ກຕສ ເປີດສໍາມະນາຄວາມຮູ້ພື້ນຖານກ່ຽວກັບການຫັນເປັນດິຈິຕອນ ໃຫ້ແກ່ ພະນັກງານພະແນກການ ແລະ ຂະແໜງການຕ່າງໆ ພາຍໃນ ແຂວງ ຄໍາມ່ວນ

27/11/2024

ກຕສ ເປີດສໍາມະນາຄວາມຮູ້ພື້ນຖານກ່ຽວກັບການຫັນເປັນດິຈິຕອນ ໃຫ້ແກ່ ພະນັກງານພະແນກການ ແລະ ຂະແໜງການຕ່າງໆ ພາຍໃນ ແຂວງ ຄໍາມ່ວນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດກອງປະຊຸມສໍາມະນາກ່ຽວກັບຄວາມຮູ້ພື້ນຖານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ ພະແນກການ ແລະ ຂະແໜງການຕ່າງໆ ພາຍໃນແຂວງ ຄໍາມ່ວນ ຂຶ້ນໃນຕອນເຊົ້າຂອງວັນທີ 26 ພະຈິກ 2024, ທີ່ຫ້ອງປະຊຸມ ເຮືອນຮັບແຂກເລກ 1 ຂອງແຂວງ ຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານເປີດພິທີໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວັນໄຊ ຟອງສະຫວັນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຄໍາມ່ວນ, ມີຫົວໜ້າຫ້ອງການ, ກົມ, ສູນ ຈາກກະຊວງ, ມີຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ມີຕາງໜ້າພະແນກການ ແລະ ຂະແໜງການຕ່າງໆອ້ອມຂ້າງແຂວງ ຄໍາມ່ວນ ພ້ອມດ້ວຍນັກວິທະຍາກອນ ແລະ ຄະນະຮັບຜິດຊອບ ຈາກກະຊວງເຕັກໂນໂລຊີ ເຂົ້າຮ່ວມຈໍານວນ 120 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້, ແມ່ນເພື່ອເປັນການຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈທາງດ້ານການຫັນເປັນດິຈິຕອນ, ພ້ອມທັງແນະນຳການນຳໃຊ້ເຄື່ອງມືດິຈິຕອນ ໃນການສ້າງ ແລະ ບໍໍລິຫານຈັດການຂໍ້ມູນດິຈິຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ຂອງໄລຍະການພັດທະນາໃນຍຸກດິຈິຕອນ, ສ້າງຄວາມເຂັ້ມແຂງໃຫ້ກັບບັນດາພະແນກການ ແລະ ຂະແໜງການຕ່າງໆພາຍໃນແຂວງ ໃນວຽກງານການບໍລິຫານ ແລະ ການບໍລິການລັດດິຈິຕອນ ພ້ອມທັງເປັນການຜັນຂະຫຍາຍຍຸດທະສາດການຫັນເປັນດິຈິຕອນ, ການພັດທະນາຊັບພະຍາກອນມະນຸດດ້ານດິຈິຕອນ ແລະ ບັນດານິຕິກຳກ່ຽວກັບການຫັນເປັນດິຈິຕອນ ຂອງ ສປປ ລາວ. ຊຶ່ງກອງປະຊຸມສໍາມະນາຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 03 ວັນ ຈຶ່ງຈະສໍາເລັດ.
ໃນໂອກາດກ່າວເປີດພິທີ, ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຫັນເປັນດິຈິຕອນ ຂອງ ສປປ ລາວ ເພື່ອຊ່ວຍໃນການຂັບເຄື່ອນການພັດທະນາເສດຖະກິດສັງຄົມ ຂອງ ແຂວງ ກໍຄື ປະເທດ ໂດຍສະເພາະການຍົກສູງທາງດ້ານຄວາມຮູ້ຄວາມສາມາດ ໃນຍຸກການປະຕິວັດອຸດສາຫະກໍາ 4.0 ຊຶ່ງເປັນຍຸກທີ່ເຕັກໂນໂລຊີດິຈິຕອນໄດ້ມີບົດບາດ ແລະ ແຜ່ຂະຫຍາຍໄປທົ່ວໂລກ. ທ່ານຍັງຍົກໃຫ້ເຫັນສະພາບການພັດທະນາທາງດ້ານເຕັກໂນໂລຊີດິຈິຕອນເຂົ້າໃນແຕ່ລະຂົງເຂດ ເປັນຕົ້ນແມ່ນ ດ້ານກະສິກໍາ, ສາທາລະນະສຸກ ແລະ ອື່ນໆ... ເພື່ອເຮັດໄດ້ຄືແນວນັ້ນ ຈະຕ້ອງໄດ້ຮ່ວມກັນຫັນປ່ຽນດ້ານຈິນຕະນາການ, ຫັນປ່ຽນດ້ານແບບແຜນວິທີການເຮັດວຽກ ໃຫ້ທັນກັບຍຸກສະໄໝ ເພື່ອຮັບປະກັນການກືກດິຈິຕອນ.
ໂອກາດດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບຄອມພິວເຕີ ຈໍານວນ 02 ຊຸດ ແລະ ປື້ມຄູ່ມືຄວາມຮູ້ພື້ນຖານກ່ຽວກັບການຫັນເປັນດິຈິຕອນ ຈໍານວນ 150 ຫົວ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ລວມມູນຄ່າທັງໝົດ 58.000.000 ກີບ ຊຶ່ງໃຫ້ກຽດມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ຫວາດ ອິນຄໍາວົງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວັນໄຊ ຟອງສະຫວັນ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຄໍາມ່ວນ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ