ກອງປະຊຸມພົບປະການນໍາ ແລະ ກອງປະຊຸມຮ່ວມກັບຄະນະຫັນເປັນດິຈິຕອນ, ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນ ແຂວງ ຄໍາມ່ວນ

27/11/2024

ກອງປະຊຸມພົບປະການນໍາ ແລະ ກອງປະຊຸມຮ່ວມກັບຄະນະຫັນເປັນດິຈິຕອນ, ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນ ແຂວງ ຄໍາມ່ວນ

ໂດຍປະຕິບັດຕາມ ດໍາລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ສະບັບເລກທີ 082/ປປທ, ລົງວັນທີ 02 ມິຖຸນາ 2023 ແລະ ຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການເພື່ອຫັນເປັນດິຈິຕອນ ແຂວງ ຄໍາມ່ວນ ສະບັບເລັກທີ 91/ຈຂ, ລົງວັນທີ 01 ເມສາ 2024. ໃນຕອນບ່າຍຂອງວັນທີ 26 ພະຈິກ 2024, ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງ ຄໍາມ່ວນ ໄດ້ມີກອງປະຊຸມພົບປະການນໍາ ແລະ ກອງປະຊຸມຮ່ວມກັບຄະນະຫັນເປັນດິຈິຕອນ, ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນ ແຂວງ ຄໍາມ່ວນ, ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຜູ້ປະຈໍາຄະນະກໍາມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ, ຮອງເຈົ້າແຂວງ ຄໍາມວນ, ຫົວໜ້າຄະນະຄຸ້ມຄອງອິນເຕີເນັດແຂວງ, ຮອງປະທານຄະນະກໍາມະການ ເພື່ອຫັນເປັນດິຈິຕອນ ແຂວງ ຄໍາມ່ວນ, ຊຶ່ງມີຫົວໜ້າຫ້ອງການ, ອົງການດັດສົມໂທລະຄົມມະນາຄົມ, ສູນບໍລິຫານລັດດິຈິຕອນ, ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຫົວໜ້າພະແນກ, ບັນດາເຈົ້າເມືອງ ໃນຄະນະກໍາມະການເພື່ອຫັນເປັນດິຈິຕອນຂັ້ນແຂວງ ເຂົ້າຮ່ວມ 50 ກວ່າທ່ານ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທໍາອິດຂອງຄະນະກໍາມະການເພື່ອຫັນເປັນດິຈິຕອນແຂວງຄໍາມ່ວນ ຊຶ່ງເປັນການຊຸກຍູ້ສົ່ງເສີມ ສະໜັບສະໜູນການຫັນເປັນດິຈິຕອນຢູ່ພາຍໃນແຂວງ, ຈະເປັນບາດກ້າວໃໝ່ໃນການຫັນປ່ຽນໃຫ້ແກ່ວຽກງານການຫັນເປັນດິຈິຕອນ ແລະ ວຽກງານການຄຸ້ມຄອງອິນເຕີເນັດຕາມທິດທາງແຜນການຂອງພັກ-ລັດຖະບານ ເທື່ອລະກ້າວ. ພ້ອມນັ້ນ, ກໍເພື່ອຈັດຕັ້ງຜັນຂະຫຍາຍ ວິໄສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 05 ປີ (2021-2025) ໃຫ້ປາກົດຜົນເປັນຈິງ.
ໂອກາດກ່າວເປີດກອງປະຊຸມ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວບາງຕອນວ່າ: ເພື່ອເສີມຂະຫຍາຍຜົນສໍາເລັດຂອງການຫັນເປັນດິຈິຕອນໃນເບື້ອງຕົ້ນນີ້ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນການພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີດິຈິຕອນຢູ່ສູນກາງຈົນຮອດທ້ອງຖິ່ນໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສ. ສະນັ້ນ, ພວກເຮົາຈະຕ້ອງໄດ້ມີຄວາມສະດຸ້ງຕື່ນຕົວໄວຕໍ່ການຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນໃສ່ຊຸກຍູ້ໃຫ້ເສດຖະກິດມີທ່າອ່ຽງພັດທະນາຂຶ້ນໂດຍໄວ ແລະ ກ້າວໄປເຖິງການນໍາໃຊ້ເຕັກໂນໂລຊີດິຈິຕອນ ປະກອບສ່ວນໃນພື້ນຖານການຜະລິດຄືດັ່ງປະເທດທີ່ພັດທະນາແລ້ວ ລວມທັງການຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝໃນການຄຸ້ມຄອງລັດ, ເສດຖະກິດ-ສັງຄົມ ຫັນເປັນດິຈິຕອນ.
:
ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕອນຂອງແຂວງຄໍາມ່ວນ ແລະ ການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ແລະ ຮັບຟັງການປະກອບຄໍາເຫັນຈາກບັນດາຜູ້ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ຕອນທ້າຍຂອງກອງປະຊຸມ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ບົນສາມເສົາຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ຊຶ່ງ ສປປ ລາວ ຈະຕ້ອງໄດ້ປັບຕົວໄປຕາມກະແສຟອງແຫ່ງຍຸກ ເພື່ອຮັບປະກັນບໍ່ໃຫ້ປະເທດມີຄວາມຫຼ້າຫຼັງ ແລະ ທັນກັບສະພາບການພັດທະນາຂອງໂລກ. ສະນັ້ນ, ຈະຕ້ອງໄດ້ສຸມໃສ່ສ້າງພື້ນຖານໂຄງລາງດ້ານດິຈິຕອນໃຫ້ມີຄວາມເຂັ້ມແຂງ, ພັດທະນາ ແລະ ນໍາໃຊ້ບັນດາເຄື່ອງມືເຕັກໂນໂລຊີດິຈິຕອນທີ່ທັນສະໄໝເຂົ້າໃນການທຸກຂະແໜງການ, ບໍາລຸງກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານເຕັກໂນໂລຊີດິຈິຕອນ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມ ແລະ ຫັນປະເທດເປັນດິຈິຕອນເທື່ອລະກ້າວ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ