ຫົວໜ່ວຍທຸລະກິດຈາກ ສປປ ລາວ ເຂົ້າຮ່ວມງານວາງສະແດງເຕັກໂນໂລຊີດ້ານການເງິນ ທີ່ ສ.ເກົາຫຼີ

06/09/2024

ຫົວໜ່ວຍທຸລະກິດຈາກ ສປປ ລາວ ເຂົ້າຮ່ວມງານວາງສະແດງເຕັກໂນໂລຊີດ້ານການເງິນ ທີ່ ສ.ເກົາຫຼີ

ທ້າຍອາທິດຜ່ານມານີ້, ກົມເຕັກໂນໂລຊີດິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາຄະນະຜູ້ປະກອບການທີ່ດຳເນີນທຸລະກິດກ່ຽວກັບເຕັກໂນໂລຊີທາງດ້ານການເງິນ ຈຳນວນ 10 ບໍລິສັດ ຄື: KPV Gold, Loca payment, Bitqik, ETL, TPlus, Count one, Lailaolab, Synergy, Infotech ແລະ ສະຖາບັນການເງິນພັດທະນາ ໄຊສົມບູນ ທີ່ໄດ້ຮັບການຄັດເລືອກ ໂດຍຜ່ານອົງການ UNIDO ITPO ພາຍໃຕ້ໂຄງການສະໜັບສະໜູນສ້າງສວນອຸທິຍານດິຈິຕອນ ແລະ ຝຶກອົບຮົມຊ່ຽວຊານໄອທີ ຂອງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມງານວາງສະແດງເຕັກໂນໂລຊີດ້ານເງິນ ປະຈຳປີ 2024(Korea Fintech Week 2024) ທີ່ຫໍວາງສະແດງ Dongdaemun Design Plaza(DDP), ນະຄອນຫຼວງ ໂຊ(Seoul), ປະເທດ ສ. ເກົາຫຼີ ໃນລະຫວ່າງວັນທີ 26-29 ສິງຫາ 2024 ຜ່ານມາ.

ຈຸດປະສົງຂອງງານວາງສະແດງດັ່ງກ່າວແມ່ນເພື່ອໂຄສະນາຊຸກຍູ້ສົ່ງເສີມການດຳເນີນທຸລະກິດດ້ານເຕັກໂນໂລຊີການເງິນ ຂອງບັນດາຫົວໜ່ວຍທຸລະກິດພາຍໃນປະເທດ ສ.ເກົາຫຼີ ແລະ ຕ່າງປະເທດ ພ້ອມທັງເປັນການດຶງດູດນັກລົງທຶນກ່ຽວກັບການພັດທະນາອຸດສາຫະກຳທາງດ້ານການເງິນໃຫ້ຫຼາຍຂຶ້ນກວ່າເກົ່າ ຊຶ່ງງານວາງສະແດງເຕັກໂນໂລຊີດ້ານການເງິນ ປະຈຳປີ 2024 ນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: “Beyond Boundaries: Fintech ແລະ AI Redefining Finance” ທີ່ໄດ້ເນັ້ນໃຫ້ເຫັນການນຳໃຊ້ AI ເຂົ້າມາມີບົດບາດສຳຄັນໃນຂະແໜງການຕ່າງໆ ຊຶ່ງລວມທັງຂະແໜງການ Fintech ແລະ ການເງິນ ໂດຍສະເພາະແມ່ນ ການບໍລິການຊຳລະສະສາງ ໃຫ້ມີຄວາມສະດວກ, ສະບາຍ, ວ່ອງໄວ ແລະ ທັນສະໄໝ ຊຶ່ງປັນຍາປະດິດ (AI) ຖືເປັນກະແຈສຳຄັນໃນການນຳໃຊ້ເປັນເຄື່ອງມືເພື່ອສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳຕ່າງໆ ໃນຍຸກປັດຈຸບັນ. ຊຶ່ງພາຍໃນງານໄດ້ມີບູດວາງສະແດງຫຼາຍກວ່າ 80 ບູດ ເຊັ່ນ: Kakaobank, KB Finance Group, Hanna Financial Group, Woori Bank ແລະ ອື່ນໆ.

ນອກຈາກນັ້ນ, ຄະນະທີ່ເດີນທາງຄັ້ງນີ້ຍັງໄດ້ມີໂອກາດເຂົ້າຮ່ວມທັດສະນະສຶກສາ ແລະ ແລກບົດຮຽນຢູ່ສະຖານທີ່ຕ່າງໆເຊັ່ນ: ຕະຫຼາດຫຼັກຊັບ ສ.ເກົາຫຼີ KRX (Korea Exchange), KB Innovation HUB , Dream Plus ແລະKakaoBank ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດ ຂອງ ສປປ ລາວ ໄດ້ມີໂອກາດເຂົ້າໄປຮ່ວມພົບປະ, ແລກປ່ຽນຖອດຖອນບົດຮຽນ ແລະ ເພື່ອສ້າງເງື່ອນຂະຫຍາຍຫາຄູ່ຮວມມືໃນອະນາຄົດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ