ຄຄອຊ ແລະ ກຕສ ເຄື່ອນໄຫວຊຸກຍູ້ວຽກງານການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ຢູ່ ແຂວງ ຄຳມ່ວນ

14/11/2024

ຄຄອຊ ແລະ ກຕສ ເຄື່ອນໄຫວຊຸກຍູ້ວຽກງານການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ຢູ່ ແຂວງ ຄຳມ່ວນ

ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ພ້ອມດ້ວຍຄະນະຮັບຜິດຊອບຈາກ ຄຄອຊ ແລະ ບັນດາກົມ ທີ່ກ່ຽວຂ້ອງ ຈາກ ກຕສ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການເຊື່ອມຕໍ່ ລະບົບສາຍສົ່ງໂທລະຄົມມະນາຄົມ ຢູ່ແຂວງ ຄຳມ່ວນ ໃນຕອນບ່າຍຂອງວັນທີ 06 ພະຈິກ 2024 ຜ່ານມາ ໂດຍໄດ້ຮັບການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ ທ່ານ ຫວາດ ອິນຄໍາວົງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານວິຊາການ ຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ຫວາດ ອິນຄໍາວົງ ໄດ້ລາຍງານໂດຍຫຍໍ້ ສະພາບລວມການຈັດຕັ້ງປະຕິບັດວຽກງານພາຍໃນພະແນກໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານດ້ານການຈັດຕັ້ງບຸກຄະລາກອນ ແລະ ນິຕິກໍາ, ວຽກງານການຄຸ້ມຄອງການສື່ສານ ແລະ ອິນເຕີເນັດ, ວຽກງານຄຸ້ມຄອງການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ, ວຽກງານຄຸ້ມຄອງຄື້ນຄວາມຖີ່ຂ້າມຊາຍແດນ ແລະ ວຽກງານຂຶ້ນທະບຽນເລກໝາຍໂທລະສັບ.

ພາຍຫຼັງຮັບຟັງການລາຍງານ, ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ ໄດ້ມີຄຳເຫັນຊີ້ນໍາໃຫ້ພະແນກເອົາໃຈໃສ່ວຽກການຄຸ້ມຄອງຮອບດ້ານ, ໂດຍສະເພາະແມ່ນການເຊື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມ ລະຫວ່າງ ຂົວມິດຕະພາບ ລາວ-ໄທ ຢູ່ແຂວງ ຄຳມ່ວນ, ພ້ອມທັງໃຫ້ເລັ່ງຈັດຕັ້ງປະຕິບັດການຂຶ້ນທະບຽນເລກໝາຍໂທລະສັບ ກໍລະນີຖ້າຫາກເບີໃດທີ່ບໍ່ຂຶ້ນທະບຽນແມ່ນຕ້ອງໄດ້ປິດອອກຈາກລະບົບສູນກາງໂທລະສັບມືຖືຂອງແຕ່ລະບໍລິສັດ ເພື່ອຮັບປະກັນ ແລະ ຕອບສະໜອງຕໍ່ວຽກງານຄວາມໝັ້ນຄົງ ປກສ-ປກຊ, ການຄຸ້ມຄອງອິນເຕີເນັດແຫ່ງຊາດ. ພ້ອມນັ້ນ, ກໍໄດ້ເນັ້ນໜັກໃຫ້ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ເອົາໃຈໃສ່ໃນການເປັນກອງເລຂາ, ປະສານງານກັບກອງເລຂາ ຄຄອຊ ໃຫ້ມີການເຮັດວຽກສອດຄ່ອງກັນຢ່າງທັນກັບສະພາບການ ເປັນຕົ້ນແມ່ນ ບັນຫາທີ່ມີປາກົດການເກີດຂຶ້ນໃນປັດຈຸບັນ ເຊັ່ນ: ການຕົວຍົວະຫຼອກລວງທາງອອນລາຍ (Online Scams), ການກໍ່ອາຊະຍາກໍາທາງຄອມພິວເຕີ ແລະ ບັນຫາອື່ນໆທີ່ເປັນບັນຫາພົ້ນເດັ່ນທີ່ເກີດຂື້ນຢູ່ໃນສັງຄົມ. ໃນຕອນທ້າຍ, ທ່ານຮອງປະທານ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ກໍໄດ້ມອບອຸປະກອນຄອມພິວເຕີໃຫ້ແກ່ ຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງຄຳມ່ວນ ເປັນມູນຄ່າ 37,500,000 ກີບ ເພື່ອນໍາໃຊ້ເຂົ້າໃນວຽການຄຸ້ມຄອງອິນເຕີເນັດຂັ້ນແຂວງ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ