ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7

22/10/2024

ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7

ໃນຕອນເຊົ້າຂອງວັນທີ 22 ຕຸລາ 2024, ທີ່ໂຮງແຮມລາວພລາຊາ, ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 (The 7th Meeting of the ASEAN Data Protection and Privacy Forum) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍມີເຈົ້າໜ້າທີ່ 46 ທ່ານ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.  ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດຫຼັກການປົກຂໍ້ມູນ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄວາມຮູ້ ແລະ ການປະຕິບັດທີ່ດີທີ່ສຸດສຳລັບວຽກງານປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ລະຫວ່າງບັນດາປະເທດສະມາຊິກອາຊຽນ.

ກອງປະຊຸມໄດ້ຈັດຂຶ້ນເປັນເວລາໜຶ່ງວັນ ຊຶ່ງໃນພາກເຊົ້າແມ່ນກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານປົກປ້ອງຂໍ້ມູນ ຂອງແຕ່ລະປະເທດສະມາຊິກອາຊຽນ ທັງດ້ານນິຕິກຳ, ເຫດການຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍໃນວຽກງານປົກປ້ອງຂໍ້ມູນ, ສຳລັບ ສປປ ລາວ ນຳພາໂດຍ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ແລະ  ຂຶ້ນລາຍງານວຽກງານປົກປ້ອງຂໍ້ມູນ ຂອງ ສປປ ລາວ ໂດຍ ທ່ານ ສຸເນດໂຕ ຊາພັກດີ, ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຈາກນັ້ນ ປະເທດສິງປະໂປ ໄດ້ລາຍງານເພີ່ມຕື່ມກ່ຽວກັບແຜນຈັດຕັ້ງປະຕິບັດຂອບການຮ່ວມມືອາຊຽນທາງດ້ານຂໍ້ມູນລັດຖະບານ (initiatives under ASEAN Framework on Digital Data Governance), ຂອບຮ່ວມມືສໍາລັບການໂອນຍ້າຍຂໍ້ມູນສ່ວນບຸກຄົນຂ້າມແດນ (Operational Framework for the Global Cross-Border Privacy Rules (Global CBPR) System).  ນອກຈາກນັ້ນ, ຜູ້ແທນຈາກປະເທດກໍາປູເຈຍ ໃນນາມປະທານຂອງກອງປະຊຸມໄດ້ລາຍງານບັນດາຂໍ້ລິເລີ່ມ ພາຍໃຕ້ແຜນງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນຕອນບ່າຍຂອງວັນດຽວກັນ ແມ່ນການຈັດສຳມະນາພາຍໃນຫົວຂໍ້ເຕັກໂນໂລຊີໃໝ່ ໃນການປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ (Industry Engagement Forum On Emerging Technologies and Data Privacy). ໂດຍມີການນໍາສະເໜີ ຈາກອົງການປົກປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດຍີ່ປຸ່ນ, ພາກສ່ວນທຸລະກິດຈາກບັນດາປະເທດອາຊຽນ, ນອກຈາກນັ້ນ ກໍມີການແລກປ່ຽນຄຳເຫັນ ກ່ຽວກັບ ຄວາມກັງວົນຕໍ່ກັບມາດຕະຖານປົກປ້ອງຂໍ້ມູນສ່ວນບຸກຄົນຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດໃນແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ມູນເພື່ອຕໍ່ຍອດໃຫ້ແກ່ເຕັກໂນໂລຊີໃໝ່.

ກອງປະຊຸມຄັ້ງນີ້, ຜູ້​ເຂົ້າ​ຮ່ວມ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ການ​ປົກ​ປ້ອງ​ຂໍ້​ມູນ​ໃນ​ພາກ​ພື້ນ​ອາ​ຊຽນ ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ້ງໝັ້ນລວມຂອງບັນດາປະເທດສະມາຊິກ ເພື່ອເສີມສ້າງກົນໄກການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ສົ່ງເສີມວັດທະນະທໍາຄວາມເປັນສ່ວນຕົວ ທີ່ສອດຄ່ອງກັບຄວາມຕ້ອງການຂອງພົນລະເມືອງ ແລະ ທຸລະກິດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ