ກຕສ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ, ປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດການແຕ່ງຕັ້ງ-ສັບຊ້ອນພະນັກງານ

06/12/2024

ກຕສ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ, ປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດການແຕ່ງຕັ້ງ-ສັບຊ້ອນພະນັກງານ

ໃນຕອນເຊົ້າຂອງວັນທີ 05 ທັນວາ 2024 ຜ່ານມາ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປາຖະກະຖາວັນສໍາຄັນທາງປະຫວັດສາດ ຂອງພັກຊາດ-ຂອງຊາດ ຂຶ້ນທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ວັນຊາດ ທີ 02 ທັນວາ ຄົບຮອບ 49 ປີ (02 ທັນ 1975-02 ທັນວາ 2024) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນທັນວາ 1920 -13 ທັນວາ 2024). ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ມີບັນດາຄະນະປະຈໍາພັກ, ກໍາມະການພັກກະຊວງ, ເລຂາໜ່ວຍພັກ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທົ່ວກະຊວງ ເຂົ້າຮ່ວມ 295 ສະຫາຍ, ຍິງ 58 ສະຫາຍ.

ໃນພິທີໄດ້ຮັບຊົມການສາຍຮູບເງົາ ວັນຊາດ ທີ 02 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນພົບວິຫານ ຄົບຮອບ 104 ປີ ຊຶ່ງເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້ປະຕິວັດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເປັນການຕໍ່ສູ້ປົດປອຍຊາດໃນເມື່ອກ່ອນ ກໍຄືພາລະກິດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກ ແລະ ເປັນການປຸກລະດົມນໍາໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເພື່ອລະນຶກຖຶງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດ ແລະ ແບບຢ່າງອັນດີງາມຂອງ ປະທານ ໄກສອນ ພົມວິຫານ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ, ສຸມທຸກກໍາລັງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ. ພ້ອມນັ້ນ, ກໍເພື່ອໃຫ້ສະມາຊິກພັກ-ພະນັກງານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທ້າຍສະໄໝໃຫ້ປາກົດຜົນເປັນຈິງ.

ໃນໂອກາດດຽວກັນນີ້, ສະຫາຍ ມະໂນທອງ ວົງລໍຄໍາ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານ ມະຕິຕົກລົງ ສະບັບເລກທີ 615/ນຍ, ລົງວັນທີ 24 ຕຸລາ 2024 ວ່າດ້ວຍການອະນຸມັດໃຫ້ພະນັກງານຂັ້ນຫົວໜ້າກົມ ອອກພັກການ-ຮັບອຸດໜູນບໍານານ ແລະ ສະຫາຍ ເຄນທອງ ແພງວົງສາ, ຮອງຫົວໜ້າກົມຈັດຕັ້ງ ແລະ  ພະນັກງານ ກໍໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງຜູ້ຮັກສາການຫົວໜ້າກົມ ຈໍານວນ 05 ສະຫາຍ ຄື: ແຕ່ງຕັ້ງ ສະຫາຍ ມະໂນທອງ ວົງລໍຄໍາ ຮອງກົມຈັດຕັ້ງ ແລະ ພະນັກງານ ຂຶ້ນເປັນ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ນາງ ສຸພາລັກ ສີລາເພັດ ຮອງຫົວໜ້າກົມກວດກາ ຂຶ້ນເປັນ ຮັກສາການຫົວໜ້າກົມກວດກາ, ສະຫາຍ ຈັນທະວີພອນ ເຄືອບຄໍາວອນ ຮອງຫົວໜ້າກົມໄປສະນີ ຂຶ້ນເປັນ ຮັກສາການຫົວໜ້າກົມໄປສະນີ, ສະຫາຍ ນາງ ສິຣິລັກ ໄຍຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ ຂຶ້ນເປັນ ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ສະຫາຍ ປະລິນຍາ ພົມມະວິເສດ ຮອງຫົວໜ້າຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຂຶ້ນເປັນ ຮັກສາການຫົວໜ້າຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຕອນທ້າຍຂອງພິທີ, ສະຫາຍປະທານຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມທັງໃຫ້ໃຫ້ທິດຊີ້ນໍາແກ່ສະມາຊິກພັກ-ພະນັກງານ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຍົກໃຫ້ເຫັນຜົນສໍາເລັດອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ ຖືເອົາການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ເປັນກິດຈະກໍາໜຶ່ງໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ຢ່າງເລິກເຊິ່ງໄຊຊະນະ ກໍຄືມູນເຊື້ອການຕໍ່ສູ້ປົດປ່ອຍເປັນເຈົ້າຕົນເອງ ແລະ ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນໍາ, ຕໍ່ວິລະຊົນ ແລະ ຜູ້ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດ ຕະຫຼອດຮອດຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີແສນເຄົາລົບຮັກ ຂອງ ປະຊາຊົນລາວບັນດາເຜົ່າ, ສະຫາຍຍັງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນການນໍາພາ-ຊີ້ນໍາ ຂອງພັກ ແລະ ລັດຖະບານລາວ ກາຍເປັນແບບຢ່າງອັນດີງາມໃຫ້ສະມາຊິກພັກ-ພະນັກງານ ໄດ້ສືບຕໍ່ຝືກຝົນຫຼໍ່ຫອມຕົນເອງຮໍ່າຮຽນເອົາເປັນແບບຢ່າງ ແລະ ນໍາມາໝູນໃຊ້ໃນການປະຕິບັດໜ້າທີ່ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວ: ສິນທະນູ ພະຜົນໄຊ

ພາບ: ພຸດດາວອນ ພາສຸວັນ

 

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ