ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງປະທານບໍລິສັດ ເຕັກໂນໂລຊີ ອາຊີ ປາຊີຟິກ ຈຳກັດ

30/08/2024

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງປະທານບໍລິສັດ ເຕັກໂນໂລຊີ ອາຊີ ປາຊີຟິກ ຈຳກັດ

ໃນຕອນບ່າຍຂອງວັນທີ 29 ສິງຫາ 2024, ທີ່ຫ້ອງຮັບແຂກ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂກວິດ ທັນຍາລັດຕະກູນ, ບໍລິສັດ ເຕັກໂນໂລຊີ ອາຊີ ປາຊີຟິກ ຈຳກັດ (Technology Asia Pacific Co., Ltd), ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ.

ໂອກາດດັ່ງກ່າວ, ບໍລິສັດ ເຕັກໂນໂລຊີ ອາຊີ ປາຊີຟິກ ຈຳກັດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້. ພ້ອມນັ້ນ, ກໍໄດ້ສະເໜີລາຍງານກ່ຽວກັບວຽກງານໄປສະນີ ແລະ ແນວທາງໃນການຮ່ວມມືກັນໃນຂົງເຂດການຂົນສົ່ງໄປສະນີລາວ ໃນການໃຫ້ບໍລິການ E-commerce ແລະ ການຂົນສົ່ງເຄື່ອງໃຫ້ໄປສະນີລາວໃນອະນາຄົດ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດກັບສອງຝ່າຍ ກໍຄື ລາວ-ໄທ. ພ້ອມທັງໄດ້ເຊື້ອເຊີນທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ໄປຢ້ຽມຢາມປະເທດໄທອີກດ້ວຍ.

ໂອກາດດຽວກັນ, ທ່ານ ລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ ທ່ານ ໂກວິດ ທັນຍາລັດຕະກູນ ທີ່ໄດ້ກ່າວສະແດງຄວາມຮ່ວມມືກ່ຽວກັບວຽກງານການຂົນສົ່ງ ກໍຄື ວຽກງານໄປສະນີ ຂອງ ສປປ ລາວ ແລະ ໄດ້ສະແດງເຈດຈໍານົງທີ່ຈະມາຮ່ວມມືກ່ຽວກັບວຽກງານດັ່ງກ່າວ. ພ້ອມທັງ ຍິນດີສະໜັບສະໜູນການຮ່ວມມືດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດ ແລະ ເກີດປະໂຫຍດສູງສຸດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ