ກອງ​ປະ​ຊຸມສຳມະນາ ສົ່ງເສີມການຖ່າຍທອດເຕັກໂນໂລຊີ ເພື່ອຫັນເປັນການຄ້າ

14/11/2024

ກອງ​ປະ​ຊຸມສຳມະນາ ສົ່ງເສີມການຖ່າຍທອດເຕັກໂນໂລຊີ ເພື່ອຫັນເປັນການຄ້າ

ສູນສົ່ງເສີມ ແລະ ຖ່າຍທອດເຕັັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັັດຕະກໍາ, ກະຊວງສຶກສາທິການ ແລະ ກິລາໄດ້ຈັັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ສົ່ງເສີມການຖ່າຍທອດເຕັກໂນໂລຊີ ເພື່ອຫັນເປັນການຄ້າ”ຂຶ້ນໃນຕອນເຊົ້າຂອງວັນທີ 05 ພະຈິກ 2024, ທີ່ຫ້ອງປະຊຸມຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ເຂດດອນຕິ້ວ),  ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າ​ສູນ​ສົ່ງ​ເສີມ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ແລະ ທ່ານ ອ່ອນຕາ ສຸລິນທອນ, ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ມີຜູ້ເຂົ້າຮ່ວມຈາກໜ້າຈາກພາກລັດ ແລະ ຜູ້ປະກອບທຸລະກິດສະຕາດອັບເຂົ້າຮ່ວມຫຼາຍກວ່າ 50​ ທ່ານ.

ທ່ານ ນາງ ເກສອນ ສຸລິວົງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອສົ່ງເສີມການຖ່າຍທອດເຕັັັກໂນໂລຊີ ເພື່ອຫັັນເປັນການຄ້າ ແລະ ແລກປ່ຽນບົດຮຽນຜົນສຳເລັດ ຈາກ ສ. ເກົາຫຼີ ໃຫ້ກັັັັບພາກລັັດທີ່ເຮັັດວຽກສົ່ງເສີມ ແລະ ຜູ້ປະກອບທຸລະກິດສະຕາດອັັບ ໂດຍໄດ້ຮັບກຽດຈາກ ທ່ານ Prof.Dr SUH Sang-Hyuk, ຊ່ຽວຊານຈາກ ສ. ເກົາຫຼີ ທີ່ມາຂຶ້ນບັນຍາຍ. ໃນກອງປະຊຸມສໍາມະນາດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍໃນຫົວຂໍ້ ເຕັກໂນໂລຊີ ແລະ ນະວັດຕະກຳທີ່ສົ່ງເສີມການຫັນເປັນສິນຄ້າ, ຂະບວນການ, ຮູບແບບ, ຕົວຊີ້ວັດທາງຜົນສຳເລັດ ຂອງ TT/TC, ກໍລະນີ ນະໂຍບາຍ, ແຜນງານ TT/TC ຂອງ ສ. ເກົາຫຼີທີ່ປະສົບຜົນສຳເລັດ ແລະ ບັນດານະໂຍບາຍ TT/TC ຂອງ ສ. ເກົາຫຼີ.

ພາບ ແລະ ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ