ລັດຖະມົນຕີ ກຕສ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ ພຕສ ແຂວງ ຄໍາມ່ວນ
27/11/2024
ເນື່ອງໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຫັນເປັນດິຈິຕອນ ຢູ່ ແຂວງ ຄໍາມ່ວນ ຢ່າງເປັນທາງການ, ໃນຕອນເຊົ້າຂອງວັນທີ 26 ພະຈິກ 2024 ນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ຄໍາມ່ວນ, ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຫວາດ ອິນຄໍາວົງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ ພ້ອມດ້ວຍຄະນະພະແນກ ແລະ ອ້າຍນ້ອງພະນັກງານຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຫົວໜ້າພະແນກ ໄດ້ລາຍງານໂດຍຫຍໍ້ ສະພາບລວມ, ຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງພະແນກໃນໄລຍະຜ່ານມາ ຕໍ່ທ່ານລັດຖະມົນຕີ ແລະ ຄະນະຊາບ, ພ້ອມທັງໄດ້ຮັບຟັງຄໍາເຫັນ ແລະ ຂໍ້ສະເໜີແລກປ່ຽນຈາກອ້າຍນ້ອງພະນັກງານພາຍໃນພະແນກຈໍານວນໜຶ່ງ. ນອກຈາກນັ້ນ, ກໍຍັງໄດ້ຮັບຟັງຄໍາເຫັນແລກປ່ຽນຈາກ ຫົວໜ້າຫ້ອງການ, ອົງການ, ສູນ ທີ່ມາຈາກສູນກາງ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະແມ່ນບັນດາວຽກງານປິ່ນອ້ອມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສອດຄ່ອງຂຶ້ນຕື່ມ.
ໃນຕອນທ້າຍ, ທ່ານ ລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ ຄະນະພະແນກ ແລະ ອ້າຍນ້ອງພະນັກງານ ຂອງ ພະແນກດັ່ງກ່າວ ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ດີຂຶ້ນກວ່າເກົ່າ, ພັດທະນາຄວາມຮູ້ຄວາມສາມາດຮອບດ້ານ ເພື່ອຮັບປະກັນໃນການຫັນເປັນດິຈິຕອນຂອງແຂວງ. ພ້ອມນັ້ນ, ກໍໃຫ້ມີ ການໄປຖອດຖອນ, ທັດສະນະສຶກສາ, ແລກປ່ຽນບົດຮຽນ ນໍາບັນດາກົມ/ທຽບເທົ່າ ພາຍໃນກະຊວງ ເພື່ອເປັນການຮັດແໜ້ນ ແລະ ຮຽນຮູ້ການປະຕິບັດວຽກງານຕົວຈິງເຂົ້າໃນວຽກງານວິຊາສະເພາະ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ