ພິທີມອບ-ຮັບໜ້າທີ່ ປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ

22/10/2024

ພິທີມອບ-ຮັບໜ້າທີ່ ປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ

ໃນຕອນແລງຂອງວັນທີ 21 ຕຸລາ 2024, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 3, ກະຊວງສຶກສາທິການ ແລະ ກິລາ (ເຂດສະໜາມກິລາເຈົ້າອານຸວົງ), ໄດ້ມີພິທີມອບ-ຮັບໜ້າທີ່ ປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ ແລະ ປະກາດການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ ຊຸດໃໝ່ 2024-2028, ໂດຍການເຂົ້າຮ່ວມ ແລະ ເປັນຄະນະປະທານຂອງ ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ຫ້ອງວ່າການປະທານປະເທດ, ປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ (ຜູ້ເກົ່າ), ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິ ລາກາຣາເຕໂດ ແຫ່ງຊາດລາວ (ຜູ້ໃໝ່), ແລະ ທ່ານ ແສງພອນ ພົນອາມາດ, ຮອງປະທານ-ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ.

ໃນພິທີດັ່ງກ່າວ, ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ຫ້ອງວ່າການປະທານປະເທດ ຕາງໜ້າຄະນະບໍລິຫານງານ ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດ ຊຸດເກົ່າ 2019-2024 ໄດ້ສະເໜີລາຍງານຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ, ໂດຍໄດ້ມີຫຼາຍຜົນງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ສະຫະພັນໄດ້ຈັດສົ່ງນັກກິລາຈາກບັນດາສະໂມສອນເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ເຊິ່ງສາມາດຍາດໄດ້ເຖິງ 6 ຫຼຽນເງິນ ແລະ 8 ຫຼຽນທອງແດງ. ພ້ອມກັນນັ້ນ, ສະຫະພັນ ກໍ່ສ້າງໄດ້ບຸກຄະລາກອນລະດັບກໍາມະການຕັດສິນ ແລະ ຄູຝຶກ ຈໍານວນໜຶ່ງ ທີ່ໄດ້ຜ່ານການສອບເສັງ ແລະ ຮັບຮອງ ຢັ້ງຢືນ ຈາກສາກົນ.

ຕໍ່ຈາກນັ້ນ, ທ່ານ ອິນທະວົງ ມະນີທອງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ສະບັບເລກທີ 5555/ສສກ, ລົງວັນທີ 16 ສິງຫາ 2024, ໂດຍໄດ້ແຕ່ງຕັ້ງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເປັນປະທານສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ ຊຸດໃໝ່ ສົກປີ 2024-2028; ພ້ອມນັ້ນ, ກໍໄດ້ແຕ່ງຕັ້ງ ທ່ານ ພົງສະຫວັດ ບຸບຜາ, ປະທານສະຫະພັນກິລາ ກາຣາເຕໂດ ຊຸດເກົ່າ ຂຶ້ນເປັນປະທານກິດຕິມາສັກ ຂອງສະຫະພັນຊຸດໃໝ່. ຄະນະບໍລິຫານງານສະຫະພັນຊຸດໃໝ່ນີ້ ປະກອບມີ ທີ່ປຶກສາ 2 ທ່ານ, ຮອງປະທານ 4 ທ່ານ, ກໍາມະການ 13 ທ່ານ; ໄດ້ແຕ່ງຕັ້ງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເປັນເລຂາທິການສະຫະພັນ, ປະກອບມີ ຮອງເລຂາທິການ 2 ທ່ານ ແລະ ຜູ້ຊ່ວຍເລຂາທິການ 3 ທ່ານ.

ໂອກາດດັ່ງກ່າວ, ທ່ານ ແສງພອນ ພົນອາມາດ, ຮອງປະທານ-ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມີຄໍາເຫັນຕໍ່ພິທີ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຜ່ານມາ ແລະ ສະເໜີມາຍັງຄະນະຊຸດໃໝ່ ສືບຕໍ່ພາລະກິດ ແລະ ຜົນງານຕ່າງໆ ທີ່ຄະນະຊຸດເກົ່າຍາດມາໄດ້,​ ພ້ອມກັນນັ້ນ ກໍຕ້ອງປັບປຸງ ແລະ ຜັນຂະຫຍາຍ ເພື່ອໃຫ້ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຂຶ້ນກວ່າເກົ່າ.

ໃນຕອນທ້າຍ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ຊຸດໃໝ່ 2024-2028 ໄດ້ມີຄຳເຫັນ ແລະ ສະເໜີວິໄສທັດຕໍ່ການບໍລິຫານງານຂອງຄະນະຊຸດໃໝ່ ເປັນຕົ້ນແມ່ນ ການສືບຕໍ່ພັດທະນາສະຫະພັນ ກໍຄືບັນດາສະໂມສອນທີ່ຂຶ້ນກັບ; ຈັດການແຂ່ງຂັນປະຈໍາປີພາຍໃນປະເທດ ແລະ ສືບຕໍ່ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຢູ່ພາກພື້ນ ແລະ ສາກົນ; ຊອກຫາແຫຼ່ງທຶນຕ່າງໆ ເພື່ອປະກອບເຂົ້າເປັນງົບປະມານຂອງສະຫະພັນ, ຊ່ວຍເຫຼືອບັນດານັກກິລາ, ກໍາມະການ ແລະ ຄູຝຶກ; ພົວພັນປະສານງານກັບສະຖານທູດຍີ່ປຸ່ນ ແລະ ອົງການ JICA ປະຈໍາ ສປປ ລາວ ເພື່ອໃຫ້ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ, ວັດຖຸອຸປະກອນ, ຄູຝຶກ, ອາສາສະຫມັກ ຕ່າງໆ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ