ທ່ານ ປອ ສັນຕິສຸກ ສິມມາລາວົງ ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ ແລະ ກອງປະຊຸມແລກປ່ຽນ ສອງຝ່າຍລາວ-ຈີນ

27/11/2024

ທ່ານ ປອ ສັນຕິສຸກ ສິມມາລາວົງ ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ ແລະ ກອງປະຊຸມແລກປ່ຽນ ສອງຝ່າຍລາວ-ຈີນ

ໃນລະຫວ່າງວັນທີ 24 ພະຈິກ-01 ທັນວາ 2024 ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະ ຄູອາຈານຈໍານວນ 15 ທ່ານ ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ ແລະ ກອງປະຊຸມແລກປ່ຽນ ສອງຝ່າຍລາວ-ຈີນ ທີ່ນອນໃນແຜນວຽກຂອງການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລ ຢຸນນານ ທີ່ໄດ້ລົງນາມຮ່ວມກັນ ໃນຕົ້ນປີ 2024 ຜ່ານມານີ້. ໃນການຈັດຫຼັກສູດຝຶກອົບຮົມໄລຍະສັ້ນການຫັນເປັນດິຈິຕອນ ແລະ ສ້າງແຜນພັດທະນາຫຼັກສູດໄລຍະຍາວ ລະດັບປະລິຍາຕີ ຮ່ວມກັນ ໃນຮູບແບບ (1+2+1).

ໃນວາລະພິທີເປີດຊຸດຝຶກອົບຮົມ ແລະ ກອງປະຊຸມແລກປ່ຽນ ສອງຝ່າຍລາວ ແລະ ຈີນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນຂອງວຽກງານການພັດທະນາບຸກຄະລາກອນ ຊຶ່ງເປັນປັດໃຈຕັດສິນໃນການພັດທະນາປະເທດຊາດ. ມະຫາວິທະຍາໄລຢຸນນານ ໄດ້ປະກອບສ່ວນສ້າງຜົນງານອັນດີເດັ່ນໃນການສ້າງບຸກຄະລາກອນທີ່ສໍາຄັນໃຫ້ແກ່ປະເທດລາວຈໍານວນຫຼວງຫຼາຍໃນໄລຍະຜ່ານມາ. ສະນັ້ນ, ໃນ ສປ. ຈີນ ກໍ່ຄື ສປປ ລາວ ຈຶ່ງຍົກເອົາວຽກງານພັດທະນາບຸກຄະລາກອນນໍາໜ້າກ່ອນກ້າວໜື່ງສະເໝີ ແລະ ໃຫ້ຄວາມສໍາຄັນກັບການສ້າງຄົນຮຸນສືບທອດພາລະກິດຂອງຊາດໃຫ້ມີລັກສະນະຕໍ່ເນື່ອງ, ໝັ້ນຄົງ ແລະ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ. ພ້ອມນີ້, ຍັງໄດ້ເຂົ້າຊົມສະຖານທີ່ຕົວຈິງ, ຕຶກອາຄານຫ້ອງຮຽນ, ຫໍພັກນັກສຶກສາ, ຫ້ອງທົດລອງ ປັນຍາປະດິດ, ຮຸນຍົນ ແລະ ບັນດາບໍລິສັດຄູ່ຮ່ວມມືໃນດ້ານການພັດທະນາຊອບແວ. ຫຼັກສູດພັດທະນາຊອບແວລະດັບຊາດໂຄງການນໍາຮ່ອງຂອງ ສປ. ຈີນ. ການນໍາພັກ-ລັດ ກໍ່ຄືຄະນະນໍາ ກຕສ ມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ພາກພູມໃຈຢ່າງສູງໃນການພັດທະນາຫຼັກສູດຮ່ວມກັນ ໃນຄັ້ງນີ້ ເພື່ອເປັນພື້ນຖານອັນໝັ້ນຄົງ ໃຫ້ແກ່ການສ້າງຄວາມເຂັ້ມແຂງໃຫ້ລູກຫຼານຂອງຄົນລາວ ໄດ້ເຕີບໃຫຍ່ຂື້ນໃນດ້ານເຕັກໂນໂລຊີທັນສະໄໝ ຢ່າງບໍ່ມີຂີດຈໍາກັດ ຕາມບົດຮຽນການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ ສີສັນຂອງ ສປ. ຈີນ.

ນອກຈາກນີ້, ສຕສ ຍັງໄດ້ຮັບການສະໜັບໜູນທຶນຊ່ວຍເຫຼືອຈາກມະຫາວິທະຍາໄລ ຢູນນານ ມອບໃຫ້ນັກສຶກສາລາວທີ່ຜ່ານເກນວັດລະດັບ ໃນຈໍານວນຊຸດລະ 25 ທຶນ, ຊຶ່ງໄດ້ເປັນບາດກ້າວອັນໃໝ່ທີ່ເປັນປະຫວັດສາດສໍາຄັນ ໃນການຜັນຂະຫຍາຍການຮ່ວມມື ບົນພື້ນຖານ ສອງຍຸດທະສາດ ທີ່ຊຸກຍູ້ເຊິ່ງກັນ ແລະ ກັນ ລະຫວ່າງ ໜື່ງເລວໜື່ງເສັ້ນທາງ ຂອງ ສປ. ຈີນ ແລະ ການເຊື່ອມໂຍງເຊື່ອມຈອດດ້ານດິຈິຕອນ ຂອງ ສປປ ລາວ ທີ່ເປັນການສະແດງອອກເຖິງລັກສະນະຮູບປະທໍາຂອງການຮ່ວມມືແບບຄູ່ຮ່ວມສະຕາກໍາ ຂອງສອງຊາດ ລາວ-ຈີນ, ຈີນ-ລາວ ຢ່າງຮອບດ້ານ ໃນການພັດທະນາປະເທດທັງສອງຊາດໃຫ້ເຕີບໃຫຍ່ໄປພ້ອມໆກັນ ແບບອ້າຍຮູ້ສອງນ້ອງຮູ້ໜື່ງ. ເຖິງແມ່ນວ່າ ສປປ ລາວ ບໍ່ມີຊາຍແດນຕິດຈອດກັບທະເລກໍຕາມ ແຕ່ການຫັນເປັນດິຈິຕອນ ແລະ ເສັ້ນທາງລົດໄຟທີ່ເຊື່ອມໂຍງກັນ ລະຫວ່າງສອງຊາດ ລາວ-ຈີນ ໄດ້ເປັນຍຸດທະສາດອັນດີ ແລະ ຖືກຕ້ອງຕໍ່ສະພາບຕົວຈິງໃນການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງຊາດ ຢ່າງແທ້ຈິງ. ໃນບັນດາແຜນວຽກບູລິມະສິດສໍາຄັນໃນຍຸດທະສາດ ຂອງທັງສອງຊາດ ຕັດຂາດບໍ່ໄດ້ຄືການພັດທະນາບຸກຄະລາກອນ ເພື່ອໃຫ້ມີຄວາມອາດສາມາດ, ເຂັ້ມແຂງ ແລະ ຮອບດ້ານ ສາມາດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການບົນພື້ນຖານກົນໄກການຈັດຕັ້ງປະຕິບັດຕາມແຜນການຂອງຊາດໃຫ້ປະສົບຜົນສໍາເລັດ.

ພາບ ແລະ ບົດຂ່າວ ໂດຍ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ