ທີ່ຫ້ອງຝຶກອົບຮົມຊັ້ນ 02 ສູນຊອບແວຣ໌ ກົມເຕັກໂນໂລຊີດິຈິຕອນ, ໂດຍການເປັນປະທານຂອງ ສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກຕສ,  ມີບັນດາສະຫາຍເລຂາຮາກຖານ/ໜ່ວຍພັກ ກົມເຕັກໂນໂລຊີດິຈິຕອນ, ສູນບໍລິຫານລັດດິຈິຕອນ, ກົມ/ທຽບເທົ່າ ພາຍໃນກະຊວງ, ມີຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ສະມາຊິກພັກພາຍໃນ 2 ໜ່ວຍພັກດັ່ງກ່າວ ເຂົ້າຮ່ວມ 30 ກວ່າສະຫາຍ.

ໃນພິທີ, ສະຫາຍ ແກ້ວນະຄອນ ໄຊສຸລຽນ ເລຂາໜ່ວຍພັກກົມເຕັກໂນໂລຊີດິຈິຕອນ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍ ການອະນຸມັດໃຫ້ເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຈໍານວນ 02 ສະຫາຍ ແລະ ໃນວາລະດັ່ງກ່າວ ສະຫາຍ ນາງ ວັນນະພາ ພົມະທັນສີ, ສະມາຊິກ ໜ່ວຍພັກສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍ ການອະນຸມັດໃຫ້ເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂອງພັກປະຊາຊົນປະຕິວັດລາວ ຈໍານວນ 02 ສະຫາຍ ຍິງ 01 ສະຫາຍ. ຊຶ່ງບັນດາສະຫາຍສະມາຊິກພັກສໍາຮອງໃໝ່ ລ້ວນແລ້ວແຕ່ເປັນຜູ້ທີ່ມີຄວາມຫ້າວຫັນໃນການປະກອບສ່ວນທຸ້ມເທເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານວິຊາສະເພາະ ຕະຫຼອດຮອດວຽກງານທີ່ອົງການຈັດຕັ້ງມະຫາຊົນ ກໍຄື ການຈັດຕັ້ງແຕ່ລະຂັ້ນມອບໝາຍໃຫ້ ແລະ ຜ່ານການຕິດຕາມກໍ່ສ້າງຕາມລະບຽບຂອງພັກວາງອອກ.

ໂອກາດດຽວກັນນີ້, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ໄດ້ຂຶ້ນມອບມະຕິຕົກລົງດັ່ງກ່າວ ແລະ ປື້ມກົດລະບຽບພັກ ໃຫ້ແກ່ສະມາຊິກພັກສໍາຮອງໃໝ່. ພ້ອມນີ້, ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ ສະຫາຍສະມາຊິກພັກສໍາຮອງໃໝ່ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເຊື່ອມຊຶມ, ຜັນຂະຫຍາຍ ມະຕິ, ຄໍາສັ່ງ ແລະ ລະບຽບຂອງພັກໃຫ້ລະອຽດ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ສອດຄ່ອງ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້. ພ້ອມນັ້ນ ກໍໃຫ້ສ້າງຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຫຼັງ, ເປັນກໍາລັງແຮງໜຶ່ງໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ພາບ ແລະ ຂ່າວ: ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ