ກຕສ ປາຖະກະຖາວັນສໍາຄັນຂອງພັກຊາດ-ຂອງຊາດ ແລະ ປະກາດການຈັດຕັ້ງ

05/09/2024

ກຕສ ປາຖະກະຖາວັນສໍາຄັນຂອງພັກຊາດ-ຂອງຊາດ ແລະ ປະກາດການຈັດຕັ້ງ

ເພື່ອລະນຶກຄືນມູນເຊື້ອວັນຍຶດອໍານາດທົ່ວປະເທດ ສປປ ລາວ ຊຶ່ງເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນໃນການຕໍ່ສູ້ປະຕິວັດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ເປັນໝາກຜົນແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອໃຫ້ສະມາຊິກພັກ-ພະນັກງານ ໄດ້ເຊື່ອມຊຶມເຖິງປະຫວັດຄວາມເປັນມາຂອງການສ້າງຕັ້ງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຊຶ່ງເປັນກົດໝາຍພື້ນຖານຂອງຊາດ, ຍັງເປັນການຫັນແນວທາງປ່ຽນແປງຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວມາເປັນກົດໝາຍໃໝ່ ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຮູ້, ເຊື່ອມຊຶມເຖິງຄຸນງາມຄວາມດີຂອງບັນດາພະບູລຸດລາວ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກ.

ໃນຕອນເຊົ້າຂອງວັນທີ 05 ກັນຍາ 2024, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປາຖະກະຖາວັນປະຫວັດສາດ ສໍາຄັນຂອງພັກຊາດ-ຂອງຊາດ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາຄະນະພັກ-ຄະນະນຳກະຊວງ, ກົມ/ທຽບເທົ່າ, ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 354 ສະຫາຍ, ຍິງ 58 ສະຫາຍ. ຊຶ່ງໃນພິທີ ໄດ້ຮັບຟັງປາຖະກະຖາສາຍຮູບເງົາວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 79 ປີ (23-08-1975-23-08-2024), ວັນລັດຖະທໍາມະນູນແຫ່ງຊາດ ສປປ ລາວ ຄົບຮອບ 33 ປີ (15-08-1991-15-08-2024) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 22 ປີ (09-09-2002-09-09-2024).

ໃນໂອກາດດຽວກັນນີ້, ສະຫາຍ ຄໍາພູ ດວງຖະໜອມ, ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການອະນຸມັດສ້າງຕັ້ງ ໜ່ວຍພັກຮາກຖານ ຫ້ອງການກອງເລຂາ ກອງທຶນພັດທະນາ ໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ສະບັບເລກທີ 313/ຄປຈ.ກຕສ, ລົງວັນທີ 8 ສິງຫາ 2024; ມະຕິຕົກລົງ ວ່າດ້ວຍ ການບົ່ງໂຕແຕ່ງຕັ້ງ ສະຫາຍ ພູຂົງ ຈິດຮູບໂລກ ຄະນະປະຈໍາພັກກະຊວງ, ເປັນເລຂາໜ່ວຍພັກຮາກຖານ ແລະ ສະຫາຍ ປະລິນຍາ ພົມມະວິເສດ ເປັນຮອງເລຂາໜ່ວຍພັກຮາກຖານ ຫ້ອງການກອງເລຂາ ກອງທຶນພັດທະນາ ໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ; ມະຕິຕົກລົງ ວ່າດ້ວຍ ການບົ່ງໂຕແຕ່ງຕັ້ງ ສະຫາຍ ພວງປະເສີດ ແກ້ວສຸວັນ ກໍາມະການຄະນະບໍລິຫານງານພັກກະຊວງ ເປັນເລຂາໜ່ວຍພັກ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ພ້ອມນັ້ນ, ກໍໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ, ສັບຊ້ອນ ພະນັກງານນໍາພາ-ຄຸ້ມຄອງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄື: ແຕ່ງຕັ້ງ ທ່ານ ພູທອງ ສີສະຫວັດ ເປັນຮັກສາການ ຫົວໜ້າສູນຂໍ້ມູນແຫ່ງຊາດ, ທ່ານ ພອນປະເສີດ ສຸລິນທອນ ເປັນຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ; ສັບຊ້ອນ ທ່ານ ພົມມະທັດ ພູມະນີວົງ ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ໄປເປັນຮອງຫົວໜ້າສູນຂໍ້ມູນແຫ່ງຊາດ, ທ່ານ ອານຸສອນ ອັກຄະວົງ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ໄປເປັນຮອງຫົວໜ້າສູນຂໍ້ມູນແຫ່ງຊາດ.

ໃນຕອນທ້າຍ, ທ່ານປະທານໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມທັງໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາວຽກງານ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ. ນອກນີ້, ທ່ານໄດ້ຍົກໃຫ້ເຫັນເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາ, ຕໍ່ວິລະຊົນ ແລະ ຜູ້ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດ ແລະ ປະຊາຊົນ. ພ້ອມທັງ ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິບັດອັນສູງສົງ, ຮັບຮູ້ ແລະ ເຂົ້າໃຈແຈ້ງ ເຖິງປະຫວັດການເຄື່ອນໄຫວຂອງຜູ້ນໍາ ຕະຫຼອດຮອດຜົນງານ ແລະ ຄຸນງາມຄວາມດີ, ຄວາມປີຊາສາມາດຂອງ ປະກອບສ່ວນອັນພິລະອາດຫານຕໍ່ການປະຕິວັດ, ຕໍ່ສູ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາ, ທີ່ບໍ່ຍອມຈໍານົນຕໍ່ສັດຕູ, ຍາມໃດກໍ່ອົດທົນເພື່ອຊາດ, ເພື່ອປະຊາຊົນ, ເຫັນໄດ້ເຖິງຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ຍາດມາໄດ້ ກາຍເປັນແບບຢ່າງອັນດີງາມໃຫ້ສະມາຊິກພັກ-ພະນັກງານ ໄດ້ສືບຕໍ່ຝືກຝົນຫຼໍ່ຫອມຕົນເອງຮໍ່າຮຽນເອົາເປັນແບບຢ່າງ ແລະ ນໍາໜູນມາໃຊ້ໃນການປະຕິບັດໜ້າທີ່ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ