ກອງປະຊຸມຝຶກອົບຮົມ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີພູມີສາລະສົນເທດ ເພື່ອກະສິກຳ

27/11/2024

ກອງປະຊຸມຝຶກອົບຮົມ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີພູມີສາລະສົນເທດ ເພື່ອກະສິກຳ

ໃນລະຫວ່າງວັນທີ 18 - 22 ພະຈິກ ຜ່ານມານີ້.  ກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເຂດບ້ານດອນຕິ້ວ ຫຼັກ 14 ໄດ້ເປີດຝືກອົບຮົມດ້ານວິຊາການ ຄັ້ງທີ III ກ່ຽວກັບ ການນໍາໃຊ້ເຕັກໂນໂລຊີພູມີສາລະສົນເທດ ເພື່ອການກະສິກໍາແບບຍືນຍົງ. ໂດຍການເປັນປະທານຮ່ວມຂອງທ່ານ ວິໄລສອນ ບຸບຜາລັດ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ທ່ານ ຮາມິດ ມີໂມດ ຄະນະກຳມະທິການເສດຖະກິດ ແລະ ສັງຄົມ ສະຫະປະຊາຊາດປະຈຳພາກພື້ນ ອາຊີ-ປາຊີຟິກ (UNESCAP)  ແລະ ທ່ານ ດຣ ອູ ບິງຟາງ ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານອາວະກາດ AIR, ສະພາບັນດິດ ວິທະຍາສາດ ສປ ຈີນ CAS  ພະນັກງານ-ວິຊາການ ພາຍໃນກົມ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ອ້ອມຂ້າງກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 23 ທ່ານ

ຈຸດປະສົງຂອງການຝືກອົບຮົມໃນຄັ້ງນີ້, ແມ່ນເພື່ອສົ່ງເສີມ ແລະ ນໍາໃຊ້ຄວາມຮູ້ດ້ານເຕັກໂນໂລຊີພູມີສາລະສົນເທດ ເພື່ອພັດທະນາການກະສິກຳແບບຍືນຍົງ ໃຫ້ແກ່ວິຊາການລາວ. ໃນໄລຍະຜ່ານມາແມ່ນໄດ້ຈັດ II ຄັ້ງຄື: ຄັ້ງທີ I ຢູ່ນະຄອນຫຼວງວຽງຈັນ, ຄັ້ງທີ II ຢູ່ນະຄອນປາກເຊ ແຂວງຈຳປາສັກ ແລະ ຄັ້ງນີ້ເປັນຄັ້ງທີ III ຊຶ່ງເປັນຄັ້ງສຸດທ້າຍ ໃນການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ ການນຳໃຊ້ເຕັກໂນໂລຊີອາວະກາດ ເຂົ້າໃນການພັດທະນາ ແລະ ຕິດຕາມ, ຄຸ້ມຄອງພື້ນທີ່ກະສິກຳ, ການຜະລິດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ຢູ່ ສປປ ລາວ, ໂດຍສະເພາະການແລກປ່ຽນຄວາມຮູ້, ປະສົບການ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຫັນເປັນດິຈິຕອນ ເຕັກໂນໂລຊີຂໍ້ມູນຂ່າວສານຂອງບັນດາປະເທດອາຊຽນ.

ໃນວາລະການຝຶກອົບຮົມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ໄດ້ລົງເລິກຕົວຈິງກ່ຽວກັບການນໍາໃຊ້ເຕັກໂນໂລຊີຂໍ້ມູນພູມສາດ ເປັນຕົ້ນແມ່ນລະບົບ GIS,GNSS ແລະ RS ລະບົບສືບຢັ່ງທາງໄກ, ການນໍາໃຊ້ ແລະ ຕິດຕັ້ງໂປແກມ Crop Watch, GVG ແລະ Field Watch ເພື່ອຕິດຕາມ, ວິເຄາະ, ປະເມີນຜົນຜະລິດກະສິກຳ ໂດຍສະເພາະແມ່ນການປູກເຂົ້າ ໂດຍຊ່ຽວຊານຈາກສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານອາວະກາດ AIR ສປ ຈີນ. ພ້ອມນີ້, ນັກສໍາມະນາກອນທຸກຄົນ ຍັງໄດ້ມີໂອກາດໄດ້ໄປລົງສໍາຫລວດພື້ນທີ່ຕົວຈິງໃນການເກັບກຳຂໍ້ມູນອ້ອມຮອບນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໃນວັນທີ 19-21 ພະຈິກ 2024.

ຮູບພາບ ແລະ ບົດຂ່າວ: ກົມເຕັກໂນໂລຊີ ແລະ ນະວັດຕະກໍາ

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ