06/12/2024
![ກອງປະຊຸມສໍາມະນາ ທຸລະກິດໄອທີ ລາວ-ເກົາຫຼີ (LAOS-ROK IT Enterprises Networking Seminar)](/images/download/Content_2024120903122807.png)
ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສະມາຄົມສວນອຸທິຍານເຕັກໂນໂລຊີ ເກົາຫຼີ ຈັດກອງປະຊຸມສຳມະນາທຸລະກິດໄອທີລາວ-ເກົາຫຼີ“Lao-KOR IT Enterprise networking seminar” ຂຶ້ນໃນຕອນບ່າຍຂອງວັນທີ 4 ທັນວາ 2024 ຜ່ານມາ, ທີ່ສູນຊອບແວຣ໌, ກົມເຕັກໂນໂລຊີດິຈິຕອນ ໂດຍການເປັນປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວຫນ້າກົມເຕັກໂນໂລຊີດິຈິຕອນ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຄະນະຈາກສະມາຄົມສົ່ງເສີມສວນອຸທິຍານເຕັກໂນໂລຊີ ສ. ເກົາຫຼີ (KTPA), ອົງການ UNIDO ITPO ສ. ເກົາຫຼີ, ບັນດາຫົວໜ່ວຍທຸລະກິດ, ບໍລິສັດໄອທີ ແລະ ພະນັກງານພາຍໃນກົມເຕັກໂນໂລຊີດິຈິຕອນ ຈຳນວນ 30 ກວ່າທ່ານເຂົ້້າຮ່ວມ.
ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຄວາມຮູ້ຄວາມສາມາດ ແລະ ຮັບຮູ້ເຖິງການພັດທະນາເຕັກໂນໂລຊີດິຈິຕອນ ຢູ່ໃນ ສ.ເກົາຫຼີ ຊຶ່ງມີຕົວແທນບໍລິສັດຈາກ ສ.ເກົາຫຼີ ແລະ ຕ່າງໜ້າຈາກບັນດາບໍລິສັດໄອທີ ຈາກ ສປປ ລາວ ເພື່ອເປັນບ່ອນພົບປະແລກປ່ຽນຄວາມຮູ້ຮ່ວມມືກັນພັດທະນາອຸດສາຫະກຳໄອທີໃຫ້ເຂັ້ມແຂງ.
ທ່ານຫົວໜ້າກົມເຕັກໂນໂລຊີດິຈິຕອນ ມີຄໍາເຫັນກ່າວເປີດກອງປະຊຸມສໍາມະນາຄັ້ງນີ້ວ່າ: ວຽກງານການຫັນເປັນທັນສະໄໝເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນໃນຍຸກປັດຈຸບັນ ຊຶ່ງວຽກງານດັ່ງກ່າວກໍເປັນວຽກງານຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃນປັດຈຸບັນແມ່ນກໍາລັງດໍາເນີນຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ ຮອດປີ 2040, ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ ຮອດປີ 2030 ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຮອດປີ 2025. ກອງປະຊຸມສໍາມະນາໃນຄັ້ງນີ້ຖືວ່າເປັນກິດຈະກໍາໜຶ່ງທີ່ສໍາຄັນຂອງ “ໂຄງການສະໜັບສະໜູນສ້າງສວນອຸທິຍານດິຈິຕອນ ຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ” ເປັນໂຄງການທີ່ນອນໃນແຜນພັດທະນາເສດຖະກິດດິຈິຕອນ ແລະ ຖືວ່າເປັນໂຄງການບູລິມະສິດສຳຄັນຂອງລັດຖະບານ ພາຍໃຕ້ການຮ່ວມມື ລະຫວ່າງ ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (MTC) ສປປ ລາວ ແລະ ສະມາຄົມສວນອຸທິຍານເຕັກໂນໂລຊີ ສ.ເກົາຫຼີ, ກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສ. ເກົາຫຼີ (MSS). ໂຄງການດັ່ງກ່າວນີ້ແມ່ນຕິດພັນກັບຫຼາຍແຜນງານ ແລະ ຕົວຊີ້ວັດຂອງວຽກແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ເຊັ່ນ: ແຜນງານການສ້າງ ແລະ ປັບປຸງກົດໝາຍ, ການສ້າງພື້ນຖານໂຄງລ່າງ, ພັດທະນາຊັບພະຍາກອນມະນຸດດ້ານດິຈິຕອນ, ເປັນສູນກາງຂອງການຮ່ວມມືກັບຕ່າງປະເທດໃນການພັດທະນາອຸດສາຫະກໍາໄອທີຂອງລາວ ໂດຍສະເພາະວຽກງານການສົ່ງເສີມຫົວໜ່ວຍທຸລະກິດໄອທີ ແລະ ສະຕາດອັບ ຊຶ່ງເຫັນໄດ້ວ່າວຽກງານດັ່ງກ່າວນີ້ ນອກຈາກເປັນການສົ່ງເສີມການພັດທະນາວຽກງານເຕັກໂນໂລຊີດິຈິຕອນຂອງ ສປປ ລາວ ແລ້ວ ຍັງເປັນໂຄງການທີ່ຊ່ວຍສະໜັບສະໜູນ ຊຸກຍູ້ສົ່ງເສີມພາກຫົວໜ່ວຍທຸລະກິດຂະຫຍາຍຕະຫຼາດ, ແລກປ່ຽນຄວາມຮູ້, ປະສົບການ ແລະ ການຮ່ວມມືກັບຕ່າງປະເທດ ໃນຂົງເຂດອຸດສາຫະກໍາໄອທີ ແລະ ສະຕາດອັບ.