14/11/2024

ທ່ານ ນາງ ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນໍາພາຄະນະພະແນກ, ວິຊາການ ແລະ ຕາງໜ້າ 03 ອົງການຈັດຕັ້ງມະຫາຊົນ ພາຍໃນ ສຖຕ ພົບປະຢ້ຽມຢາມ, ທັດສະນະ ແລະ ປຶກສາຫາລື ຮ່ວມກັບ ບໍລິສັດ ບິດຄິກ ຈໍາກັດຜູ້ດຽວ ໃນຕອນເຊົ້າຂອງວັນທີ 07 ພະຈິກ 2024 ຜ່ານມາ, ທີ່ ສໍານັກງານໃຫຍ່ ບໍລິສັດ ບິດຄິກ ຈໍາກັດຜູ້ດຽວ.
ຈຸດປະສົງ ແມ່ນເພື່ອພົບປະຢ້ຽມຍາມ, ທັດສະນະສຶກສາ ແລະ ປຶກສາຫາລື ກ່ຽວກັບວຽກງານແຜນການຮ່ວມມືໃນການຊຸກຍູ້ສົ່ງເສີມການຫັນເປັນດິຈິຕອນ ແລະ ສົ່ງເສີມທຸລະກິດສະຕາດອັບ ໃນ ສປປ ລາວ ໃຫ້ມີຄວາມຍືນຍົງ. ພ້ອມທັງເປັນການສົ່ງເສີມຜະລິດຕະພັນທາງດ້ານດິຈິຕອນຂອງຄົນລາວ ເພື່ອສາມາດຂັບເຄື່ອນເສດຖະກິດ ແລະ ເພີ່ມປະສິດທິພາບການຜະລິດ, ການບໍລິການ, ສົ່ງເສີມນະວັດຕະກໍາ, ສ້າງຄວາມຮູ້ ຄວາມເຂົ້າໃຈທາງດ້ານຊັບສິນດິຈິຕອນ ເປັນຕົ້ນແມ່ນ ການບໍລິການກະເປົາເງິນດິຈິຕອນ (Digital Wallet), ການຊື້-ຂາຍແລກປ່ຽນ ແລະ ນໍາໃຊ້ສະກຸນເງິນດິຈິຕອນ (Cryptocurrency) ເພື່ອຜັນຂະຫຍາຍຍຸດທະສາດໃນການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເຕັກໂນໂລຊີ ແລະ ການສື່ສານ 5 ປີ, (2021-2025) ຄັ້ງທີ III ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ. ນອກຈາກນັ້ນ ຍັງເປັນການສ້າງຂະບວນການກິດຈະກຳຮ່ວມກັນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນ ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນຕອນທ້າຍ, ທ່ານ ນ. ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ແລກປ່ຽນຄໍາຄິດເຫັນໃນການກະກຽມ ງານສັບປະດາດິຈິຕອນ ປະຈໍາປີ 2024 ທີ່ເປັນກິດຈະກໍາປິ່ນອ້ອມທາງດ້ານເຕັກໂນໂລຊີລະດັບຊາດ ຂອງ ສປປ ລາວ ແລະ ສະແດງຄວາມຂອບໃຈມາຍັງ ບໍລິສັດ ບິດຄິກ ຈໍາກັດຜູ້ດຽວ ທີ່ໄດ້ເຫັນຄວາມສຳຄັນ ຂອງ ພາລະບົດບາດ ແລະ ເຊື່ອໝັ້ນການຮ່ວມມືກັບ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃນຄັ້ງນີ້ ເພື່ອເປັນແຮງຂັບເຄື່ອນການພັດທະນາເສດຖະກິດດີຈິຕອນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ບົດຂ່າວໂດຍ: ພະແນກສົ່ງເສີມທຸລະກິດສະຕາດອັບ, ສຖຕ