14/11/2024

ໃນຕອນເຊົ້າຂອງວັນທີ 06 ພະຈິກ 2024, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເຄື່ອນໄຫວຊຸກຍູ້ວຽກງານການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ຢູ່ແຂວງ ຄຳມ່ວນ, ນຳພາຄະນະໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ພ້ອມດ້ວຍຄະນະຮັບຜິດຊອບຈາກ ຄຄອຊ ແລະ ບັນດາກົມ ທີ່ກ່ຽວຂ້ອງ ຈາກ ກຕສ. ໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກນຳຄະນະ ມີ ທ່ານ ລັງສີ ແກ້ວວິເສດ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງບໍລິຄໍາໄຊ ພ້ອມດ້ວຍ ຄະນະພະແນກ ແລະ ພະນັກງານວິຊາການ ພາຍໃນພະແນກ, ບັນດາຜຸ້ໃຫ້ບໍລິການໂທລະຄົມມະນາຄົມ ຢູ່ພາຍໃນແຂວງກໍໄດ້ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ຫົວໜ້າ ພຕສ ແຂວງບໍລິຄໍາໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ດ້ານໄປສະນີ, ການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ, ວຽກງານການບໍລິຫານລັດດິຈິຕອນ ແລະ ຄວາມປອດໄພໄຊເບີ.
ໂອກາດດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ໂອ້ລົມ ແລະ ມີຄຳເຫັນຊີ້ນໍາໃຫ້ພະແນກເອົາໃຈໃສ່ວຽກການຄຸ້ມຄອງຮອບດ້ານ, ໂດຍສະເພາະ ແມ່ນການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ລະຫວ່າງ ຂົວມິດຕະພາບ ລາວ-ໄທ ຢູ່ແຂວງຄຳມ່ວນ, ພ້ອມທັງໃຫ້ເລັ່ງຈັດຕັ້ງປະຕິບັດການຂຶ້ນທະບຽນເລກໝາຍໂທລະສັບ ເບີໃດທີ່ບໍ່ຂຶ້ນທະບຽນຕ້ອງໄດ້ປິດອອກຈາກລະບົບສູນກາງໂທລະສັບມືຖືຂອງແຕ່ລະບໍລິສັດ ເພື່ອຮັບປະກັນ ແລະ ຕອບສະໜອງຕໍ່ວຽກງານຄວາມໝັ້ນຄົງ ປກສ-ປກຊ, ການຄຸ້ມຄອງອິນເຕີເນັດແຫ່ງຊາດ. ທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ເອົາໃຈໃສ່ໃນການເປັນກອງເລຂາ ເອົາໃຈໃສ່ປະສານງານກອງເລຂາ ຄຄອຊ ໃຫ້ມີການເຮັດວຽກສອດຄ່ອງກັນຢ່າງທັນກັບສະພາບການ, ເປັນຕົ້ນແມ່ນ ບັນຫາທີ່ມີປາກົດການເກີດຂຶ້ນໃນປັດຈຸບັນ ການຫຼອກລວງທາງອອນລາຍ (Online Scams), ການກໍ່ອາຊະຍາກໍາທາງຄອມພິວເຕີ ແລະ ບັນຫາອື່ນໆທີ່ເປັນບັນຫາພົ້ນເດັ່ນທີ່ເກີດຂຶ້ນຢູ່ໃນສັງຄົມ.
ໃນຕອນທ້າຍ ໄດ້ມີພິທີມອບ-ຮັບອຸປະກອນຄອມພິວເຕີ ໂດຍ ທ່ານ ຮອງປະທານ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໃຫ້ກັບ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງບໍລິຄໍາໄຊ ເປັນມູນຄ່າ 37,500,000 ກີບ ເພື່ອນໍາໃຊ້ເຂົ້າໃນວຽການຄຸ້ມຄອງອິນເຕີເນັດຂັ້ນແຂວງ ບໍລິຄໍາໄຊ ແລະ ໄດ້ລົງເຮັດວຽກຊຸກຍຸ້ວຽກງານເຊື່ອມຕໍ່ສາຍສົ່ງຂ້າມແດນ ທີ່ດ່ານຂົວມິດຕະພາບ ລາວ-ໄທ (ບໍລິຄໍາໄຊ ແລະ ບຶງການ).