ສຕສ ເປີດຝຶກອົບຮົມອິນເຕີເນັດຂອງສັບພະສິ່ງ (IoT)

09/12/2024

ສຕສ ເປີດຝຶກອົບຮົມອິນເຕີເນັດຂອງສັບພະສິ່ງ (IoT)

     ໃນຕອນເຊົ້າຂອງວັນທີ 09 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ 4 ຕຶກໃໝ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຕາງໜ້າໃຫ້ຄະນະພັກ-ຄະນໍາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ສຕສ) ເຂົ້າຮ່ວມພິທີເປີດ ຝຶກອົບຮົມ ອິນເຕີເນັດຂອງສັບພະສິ່ງ (Internet of Things – IoT) ເພື່ອສ້າງຄູຝືກປະຈໍາຫ້ອງທົດລອງຕົວຈິງຂອງ ສຕສ ໃຫ້ແກ່ ພະນັກງານ ຄູ-ອາຈານ ພາຍໃນສະຖາບັນຂອງຕົນຂຶ້ນ. ໂດຍມີຕາງໜ້າຈາກບັນດາກົມກ່ຽວຂ້ອງເຂົ້າຮ່ວມ. ພາຍໃຕ້ການສະໜັບສະໜູນຂອງໂຄງການ National IT Industry Promotion Agency (NIPA) ປະເທດ ສ. ເກົາຫຼີ ທີ່ໄດ້ປະກອບສ່ວນວັດຖຸຊຸດອຸປະກອນທົດລອງ 20 ຊຸດ ແລະ ເຄື່ອງມືຕິດຕາມການທົດລອງ, ບັນທຶກວິດິໂອສາທິດການທົດລອງ ແລະ ສໍາຮອງຂໍ້ມູນດ້ວຍການນໍາໃຊ້ອຸປະກອນແທັບເລັດ ຈໍານວນ 6 ເຄື່ອງ. ຊຶ່ງການຝຶກອົບຮົມໃນຄັ້ງນີ້ ເປັນໄລຍະເວລາ 05 ວັນ (ລະຫວ່າງວັນທີ 09 -13 ທັນວາ 2024), ປະກອບມີການທົດລອງຕາມແຜນການທັງໝົດ 20 ກວ່າຮູບແບບ.

ນອກນີ້ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນງານອັນໂດດເດັ່ນຂອງທີ່ປຶກສາໂຄງການ National IT Industry Promotion Agency (NIPA) ປະເທດ ສ. ເກົາຫຼີ ທີ່ໄດ້ປະກອບສ່ວນສ້າງຜົນງານໃນຮູບແບບການນໍາໃຊ້ສະຕິປັນຍາ, ເຫື່ອແຮງ ແລະ ຊຸກຍູ້ໃຫ້ການດໍາເນີນໂຄງການສໍາເລັດຕາມແຜນທີ່ວາງໄວ້ຢ່າງຈົບງາມ, ທ່ານ ປອ. ສັນຕິສຸກ ສຸມມາລາວົງ ຮອງລັດຖະມົນຕີ ກຕສ ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ກະຊວງ ໄດ້ມອບໃບຍ້ອງຍໍຂັ້ນກະຊວງ ເພື່ອເປັນການຈາລຶກຜົນງານອັນສໍາຄັນທີ່ໄດ້ປະກອບສ່ວນໃຫ້ ທ່ານ ລີຍິງຊາມ ແລະ ທ່ານ ຮັນຊິນ ທີ່ປຶກສາໂຄງການດັ່ງກ່າວ ນະໂອກາດເປີດພິທີຝຶກອົບຮົມໃນຄັ້ງນີ້.

ຕອນທ້າຍ ທ່ານ ປອ. ສັນຕິສຸກ ສຸມມາລາວົງ ຍັງໄດ້ສະແດງຄວາມຮູ້ບຸນຄຸນ, ຊົມເຊີຍ ແລະ ຂອບໃຈ ມາຍັງທັງ 2 ທ່ານ ທີ່ໄດ້ສ້າງຜົນງານອັນໂດດເດັ່ນ ພາຍໃຕ້ໂຄງການຍຸດທະສາດດັ່ງກ່າວ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ເວົ້າລວມ, ເວົ້າສະເພາະ ເປັນການຊ່ວຍເຫຼືອຊຸກຍູ້ການພັດທະນາບຸກຄະລາກອນ, ສະໜອງຊອບແວ, ອຸປະກອນ ແລະ ທຶນຮອນ ເຂົ້າໃນສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຕະຫຼອດໄລຍະແຕ່ປີ 2019 ເຖິງ ປະຈຸບັນ. ພ້ອມດຽວກັນນັ້ນ, ປະທານໄດ້ຍົກໃຫ້ເຫັນວ່າການສຶກສາຂັ້ນສູງ ນອກຈາກນັກສຶກສາຈະຮຽນຮູ້ດ້ານທິດສະດີໃຫ້ເຂົ້າໃຈເລິກເຊິ່ງແລ້ວ, ການປະຕິບັດຕົວຈິງໃນຫ້ອງທົດລອງກໍ່ເປັນປັດໃຈໜຶ່ງທີ່ຮັບປະກັນຄຸນນະພາບ ຂອງການພັດທະນາ ແລະ ຍົກລະດັບການສຶກສາໃຫ້ສອດຄ່ອງກັບທ່ວງທ່າການພັດທະນາຂອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອກະກຽມທ່າແຮງດ້ານບຸກຄະລາກອນທີ່ມີຄວາມພ້ອມຮອບດ້ານອອກຮັບໃຊ້ສັງຄົມ.

ພາບ ແລະ ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ