ກອງປະຊຸມສັບປະດາສາກົນດ້ານໄຊເບີ ສິງກະໂປ (SICW) ຄັ້ງທີ 09 ແລະ Anchorກອງປະຊຸມ ລັດຖະມົນຕີອາຊຽນວ່າດ້ວຍ​ຄວາມ​ປອດ​ໄພ​ໄຊ​ເບີ (AMCC) ຄັ້ງທີ 09

22/10/2024

ກອງປະຊຸມສັບປະດາສາກົນດ້ານໄຊເບີ ສິງກະໂປ (SICW) ຄັ້ງທີ 09 ແລະ Anchorກອງປະຊຸມ ລັດຖະມົນຕີອາຊຽນວ່າດ້ວຍ​ຄວາມ​ປອດ​ໄພ​ໄຊ​ເບີ (AMCC) ຄັ້ງທີ 09

ໃນລະຫວ່າງວັນທີ 14-17 ຕຸລາ 2024, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ນໍາໂດຍ ທ່ານ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມ ສັບປະດາສາກົນດ້ານໄຊເບີ ສິງກະໂປ (SICW) ຄັ້ງ​ທີ 09 ແລະ ກອງປະຊຸມສຳມະນາ ລັດຖະມົນຕີອາຊຽນວ່າດ້ວຍ​ຄວາມ​ປອດ​ໄພ​ໄຊ​ເບີ (AMCC) ຄັ້ງທີ 09  ທີ່ ປະເທດ ສິງກະໂປ ລວມເຖິງກອງປະຊຸມລັດຖະມົນຕີວ່າດ້ວຍຄວາມປອດໄພໄຊເບີອາຊຽນ ວາລະພິເສດ (AMCC Special Session) ກັບບັນດາຄູ່ຮ່ວມເຈລະຈາ, ຈັດ​ຂຶ້ນ​ໂດຍ ​ອົງ​ການ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ ​ສິ​ງ​ກະ​ໂປ (Cyber Security Agency of Singapore) ເປັນປະທານໂດຍ ທ່ານ ນາງ JOSEPHINE TEO, ລັດຖະມົນຕີ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ລັດຖະມົນຕີຮັບຜິດຊອບດ້ານຄວາມປອດໄພທາງໄຊເບີ ຂອງ ປະເທດ ສິງກະໂປ, ມີຜູ້​ເຂົ້າ​ຮ່ວມຈາກບັນ​ດາລັດ​ຖະ​ມົນ​ຕີ​ດ້ານ​ໄອ​ຊີ​ທີ​ອາ​ຊຽ​ນ, ບັນດາລັດຖະມົນຕີ/ຮອງລັດຖະມົນຕີ, ຜູ້ແທນ ຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງກ່ຽວຂ້ອງ ຂອງ ນິວຊີແລນ, ອົສຕຣາລີ, ສະຫະພາບເອີຣົບ, ສະຫະພັນຣັດເຊຍ, ອິນເດຍ, ການາດາ, ສ. ອາເມລິກາ, ອັງກິດ, ອູກຣາອິນ, ແອສໂຕເນຍ, ບຣາຊີນ ແລະ ອື່ນໆ. ລວມທັງເລຂາທິການໃຫຍ່ອາຊຽນ, ຜູ້ນຳຈາກບັນ​ດາຂະແໜງອຸດສະຫະກຳ ແລະ ອົງການຈັດຕັ້ງສາກົນ.  

ກອ​ງ​ປະ​ຊຸມດັ່ງກ່າວຈັດ​ຂຶ້ນ​ພາຍ​ໃຕ້​ຄຳຂວັນ: ຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃນຍຸກດິຈິຕອນ (Trust and Security in the Digital Era), ຊຶ່ງໃນກອງປະຊຸມ ໄດ້ປຶກສາຫາລືແນວທາງ ແລະ ​​ແລກປ່ຽນ​ທັດສະນະ ​ກ່ຽວ​ກັບ ​ສະພາບ​ການ​ທາງດ້ານ​ໄຊເບີ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ ແລະ ບັນດາກົນໄກການຮ່ວມມືທີ່ສຳຄັນ ເພື່ອແນໃສ່ສົ່ງເສີມຄວາມ ເຊື່ອໝັ້ນ ແລະ ຍົກລະດັບຄວາມປອດໄພໃນຍຸກດິຈິຕອນ.  

ບັນຫາພົ້ນເດັ່ນທີ່ຍົກເປັນຫົວຂໍ້ບູລິມະສິດໃນການສົນທະນາຮ່ວມກັນ ມີຄື:  1) ເພີ່ມທະວີຄວາມຮ່ວມມືໃນພາກພື້ນ ເພື່ອແກ້ໄຂບັນຫາໄພຄຸກຄາມທາງໄຊເບີທີ່ເກີດຂຶ້ນໃໝ່ ແລະ ພົ້ນເດັ່ນ, ຊຶ່ງຜູ້ເຂົ້າຮ່ວມໄດ້ປຶກສາຫາລື ກ່ຽວກັບ ວິທີການລິເລີ່ມ ແລະ ກົນໄກການມີສ່ວນຮ່ວມຕ່າງໆ; 2) ສົ່ງເສີມການນຳໃຊ້ບັນດາຫຼັກການຂອງສາກົນ ທີ່ຕິດພັນເຖິງການສົ່ງເສີມການລິ ເລີ່ມນຳໃຊ້ແຜນປະຕິບັດງານພາກພື້ນອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດບັນທັດຖານທາງໄຊເບີອາຊຽນແບບສະໝັກໃຈ ແລະ ບໍ່ມີຂໍ້ຜູກມັດ ຕາມຄວາມອາດສາມາດ ແລະ ວຽກບູລິມະສິດຂອງແຕ່ລະປະເທດອາຊຽນ; 3) ຊຸກຍູ້ການຮ່ວມມືທາງ ດ້ານໄຊເບີໃນພາກພື້ນອາຊຽນກັບບັນດາປະເທດຄູ່ຮ່ວມເຈລະຈາ ໃນການແບ່ງປັນຄຳແນະນຳ ແລະ ປະສົບການ ກ່ຽວກັບ ວີທີ ທີ່ອາຊຽນສາມາດເພີ່ມທະວີການຮ່ວມມື ເພື່ອຫາແນວທາງຮ່ວມກັນໃນການແກ້ໄຂບັນຫາ ແລະ ຫຼຸດຜ່ອນຄວາມສ່ຽງທາງ ດ້ານໄຊເບີທີ່ນັບມື້ນັບສົ່ງຜົນກະທົບຂຶ້ນເລື້ອຍໆ.

ນອກຈາກນີ້, ບັນຫາທີ່ຕິດພັນອື່ນໆລວມມີ 1) ປຶກສາຫາລື ກ່ຽວກັບ ແນວທາງການພັດທະນາ ແລະ ລິເລີ່ມຈັດຕັ້ງ ປະຕິບັດ ບັນດາລະບຽບການ ແລະ ຫຼັກການສາກົນ; 2) ປັບປຸງຂໍ້ມູນຂ່າວສານ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ເຮັດຮ່ວມກັນຂອງປະເທດສະມາຊິກອາຊຽນ ໂດຍສະເພາະ ຄວາມຄືບໜ້າຂອງວຽກງານ ການສ້າງສູນຕອບໂຕ້ຕໍ່ເຫດການສຸກເສີນ ອາຊຽນ ASEAN Computer Emergency Response Team (ASEAN CERT), ການສືບຕໍ່ເຂົ້າ ຮ່ວມໂຄງການຝຶກອົບຮົມເສີມສ້າງຄວາມອາດສາມາດດ້ານບຸກຄະລາກອນ ຂອງ ສູນ ASEAN-Singapore Cybersecurity Centre of Excellence (ASCCE) ແລະ ສູນ ASEAN-Japan Cybersecurity Capacity Building Centre (AJCCBC) ທີ່ແນໃສ່ສົ່ງເສີມການສ້າງຄວາມຮູ້ຄວາມສາມາດໃຫ້ວິຊາການໃນການຕອບໂຕ້ຕໍ່ເຫດການສຸກເສີນທາງໄຊເບີ, ປ້ອງກັນ ແລະ ກຽມພ້ອມຮັບມືກັບໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂື້ນທັງໃນປັດຈຸບັນ ແລະ ໃນຕໍ່ໜ້າ. 

ໃນວາລະຂອງການປະຊຸມ, ຄະນະຜູ້ແທນ ຈາກ ສປປ ລາວ ໄດ້ແລກປ່ຽນປະກອບຄຳເຫັນໃນຫົວຂໍ້ຕິດພັນທີ່ 3 ກ່ຽວກັບ ການຊຸກຍູ້ການຮ່ວມມືທາງດ້ານໄຊເບີໃນພາກພື້ນອາຊຽນກັບບັນດາປະເທດຄູ່ຮ່ວມເຈລະຈາ ຊຶ່ງເນື້ອໃນໂດຍລວມແມ່ນແນໃສ່ເພີ່ມທະວີການປະສານງານຮ່ວມມືເພື່ອແກ້ໄຂບັນຫາທາງດ້ານໄຊເບີທີ່ນັບມື້ນັບສັບຊ້ອນ ແລະ ມີຄວາມທ້າທາຍຂຶ້ນເລື້ອຍໆ, ນອກນີ້ກໍແມ່ນການສະເໜີສືບຕໍ່ສະໜັບສະໜູນບັນດາໂຄງການສ້າງຄວາມອາດສາມາດດ້ານບຸກຄະລາກອນ ໂດຍສະເພາະການສ້າງໃຫ້ມີຜູ້ຊ່ຽວຊານດ້ານຄວາມປອດໄພໄຊເບີເປັນອັນສະເພາະ ພ້ອມທັງຄົ້ນຄວ້າສ້າງຊ່ອງທາງການສື່ສານ ແລະ ປະສານງານລະຫວ່າງບັນດາປະເທດສະມາຊິກອາຊຽນເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ແນວທາງການປະຕິບັດທີ່ດີທີ່ສຸດ ຮັບປະກັນໃຫ້ການຕອບໂຕ້ຕໍ່ເຫດການສຸກເສີນທັນກັບສະພາບການຕົວຈິງ. ຕໍ່ມາໃນວາລະຂອງກອງປະຊຸມນອກຮອບ, ຄະນະຜູ້ແທນ ຈາກ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບ ສະຫະພັນຣັດເຊຍ, ອົສຕຣາລີ ແລະ ການາດາ ເພື່ອປຶກສາຫາລືການພັດທະນາວຽກງານຄວາມປອດໄພທາງໄຊເບີໃຫ້ເຂັ້ມແຂງ ແລະ ມີບາດກ້າວການຂະຫຍາຍຕົວຂຶ້ນເລື້ອຍໆ.

ຕອນທ້າຍຂອງວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຊາບເຖິງຖະແຫຼງການຂອງປະທານ ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍ​ຄວາມ​ປອດ​ໄພ​ໄຊ​ເບີ (AMCC) ຄັ້ງທີ 09  ແລະ ຜົນຂອງການສົນທະນາຄັ້ງນີ້ ແມ່ນຈະຖືກນຳສົ່ງ ແລະ ລາຍງານຕໍ່ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ 47 ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນພິຈາລະນາຕື່ມ. 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2023
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ