ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າຮ່ວມງານ ສັບປະດາດິຈິຕອນ ສາກົນ ຫວຽດນາມ ຄັ້ງທີ 3 (VIDW 2024)
27/11/2024
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນຳໂດຍ ທ່ານ ປອ. ສັນຕິສຸກ ສິມລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຜູ້ແທນຈຳນວນ 5 ທ່ານ ໄດ້ເຂົ້າຮ່ວມງານ ສັບປະດາດິຈິຕອນ ສາກົນ ຫວຽດນາມ ຄັ້ງທີ 3 ປະຈໍາປີ 2024 (Vietnam International Digital Week 2024 (VIDW 2024)) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-21 ພະຈິກ 2024 ຜ່ານມາ, ທີ່ເມືອງ ຮ່າລອງ ສສ ຫວຽດນາມ ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນ ແມັງ ຮຸ່ງ (Nguyen Manh Hung), ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ຮອງປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນປ່ຽນເປັນດິຈິຕອນ ສສ ຫວຽດນາມ, ມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 600 ທ່ານ, ລວມທັງຜູ້ນໍາຈາກພາກລັດ, ອົງການຈັດຕັ້ງສາກົນ, ແລະ ບໍລິສັດເຕັກໂນໂລຊີຊັ້ນນຳຈາກພາຍໃນປະເທດ ສສ ຫວຽດນາມ ແລະ ສາກົນ ຫຼາຍກວ່າ 30 ປະເທດໄດ້ເຂົ້າຮ່ວມງານ.
ຈຸດປະສົງຂອງການເຂົ້າຮ່ວມງານໃນຄັ້ງນີ້ ກໍເພື່ອແລກປ່ຽນຄວາມຮູ້ ແລະ ສົ່ງເສີມການຮ່ວມມືດ້ານດິຈິຕອນ, ເຂົ້າຮ່ວມການປະຊຸມໂຕະມົນລະດັບລັດຖະມົນຕີອາຊຽນ ໃນຫົວຂໍ້ “Virtual Assistants (VA) - ປັນຍາປະດິດ (AI) ທີ່ມີປະສິດທິພາບໃນຍຸກດິຈິຕອນ", ປະຊຸມຮ່ວມກັບຄະນະຜູ້ແທນກະຊວງໄປສະນີ ແລະ ໂທລະຄົມມະນາຄົມກຳປູເຈຍ ເພື່ອພັດທະນາການຮ່ວມມືດ້ານການສຶກສາ ແລະ ເຕັກໂນໂລຊີ, ພົບປະຫາລືກັບຜູ້ບໍລິຫານລະດັບສູງຂອງຫວຽດນາມໃນຫຼາຍພາກສ່ວນ ເພື່ອທົບທວນການຮ່ວມມື ແລະ ວາງແຜນການດຳເນີນງານໃນອະນາຄົດ, ໃນການປະຊຸມໂຕະມົນລະດັບລັດຖະມົນຕີອາຊຽນ ແມ່ນໄດ້ເນັ້ນໜັກເຖິງບົດບາດຂອງ ປັນຍາປະດິດ (AI) ໃນການປ່ຽນແປງສັງຄົມ ແລະ ສ້າງການເຕີບໃຫຍ່ຂະຫຍາຍຕົວແບບຍືນຍົງ ໂດຍສົ່ງເສີມການນຳໃຊ້ປັນຍາປະດິດລະບົບເປີດ (Open Source AI) ເພື່ອຄວາມເທົ່າທຽມ ແລະ ການພັດທະນາລະບົບ VA ໂດຍການມຸ່ງເນັ້ນການຮ່ວມມືລະຫວ່າງປະເທດໃນລະບົບເຕັກໂນໂລຊີເປີດ ພ້ອມທັງສະໜັບສະໜູນການພັດທະນາທີ່ຍືນຍົງ ແລະ ນະວັດຕະກຳທີ່ຄອບຄຸມ. ນອກຈາກນັ້ນ, ປະເທດຫວຽດນາມ ໄດ້ສະແດງຄວາມມຸ່ງໝັ້ນໃນການພັດທະນາເຕັກໂນໂລຊີດິຈິຕອນ ໂດຍສະເພາະດ້ານ AI ແລະ ລະບົບ VA ເພື່ອປະໂຫຍດໃນດ້ານເສດຖະກິດ ແລະ ການບໍລິຫານຈັດການ.
ໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຜູ້ແທນລາວ ກໍໄດ້ເຂົ້າຮ່ວມພົບປະກັບຄະນະຜູ້ແທນ ທີ່ມາຈາກ ກະຊວງໄປສະນີ ແລະ ໂທລະມານາຄົມ ປະເທດກຳປຸເຈຍ, ຄະນະຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ, ຄະນະຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ແລະ ຄະນະຮອງປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍ ເພື່ອກະຕຸກຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ເຕັກໂນໂລຊີ, ໂດຍສະເພາະໃນດ້ານດິຈິຕອນ ແລະ ການພັດທະນາດ້ານເຕັກໂນໂລຊີປັນຍາປະດິດ ໃນອະນາຄົດ.
ການເຂົ້າຮ່ວມງານ VIDW 2024 ຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການເສີມສ້າງການຮ່ວມມືລະຫວ່າງປະເທດເພື່ອການພັດທະນາເຕັກໂນໂລຊີດິຈິຕອນ, ການແລກປ່ຽນອົງຄວາມຮູ້ ແລະ ການສ້າງນະວັດຕະກຳໃໝ່ໆ ເພື່ອນຳພາປະເທດເຂົ້າສູ່ຍຸກດິຈິຕອນຢ່າງເຕັມຮູບແບບ.